ກອງປະຊຸມບັນຫາມົລພິດ ຈາກ ການ ຈູດປ່າ

ສິດນີ
2014.10.28
f-slash-b ການຈູດປ່າ ຖາງປ່າແລ້ວຈູດ ເຮັດໄຮ່ໃສ່ນາ ເປັນບັນຫາ ທີ່ຮ້າຍແຮງ ຂື້ນນັບມື້ ປະສົມກັບ ມີການ ໂຍກຍ້າຍ ປະຊາຊົນ ອອກສູ່ເຂດ ຊົນນະບົດ ຫລາຍຂຶ້ນ
Courtesy of hishumanities9

 

ປະເທດ ລຸ່ມ ແມ່ນ້ຳຂອງ ຈັດ ກອງປະຊຸມ ປືກສາ ຫາລື ກ່ຽວກັບ ມົລພິດ ຂ້າມແດນ ຈາກ ການ ຈູດປ່າ.

ບັນດາ  ປະເທດ ແມ່ນ້ຳຂອງ ເຊັ່ນ ກຳພູຊາ ລາວ ພະມ້າ ໄທ ແລະ ວຽດນາມ ໄດ້ເພີ້ມ ຄວາມ ຮ່ວມມື ໃນ ການ ຫລຸດຜ່ອນ ບັນຫາ ມົລພິດ ຈາກ ການຈູດປ່າ ໃນ ຂົງເຂດ ເຈົ້າຫນ້າທີ່ ຣະດັບສູງ ຈາກ 5 ປະເທດ ໄດ້ ປະຊຸມກັນ ທີ່ ນະຄອນ ຫລວງ ວຽງຈັນ ໃນ ມື້ວານນີ້ ເພື່ອ ຊອກ ຊ່ອງທາງ ແກ້ໄຂ ມົລພິດ ຂ້າມແດນ.

ຄຳປາສັຍ ໃນພິທີ ເປີດ ກອງປະຊຸມ ຂອງ ຮອງ ຣັຖມົນຕຣີ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສີ່ງແວດລ້ອມ ສປປລາວ ຍານາງ ມົນມະນີ ຍອຍບົວກອງ ກ່າວ ກ່ຽວກັບ ຄວາມ ສຳຄັນ ຂອງ ກອງປະຊຸມ ວ່າ ຜູ້ທີ່ ເຂົ້າຮ່ວມ ກອງປະຊຸມ ມີຫນ້າທີ່ ສຳຄັນ ໃນການ ແກ້ໄຂ ບັນຫາ ມົລພິດ ຂ້າມແດນ ຈາກ ການຈູດປ່າ ໃນຂົງເຂດ.

ກອງປະຊຸມ ໄດ້ທົບທວນ ບັນຫາ ຫລາຍຢ່າງ ໃນນັ້ນ ຮ່ວມດ້ວຍ ກິຈກັມ ໃນຂອບ ໂຄງຮ່າງ ຄວາມຮ່ວມມື ໃນສົນທິ ສັນຍາ ອາຊຽນ ວ່າດ້ວຍ ມົລພິດ ຂ້າມແດນ ຈາກ ການຈູດປ່າ ຮ່ວມທັງ ການທົບທວນ ກ່ຽວກັບ ສະພາບການ ໄຟໄຫມ້ປ່າ ໃນ ປັດຈຸບັນ ແລະ ການ ພຍາກອນ ອາກາດ.

ນອກຈາກນັ້ນ ຕົວແທນ ຈາກ ປະເທດ ທີ່ ເຂົ້າຮ່ວມ ກອງປະຊຸມ ຍັງໄດ້ ຣາຍງານ ກ່ຽວກັບ ຄວາມ ຄືບຫນ້າ ໃນການ ບັງຄັບໃຊ້ ກົດຣະບຽບ ການ ຄວບຄຸມ ໄຟ ໄຫມ້ປ່າ ໃນຍາມ ຣະດູ ແລ້ງ ຂອງ ປະເທດ ຕົນເອງ ໃຫ້ ກອງປະຊຸມ ຮັບຮູ້.ບັນຫາ ມົລພິດ ຈາກ ການຈູດປ່າ ເປັນ ບັນຫາ ສຳຄັນ ຕໍ່ ສຸຂພາບ ຂອງ ປະຊາຊົນ ໃນ ຂົງເຂດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.