ນັກວິຊາການເວົ້າວ່າ ເຂື່ອນ ຫຼວງພຣະບາງ ຈະກະທົບ ຮຸນແຮງ
2019.09.30
ໂຄງການເຂື່ອນຫລວງພະບາງ ທີ່ລາວ, ໄທ ແລະ ວຽດນາມ ຈະຮ່ວມຮຸ້ນກັນສ້າງ ແລະ ອີກຫຼາຍເຂື່ອນ ທີ່ຈະສ້າງ ຂຶ້ນໃໝ່ ຢູ່ປະເທດລາວ ຈະເຮັດໃຫ້ມີຜົນກະທົບ ຢ່າງຮຸນແຮງຕໍ່ຣະບົບນິເວດ ໃນແມ່ນ້ຳຂອງ ທີ່ເກີນຄວາມຄາດໝາຍ, ຕາມຄຳເວົ້າຂອງ ທ່ານ ມົນຕຣີ ຈັນທະວົງ ເຈົ້າໜ້າທີ່ເຄືອຂ່າຍເສຣີພາບ ແມ່ນ້ຳຂອງ ທີ່ ປະເທດໄທ ຊຶ່ງເປັນນັກວິຊາການ ແມ່ນ້ຳຂອງ, ຊຶ່ງທ່ານໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ ວັນທີ 27 ກັນຍາ ນີ້ວ່າ:
"ທ່ານກ່າວວ່າ, ຄັນເຂື່ອນຫຼວງພຣະບາງ ຖືກສ້າງຂຶ້ນ ບັນຫາຜົນກະທົບທີ່ຈະເກີດຂຶ້ນ ມັນຈະຍິ່ງເພິ່ມຄວາມຮຸນແຮງຫຼາຍຂຶ້ນ ຕອນນີ້ ກໍມີເຂື່ອນໄຊຍະບູລີ ທີ່ກຳລັງຈະເປີດໃຊ້ ໃນປາຍເດືອນຕຸລາ ທີ່ຈະມາເຖິງນີ້. ຖ້າສ້າງເຂື່ອນຫຼວງພຣະບາງຂຶ້ນຕື່ມ ຜົນກະທົບນັ້ນ ກໍຈະເກີດຂຶ້ນຫລາຍເກີນຄວາມຄາດໝາຍ."
ທ່ານກ່າວວ່າ ໂຄງການສ້າງເຂື່ອນ ທີ່ຈະເກີດຂຶ້ນໃໝ່ ໃນແມ່ນ້ຳຂອງ ຄືເຂື່ອນຫລວງພຣະບາງ, ເຂື່ອນປາກລາຍ ແລະ ເຂື່ອນປາກແບງ ທີ່ລ້ວນແລ້ວແຕ່ຈະສ້າງຜົນກະທົບ ຢ່າງໃຫຍ່ຫລວງ ຕໍ່ແມ່ນ້ຳຂອງ ຕອນລຸ່ມ ຊຶ່ງບໍ່ພຽງແຕ່ຈະສ້າງ ຜົນກະທົບ ສະເພາະຕໍ່ປະເທດລາວ ເທົ່ານັ້ນ ແຕ່ຫາກຍັງຈະສ້າງຜົນກະທົບ ໄປຮອດໄທ ແລະ ວຽດນາມນຳດ້ວຍ.
ທ່ານກ່າວຕື່ມອີກວ່າ ພາຍຫລັງມີຂ່າວວ່າ ໂຄງການສ້າງເຂື່ອນຫລວງພຣະບາງ ກຳລັງຈະເຂົ້າສູ່ຂັ້ນຕອນ ປຶກສາຫາລືລ່ວງໜ້ານັ້ນແລ້ວ ທ່ານກໍສົນໃຈ ແລະຕິດຕາມຂ່າວກ່ຽວກັບ ຄວາມຄືບໜ້າຂອງໂຄງການນີ້ຢູ່ເລື້ອຍ ແລະຈະຕິດຕາມໄປຈົນກວ່າ ຈະເລີ່ມມີການກໍ່ສ້າງ ຍ້ອນວ່າເປັນໂຄງການໃຫຍ່ ຊຶ່ງລາວ, ໄທ ແລະວຽດນາມ ຈະຮ່ວມກັນລົງທຶນສ້າງ. ໂຄງການນີ້ ຫຼາຍອົງການຈັດຕັ້ງ ໃຫ້ຄວາມສົນໃຈ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາກະຊວງພລັງງານ ແລະ ບໍ່ແຮ່ຂອງລາວ ເພື່ອຂໍຮູ້ເຖິງຄວາມຄືບໜ້າ ຂອງໂຄງການ ສ້າງເຂື່ອນຫຼວງພຣະບາງ, ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງບໍ່ສາມາດ ໃຫ້ຄວາມເຫັນໄດ້.
ໂຄງການເຂື່ອນຫຼວງພະບາງຂນາດ 1,410 MW ໃນເບື້ອງຕົ້ນເປັນໂຄງການ ຮ່ວມລົງທຶນຣະຫວ່າງ ຣັຖບານລາວ, ບໍຣິສັດ ຊໍ-ການຊ່າງ ຂອງໄທ ແລະ ບໍຣິສັດພລັງງານ Petro Vietnam Power ຂອງວຽດນາມ. ໂຄງການນີ້ ຈະສົ່ງຜົນກະທົບຕໍ່ປະຊາຊົນ ຢູ່ເມືອງຈອມເພັດ, ເມືອງປາກອູ ແຂວງຫລວງພຣະບາງ ແລະ ຢູ່ເມືອງງາ ແຂວງອຸດົມໄຊ ທັງໝົດ 928 ຄອບຄົວ.