ການຄຸ້ມຄອງທີ່ດິນໃນກຸ່ມ ປະເທດ ລຸ່ມ ນໍ້າຂອງ

ມະນີຈັນ
2014.07.02
F-default ການຄຸ້ມຄອງທີ່ດິນໃນກຸ່ມ ປະເທດ ລຸ່ມ ນໍ້າຂອງ
RFA

 

ການ ຄຸ້ມຄອງ ທີ່ດິນ ເປັນ ຈຸດໃຈກາງ ຂອງ ບັນຫາ ທ້າທາຍ ໃນ 4 ປະເທດ ເຂດ ແມ່ນໍ້າຂອງ CLMV ລາວ ກັມພູຊາ ພະມ່າ ແລະ ວຽດນາມ: ການ ສັມປະທານ ທີ່ດິນ ຂອງ ຄອບຄົວ ຊາວນາ ໃຫ້ແກ່ ນັກລົງທຶນ ເປັນບັນຫາ ໃຫຍ່ ເຮັດໃຫ້ເກີດ ຄວາມ ທຸກຍາກ ແລະ ຄວາມ ບໍ່ໝັ້ນຄົງ ທາງດ້ານ ອາຫານ ເທື່ອໃໝ່.

ແຈ້ງຂ່າວ ໂຄງການ TendersInfo ໃນວັນທີ 27 ມີຖຸນາ 2014 ວ່າ ນັ້ນເປັນ ໂຄງການ ຂອງ ອົງການ ປະເທດ Switzerland ແຕ່ ວັນທີ 15 ມີນາ 2014 ຫາ ວັນທີ 31 ມິນາ 2018. ເປັນ ໂຄງການ ສນັບສນູນ ການ ປະຕິຮູບ ເພື່ອ ເສີມຂຍາຍ ປະສິດທິພາບ ຂອງ ຜູ້ດໍາເນີນການ ປະຕິຮູບ ໂດຍຜ່ານ ການ ຮໍ່າຮຽນ, ການສ້າງ ພາຄີ ແລະ ການຮ່ວມມື ຣະດັບ ພາກພື້ນ ແລະ ເຮັດໃຫ້ເກີດ ມີ ນະໂຍບາຍ ແລະ ພາກ ປະຕິບັດ ອັນ ເປັນ ທີ່ ຮັບໄດ້.

ເລີ້ມແຕ່ ປີ 2000 ເປັນຕົ້ນມາ ຣັຖບານ ປະເທດ ເຫລົ່ານັ້ນ ໄດ້ເລີ້ມໃຊ້ ສິດທິ ໃນ ພື້ນທີ່ ດິນ ການກະເສດ ທີ່ ກວ້າງໃຫຍ່ ໃນ ຣະຍະຍາວ ໃຫ້ແກ່ ນັກລົງທຶນ ຊຶ່ງ ເກືອບ ທັງໝົດ ແມ່ນສໍາລັບ ໂຄງການ ກະເສດ ອຸດສາຫະກັມ, ຂຸດຄົ້ນ ແຮ່ທາດ ແລະ ເຂື່ອນໄຟຟ້າ. ຊຶ່ງ ນໍາໄປສູ່ ການຫົດຕົວ ຢ່າງຈະແຈ້ງ ຂອງ ເນື້ອທີ່ດິນ ເພື່ອ ໃຫ້ ຄົວເຮືອນ ປູກຝັງ ແລະ ເຂົ້າເຖິງ ແຫລ່ງ ຊັພຍາກອນ ທັມຊາດ ທີ່ ຊ່ວຍໃຫ້ ຄົວເຮືອນ ຊາວນາ ມີຄວາມ ໝັ້ນຄົງດ້ານ ອາຫານ ການກິນ ຂະນະທີ່ ຜົລຜລິດ ໃນ ປ່າໄມ້ ແລະ ອາຫານ ໃນນໍ້າ ນັ້ນ ຫລຸດລົງ.

ພ້ອມດຽວກັນ ຊຸມຊົນ ກໍມັກ ປະເຊີນ ກັບການຖືກ ໃຫ້ ໂຍກຍ້າຍ ບາງເທື່ອ ກໍບໍ່ມີ ດິນ ປູກຝັງ ຂະນະທີ່ ທາງເລືອກ ທີ່ ຈະຫາ ວຽກງານ ເຮັດ ໄດ້ນັ້ນ ມີຈໍາກັດ. ສະພາບການ ຍິ່ງ ຂີ້ຮ້າຍ ລົງ ເມື່ອ ຄອບຄົວ ສູນເສັຍ ສິດທິ ຂອງ ຄວາມເປັນເຈົ້າ ຂອງ ຫລື ການໃຊ້ ສິດ ນັ້ນ ບໍ່ໄດ້ຮັບ ຄ່າຊົດເຊີຍ ທີ່ເປັນທັມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.