ຣົດບັນທຸກໜັກທໍາລາຍ ຂົວ-ທາງ

ຈໍາປາທອງ
2016.03.02
F-banana-trucks ຂົວ ທີ່ຢູ່ໃນສະພາບຊຸດໂຊມ ແລະ ຣົດບັນທຸກ ທີ່ເກີນນໍ້າໜັກ ແລ່ນຜ່ານທຸກມື້
RFA/VD

ປະຊາຊົນ ບ້ານມອມ ເມືອງສິງ ແຂວງ ຫຼວງນ້ຳທາ ໄດ້ຮັບ ຜົນກະທົບ ຈາກ ຣົດບັນທຸກ ກ້ວຍ ຂອງຈີນ ທີ່ໃສ່ ເກີນນ້ຳໜັກ ຊຶ່ງ ທາງການ ກຳນົດໄວ້ ເຮັດໃຫ້ ຂົວ ຂ້າມ ນ້ຳຢວນ ເປ່ເພ ແລະ ຖະໜົນຫົນທາງ ເປັນບວກ ເປັນຂຸມ. ຕາມຄໍາເວົ້າ ຂອງຊາວ ບ້ານມອມ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 29 ກຸມພາ 2016:

“ຣົດບັນທຸກໜັກ ທຽວທຸກມື້ ຂົວ ກະເປັນຂົວ ບໍ່ທັນໄດ້ ມາດຕະຖານ ຮັບນ້ຳໜັກ ໄດ້ພຽງແຕ່ 15 ໂຕນ ແຕ່ວ່າ ຣົດຕ່າງກ້ວຍ ໃສ່ນ້ຳໜັກ ເປັນ 40 ຫາ 50 ໂຕນ ມັນກະ ຮັບນ້ຳໜັກ ບໍ່ໄດ້ ທາງ ກະຄືກັນ.”

ບ້ານມອມ ເປັນບ້ານນື່ງ ທີ່ຕິດກັບ ຊາຍແດນຈີນ, ຫ່າງຈາກ ເມືອງສີງ ປະມານ 22 ກິໂລແມັດ ແລະ ມີດ່ານທ້ອງຖິ່ນ ຢູ່ນຶ່ງດ່ານ. ແຕ່ລະມື້ ມີຣົດບັນທຸກ ກ້ວຍ ແລ່ນຜ່ານ ປະມານ 10 ຫາ 20 ຄັນ, ເຮັດໃຫ້ ເສັ້ນທາງ ສາຍ ດັ່ງກ່າວ ເປ່ເພ ຍ້ອນ ຮັບນ້ຳໜັກ ເກີນກຳນົດ.

ຜ່ານມາ ຂົວ ດັ່ງກ່າວ ເຄີຍຫັກ ຍ້ອນ ຣົດບັນທຸກ ຂອງຈີນ ມາແລ້ວເທື່ອນຶ່ງ ໃນ ຊ່ວງປີ 2011 ແລະ ເຈົ້າຂອງຣົດ ກໍເປັນຜູ້ ສ້ອມແປງ ຂົວ ນັ້ນຄືນ. ປະຈຸບັນ ປະຊາຊົນ 10 ບ້ານ ທີ່ ໃຊ້ຂົວ ກໍຫຍຸ້ງຍາກ ໃນການ ໄປມາ ຫາສູ່ກັນ, ເພາະວ່າ ຣົດຂ້າມ ຂົວບໍ່ໄດ້, ຕ້ອງໄດ້ ຄອງຖ້າ ໃຫ້ ເພິ່ນສ້ອມແປງ ແລະ ບໍ່ຮູ້ວ່າ ຍາມໃດ ຈະແປງແລ້ວ.

ແຕ່ກ່ອນ ຜ່ານມາ ທາງອຳນາດ ການປົກຄອງ ບ້ານ ທີ່ໃຊ້ຂົວ ແຫ່ງນີ້ ໄດ້ສະເໜີໃຫ້ ທາງ ພາກສ່ວນ ກ່ຽວຂ້ອງ ເປັນຕົ້ນແມ່ນ ຫ້ອງການ ໂຍທາ ທິການ ແລະ ຂົນສົ່ງ ອອກມາ ສ້ອມແປງ ແຕ່ກໍ່ໄດ້ ຮັບຄຳຕອບ ວ່າ ຍັງບໍ່ທັນມີ ງົບປະມານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.