ນະຄອນຫຼວງພຣະບາງ ແກ້ໄຂບັນຫາ ປ້າຍຜິດລະບຽບ

ແຂວງຫຼວງພຣະບາງ ລົງພື້ນທີ່ກວດກາ ປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມລະບຽບການ ເປັນຕົ້ນປ້າຍທີ່ມີແຕ່ພາສາຕ່າງປະເທດ, ປ້າຍທີ່ພາສາຕ່າງປະເທດ ມີຂນາດໃຫຍ່ກ່ວາພາສາລາວ, ປ້າຍທີ່ມີການອອກແບບສີ, ຂນາດບໍ່ຖືກຕ້ອງຕາມລະບຽບ.

ຮູບໂຕຢ່າງປ້າຍ ທີ່ຜິດລະບຽບ ເນື່ອງຈາກພາສາຕ່າງປະເທດ ມີຂນາດໃຫຍ່ກວ່າພາສາລາວ (TS), ເດືອນກໍຣະກະດາ 2022. RFA

ໄລຍະເດືອນມົກຣາ ຫາ ເດືອນກັນຍາ ປີ 2023 ນີ້ຫ້ອງການຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ໄດ້ລົງພື້ນທີ່ກວດກາ ປ້າຍໂຄສະນາຈຳນວນນຶ່ງທີ່ບໍ່ຖືກຕ້ອງຕາມລະບຽບການເປັນຕົ້ນປ້າຍທີ່ມີແຕ່ພາສາຕ່າງປະເທດ. ປ້າຍທີ່ພາສາຕ່າງປະເທດມີຂນາດໃຫຍ່ກ່ວາພາສາລາວ ປ້າຍທີ່ມີການອອກແບບສີ, ຂນາດບໍ່ຖືກຕ້ອງຕາມລະບຽບການ ໂດຍສ່ວນໃຫຍ່ ພົບວ່າເປັນປ້າຍຮ້ານທຸຣະກິຈ ຂອງຄົນຈີນທີ່ບໍ່ຖືກຕ້ອງຕາມລະບຽບ ດັ່ງກ່າວ. ອີງຕາມການຣາຍງານ ຂອງ ທ່ານ ຄຳຜຸຍ ສີຫານາດ ຫົວໜ້າຫ້ອງການຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ນະຄອນຫຼວງພຣະບາງເມື່ອວັນທີ 24 ຕຸລາ ຜ່ານມານີ້. ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ໄດ້ຊີ້ແຈງເພີ່ມຕື່ມວ່າ ປັດຈຸບັນພາກສ່ວນທີ່ກ່ຽວຂ້ອງ ກຳລັງດຳເນີນການຕໍ່ບັນດາ ປ້າຍທີ່ຜິດລະບຽບການດັ່ງກ່າວ ແລະ ໄດ້ມີການຮື້, ຖອນອອກ ແລ້ວຈຳນວນນຶ່ງ ພ້ອມທັງໄດ້ສຶກສາອົບຮົມ ຕໍ່ຜູ້ປະກອບການ ທີ່ເຮັດປ້າຍຜິດລະບຽບການ.

ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 25 ຕຸລາ ນີ້ວ່າ:

“ໂຕນີ້ພວກເຮົາກໍາລັງດໍາເນີນການ ຢູ່ເນາະໄດ້ຮື້-ຖອນກາປະມານ 7-8 ປ້າຍມີຈໍານວນນຶ່ງກາເປັນພາສາຈີນ ໝົດຈຳນວນນຶ່ງ ພາສາຈີນໂຕໃຫຍ່ກ່ອນ ພາສາລາວ.”

ຊາວນະຄອນຫຼວງພຣະບາງ ກໍເຫັນວ່າປ້າຍທຸຣະກິຈ ຂອງຈີນທີ່ຜິດລະບຽບ ໂດຍສະເພາະປ້າຍຮ້ານອາຫານຈີນ ນັ້ນກໍຍັງມີຫຼາຍ ຢູ່ເຊິ່ງສ່ວນໃຫຍ່ເປັນປ້າຍ ທີ່ມີແຕ່ພາສາຈີນ ຫຼື ພາສາຈີນ ຢູ່ເທີງພາສາລາວຈຶ່ງຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງລົງແກ້ໄຂຢູ່ເລື້ອຍໆ ເພື່ອໃຫ້ຖືກລະບຽບ.

ດັ່ງທ່ານໄດ້ກ່າວວ່າ:

“ຍັງເຮັດຄືເກົ່າຢູ່ເຮັດພາສາຈີນ ຢ່າງດຽວນ່າເຂົາເຈົ້າມັກຄັນວ່າ ມີແຕ່ພາສາຈີນ ຢ່າງດຽວ ແລ້ວເຂົາເຈົ້າບໍ່ໃຫ້ໃຊ້ສ່ວນຫຼາຍມັນກໍບໍ່ຖືກລະບຽບ ຂອງເມືອງຈັ່ງຊິພາສາລາວ ຕ້ອງຢູ່ເທີງພາສາຈີນ ຕອ້ງຢູ່ກ້ອງຊິເນາະ.”

ຊາວບ້ານກ່າວວ່າ ນັກທຸຣະກິຈຊາວຈີນທີ່ມາລົງທຶນ ເປີດທຸຣະກິຈນັ້ນສ່ວນນຶ່ງ ກໍເຮັດປ້າຍຂຶ້ນເອງ ແລະມີແຕ່ໄປຈ້າງໃຫ້ຮ້ານຮັບເຮັດປ້າຍ ມີການອອກແບບປ້າຍ ໃຫ້ຕາມທີ່ເຂົາເຈົ້າຕ້ອງການ ແລະເອົາປ້າຍໄປຕິດຕັ້ງຢູ່ຮ້ານ.

ດັ່ງທ່ານກ່າວວ່າ:

“ມັນຈະມີແບບວ່າເຂົາເຈົ້າຈະອອກແບບ ທີ່ເປັນໂຕຈີນໃຫຍ່ກ່ວາໂຕລາວ ຊີ້ນ່າ ແລ້ວກາມັນຕ້ອງແມ່ນພາສາລາວຢູ່ເທີງ ສ່ວນຫຼາຍກາບໍ່ຜ່ານດອກ ມີແຕ່ວ່າອອກແບບໄປແລ້ວ ກະໄປເຮັດຕາມຮ້ານເຂົາເຈົ້າ ມາເສັຍຄ່າປ້າຍ ຕາມຂນາດຂອງມັນຫັ້ນ.”

ຊາວບ້ານອີກທ່ານນຶ່ງ ກໍເຫັນວ່ານອກຈາກຮ້ານອາຫານຈີນ ແລະຍັງມີຮ້ານນວດແຜນບູຮານ ຂອງຈີນ ຈຳນວນນຶ່ງ ທີ່ເຮັດປ້າຍຜິດລະບຽບ ໂດຍມີແຕ່ປ້າຍພາສາຈີນ ເປັນຫຼັກ ເນື່ອງຈາກວ່າ ເອົາໄວ້ຕ້ອນຮັບລູກຄ້າຊາວຈີນ ແລະ ຕ່າງປະເທດ ໂດຍສະເພາະ ແລະ ບາງຮ້ານມີທັງພາສາຈີນ, ພາສາລາວ ແລະ ພາສາອັງກິດ ແຕ່ຂນາດຂອງພາສາຈີນ ໃຫຍ່ກ່ວາພາສາອື່ນ.

ດັ່ງຍານາງກ່າວວ່າ:

“ເຫັນກາມີແຕ່ເປັນຮ້ານນວດ ທີ່ເພິ່ນເຮັດເປັນພາສາຈີນ ສ່ວນຫຼາຍເພິ່ນກາເຮັດເປັນພາສາຈີນ ເພາະວ່າແຂກຈີນເດ້ ມີຫຼາຍນອກນັ້ນກາພາສາລາວ ພາສາຈີນ ແດ່ແລ້ວກໍພາສາອັງກິດແດ່.”

ທາງດ້ານຜູ້ຊ່ຽວຊານ ດ້ານພາສາຈີນ ຢູ່ແຂວງຫຼວງພຣະບາງ ກ່າວວ່າເປັນເຣືອງປົກກະຕິ ທີ່ນັກທຸຣະກິຈຈີນ ຈຳນວນນຶ່ງມັກເຮັດປ້າຍຮ້ານ ຜິດລະບຽບການຂອງລາວ ເພາະວ່າບໍ່ໄດ້ປຶກສາ ແລະຜ່ານການກວດກາ ກັບພາກສ່ວນທີ່ກ່ຽວຂ້ອງກ່ອນ ທີ່ຈະມີການເຮັດປ້າຍຮ້ານ ດັ່ງນັ້ນຈຶ່ງມັກເຮັດປ້າຍຕາມໃຈໂຕເອງ.

ດັ່ງຍານາງກ່າວວ່າ.

ໂຕປ້າຍນີ້ຄັນຖ້າວ່າ ເຮົາເຮັດເອກະສານຖືກຕ້ອງແລ້ວ ເພິ່ນກາບໍ່ມີບັນຫາຫຍັງ ຄືເຣື່ອງຂຶ້ນປ້າຍນີ້ປົກກະຕິແລ້ວ ຖ້າເຮົາແລ່ນຕາມຂັ້ນຕອນເຮົາມີເອກະສານ ແລ້ວຈຶ່ງຄ່ອຍສາມາດຂຶ້ນປ້າຍໄດ້ ຄັນວ່າເຮົາບໍ່ມີເອກະສານຄົບຖ້ວນແລ້ວ ເຮົາຂຶ້ນປ້າຍບໍ່ໄດ້ຂຶ້ນປ້າຍຍາມໃດ ແລ້ວເຂົາເຈົ້າມາຫ້າມເລີຍ.”

ອີງຕາມກົດໝາຍ ວ່າດ້ວຍປ້າຍມາຕຣາ 16 ລະບຸວ່າ ສຳລັບປ້າຍທີ່ຂຽນຫຼືພີມພາສາລາວ ແລະ ພາສາຕ່າງປະເທດ ໃຫ້ໃສ່ພາສາລາວ ຢູ່ເທີງ ພາສາຕ່າງປະເທດ ຢູ່ລຸ່ມ ຫຼື ພາສາລາວ ຢູ່ເບື້ອງຂວາ ພາສາຕ່າງປະເທດ ຢູ່ເບື້ອງຊ້າຍ ແລະ ຂນາດຂອງພາສາຕ່າງປະເທດ ບໍ່ໃຫ້ເກີນ 2 ສ່ວນ 3 ຂອງໂຕໜັງສືລາວ ແລະ ໃນມາຕຣາ 57 ລະບຸຕື່ມວ່າ ຜູ້ໃດທີ່ຝ່າຝືນຈະຖືກສຶກສາອົບຮົມ, ປັບໃໝ, ໃຊ້ແທນຄ່າເສັຍຫາຍ ທາງແພ່ງ ຫຼື ລົງໂທດທາງອາຍາ ຕາມແຕ່ລະກໍຣະນີ ເບົາ ຫຼືໜັກ.

ກ່ອນໜ້ານີ້ ຢູ່ບາງແຂວງ ມີການກວດພົບປ້າຍທີ່ຜິດລະບຽບການ ໂດຍສະເພາະປ້າຍພາສາຈີນ ແລະໄດ້ມີການແກ້ໄຂ ເປັນຕົ້ນເມື່ອເດືອນສິງຫາ ຫາ ເດືອນກັນຍາ 2023 ນີ້ ສະພາບໍຣິຫານເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ສົມທົບກັບຄະນະຄຸ້ມຄອງ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ໄດ້ລົງພື້ນທີ່ກວດກາ ປ້າຍຊື່ຮ້ານຂອງບັນດາ ຜູ້ປະກອບການ ທຸຣະກິຈຕ່າງໆ ໃນເຂດດັ່ງກ່າວຈຳນວນ 91 ແຫ່ງ ເຊິ່ງສ່ວນໃຫຍ່ ເປັນຂອງຄົນຈີນ ແລະ ໃນນັ້ນໄດ້ກວດພົບວ່າ ມີຈຳນວນ 85 ແຫ່ງທີ່ເຮັດປ້າຍຊື່ຮ້ານບໍ່ຖືກຕ້ອງ ຕາມກົດໝາຍຂອງລາວ ເປັນຕົ້ນປ້າຍທີ່ມີແຕ່ພາສາຈີນ, ປ້າຍທີ່ຂຽນພາສາລາວ ບໍ່ຖືກຕ້ອງ, ປ້າຍທີ່ຂຽນພາສາລາວຖືກຕ້ອງ ແຕ່ຂນາດໂຕໜັງສືນ້ອຍກ່ວາພາສາຈີນ ແລະ ອື່ນໆ ຈຶ່ງໄດ້ເຮັດການສຶກສາອົບຮົມ ຜູ້ປະກອບການ ຈຳນວນດັ່ງກ່າວ ແລະໃຫ້ແກ້ໄຂຖືກຕ້ອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org