ມ.ຫີນບູນຖນົນຊຸດໂຊມ

ສິດນີ
2017.08.08
f-hinboun ສະພາບຂອງຫົນທາງ ໃນເມືອງຫີນບູນ ແຂວງຄໍາມ່ວນ
RFA/PN

ຢູ່ເຂດທາງສາມແຍກ ຣະຫວ່າງ ບ້ານໂພນຕີ້ວ ໄປຫາໂຮງງານ ບໍ່ກົ່ວແລະຊືນ ໃນຣະຍະທາງຍາວ ປະມານ 25 ຫລັກ ຢູ່ເມືອງຫີນບູນ ແຂວງຄຳມ່ວນ ເປ່ເພ ຢ່າງຫນັກ ປະຊາຊົນ ປະມານ 25 ປາຍບ້ານທີ່ໃຊ້ຖນົນດັ່ງກ່າວ ໄດ້ຮັບຄວາມເດືອດຮ້ອນ ໂດຍສະເພາະໃນຣະດູ ຝົນທຸກປີ. ເສັ້ນທາງສາຍດັ່ງກ່າວ ໄດ້ມີການສ້ອມແປງ ໃນປີ 2010 ແຕ່ສ້າງບໍ່ແລ້ວ ເຮັດໃຫ້ ປະຊາຂົນ ທີ່ໃຊ້ເສັ້ນທາງ ສາຍນີ້ຕ້ອງ ລຳບາກໃນການ ໄປມາຫາສູ່ກັນ ໃນແຕ່ລະປີ. ດັ່ງປະຊາຊົນ ເມືອງຫີນບູນ ທ່ານນຶ່ງເວົ້າວ່າ:

"ຂະເຈົ້າເວົ້າ ຂະເຈົ້າສິເຮັດ ເມື່ອກ່ອນມັນກໍເປັນດິນແດງຢູ່ ແຕ່ບໍ່ໄດ້ມາໃສ່ ດິນຫນຽວແບບນີ້ ເພາະວ່າຂະເຈົ້າ ເລີ້ມເຮັດແຕ່ປີ 2010 ຂະເຈົ້າສິປູດິນ ປູທາງຢາງປີ 2010 ສິແລ້ວ ຂະເຈົ້າເວົ້າຈັ່ງຊີ້ ນັບຈາກວັນນັ້ນ ມື້ນັ້ນ ຈົນຮອດມື້ນີ້ ກະຍັງເປັນສtພາບນັ້ນ`.

ທ່ານວ່າ ທາງການລາວໄດ້ເຂົ້າມາພັທນາເສັ້ນທາງສາຍນີ້ ຕັ້ງແຕ່ປີ 2010 ແລະກຳນົດໃຫ້ ແລ້ວໃນປີ 2012  ແຕ່ບໍ່ສາມາດ ສ້າງໃຫ້ ແລ້ວໄດ້ ຍhອນງົ[ປtມານ ບໍ່ພໍເຮັດໃຫ້ ການສ້າງທາງ ຕ້ອງໄດ້ຢຸດສງັກ ຈື່ງສົ່ງຜົລກະທົບ ຕໍ່ປະຊາຊົນ ຈົນຮອດທຸກມື້ນີ້.

ເຈົ້າຫນ້າທີ່ເມືອງຫີນບູນ ທ່ານນຶ່ງເວົ້າວ່າ ເຫດຜົລຫລັກ ທີ່ເຮັດໃຫ້ຖນົນ ສາຍດັ່ງກ່າວ ເພພັງໄວວາ ຍ້ອນວ່າ ຣົດບັນທຸກແຮ່ທາດ ຂນາດ 6 ຫາ 10 ລໍ້ ຂອງໂຮງງານ ບໍ່ແຮ່ ໃຊ້ເສັ້ນທາງສາຍນີ້ ເປັນປະຈຳໃນແຕ່ລະມື້ ຊື່ງຣົດບັນທຸກ ແຕ່ລະຄັນ ຈະມີນ້ຳຫນັກເກີນ ກໍານົດຂອງ ເສັ້ນທາງ:

"ລົດຕ່ຳນີ້ບໍ່ສາມາດເຂົ້າໄປໄດ້ພຸ້ນແຫລະ ຊ່ວງຍາມຝົນນີ້ ຝົນຕົກແຮງ ມັນເຂົ້າບໍໄດ້ເລີຍແຫລະ ແມ່ນແຫລະ ເສັ້ນທາງເຂົ້າ ເພາະວ່າ ປະຊາຊົນ ແຖວນັ້ນ ກວ່າ 20 ປາຍບ້ານ ມັນທຽວເພາະວ່າມັນ ຣົດຂົນແຮ່ ແລະໂລຫະມັນ ຂົນຫນັກຫລາຍ ມັນເປັນຂຸມ ສ່ວນຫລາຍ ເປັນຂຸມລະບາດນີ້ ຝົນລົງມາເປັນຕົມ ລະລຳບາກ".

ທ່ານກ່າວຕື່ມວ່າ ໃນຣະຍະນີ້ ຖ້າມີຝົນຕົກຫລາຍ ໃນແຕ່ລະມື້ ປະຊາຊົນ ຜູ້ໃຊ້ຣົດ ກໍຈະຊ່ອຍກັນຍູ້ຣົດ ຣົດຕ່ຳກໍບໍ່ສາມາດຜ່ານໄປໄດ້  ມີແຕ່ຣົດໃຫຍ່ ເທົ່ານັ້ນທີ່ຜ່ານໄປໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.