ມ.ລອງກວດກາເຄມີຢູ່ສວນ ປູກພືດ

ຈໍາປາທອງ
2016.12.04
F-chemical-patient ຄົນງານລາວ ທີ່ ເຈັບເປັນຢູ່ ບ້ານດອນຄຳ ເມືອງຮຸນ ແຂວງອຸດົມໄຊ ໄດ້ເຮັດວຽກ 2 ປີ ຢູ່ສວນກ້ວຍຈີນ ດຽວນີ້ເຈັບໜັກ ໝໍບອກວ່າ ຊ່ອຍບໍ່ໄດ້ແລ້ວ ປະຊາຊົນລາວ ອີກຫລາຍໆຄົນ ບໍ່ຮູ້ເຖິງຜົນຮ້າຍ ຂອງສານເຄມີ ທີຈີນເອົາມາໃຊ້ ໃນສວນກ້ວຍ. ການເຮັດວຽກ ກໍບໍ່ມີການປ້ອງກັນ (ພາບຖ່າຍຄົນເຈັບ ວັນທີ 1 ພຶສຈິກາ 2016)
Courtesy of Tholakhong

ປະຈຸບັນ ຫ້ອງການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເມືອງລອງ ແຂວງ ຫຼວງນ້ຳທາ ເຂັ້ມງວດ ກວດຂັນ ຕໍ່ການໃຊ້ ສານເຄມີ ໃນການປູກຝັງ ຫຼາຍຂຶ້ນ ເປັນຕົ້ນ ການປູກກ້ວຍ ໃນສວນ ຂອງຊາວຈີນ ຊຶ່ງ ມີເນື້ອທີ່ ປະມານ 4-5 ຮ້ອຍ ເຮັກຕາ ເພື່ອ ບໍ່ໃຫ້ເກີດ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະຕໍ່ ປະຊາຊົນ ແບບ ແກ້ໄຂບໍ່ໄດ້. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຫ້ອງການ ດັ່ງກ່າວ ຕໍ່ RFA ໃນວັນທີ 2 ທັນວາ:

"ເລີ້ມຫ້າມເລີ້ມຈຳກັດ ແລ້ວເດ ໄທເຮົາ ກະກວດກາເບິ່ງ ຄັນຖ້າວ່າ ມັນເກີນ ມາຕຖານ ກະບໍ່ ອະນຸຍາດ ໃຫ້ໃຊ້ ກ້ວຍ ປະຊາຊົນ ຢາກໃຊ້ຫຼາຍ ໂຕນີ້ຂະເຈົ້າ ເຂົາເຈົ້າກະໃຊ້ ຕາມສູດ ຂະເຈົ້າ ຫັ້ນແຫລະ".

ທ່ານເວົ້າວ່າ ສານເຄມີ ແລະ ຢາ ຂ້າແມງໄມ້ ທີ່ມີການໃຊ້ ຢູ່ໃນສວນກ້ວຍ ເມືອງລອງ ສ່ວນຫຼາຍ ມາຈາກ ປະເທສຈີນ, ບໍ່ຮູ້ວ່າມີ ຄວາມຮຸນແຮງ ຂນາດໃດ ເພາະທາງ ເຈົ້າໜ້າທີ່ ຍັງບໍ່ເຄີຍ ກວດກາ ແລະ ວິຈັຍ ຢ່າງຣະອຽດ ໄດ້ເທື່ອ. ແຕ່ຕໍ່ໄປນີ້ ຈຳເປັນຕ້ອງໄດ້ ກວດກາ ຢ່າງເຂັ້ມງວດ ແລະ ອາຈບໍ່ໃຫ້ ມີການນຳ ສານເຄມີ ທີ່ເປັນ ອັນຕະລາຍ ຮ້າຍແຮງ ເຂົ້າມາໃຊ້ ໃນເມືອງນີ້ ອີກ.

ທ່ານ ກ່າວຕື່ມອີກວ່າ ນອກຈາກກ້ວຍ ທີ່ຊາວຈີນ ເຂົ້າມາປູກ ຢູ່ເມືອງລອງ ແລ້ວ ກໍຍັງປູກ ພືດຊນິດ ອື່ນໆອີກ ເປັນຕົ້ນ ຢາງພາລາດ ໝາກຖົ່ວ, ໝາກນ້ຳມັນ, ໝາກອຶ ທີ່ມີຣາຍງານ ວ່າໃຊ້ ສານເຄມີ ນັ້ນ ເຊັ່ນດຽວກັນ ແຕ່ບໍ່ໄດ້ ໃຊ້ຫຼາຍຄືຢູ່ ໃນສວນກ້ວຍ.

ສ່ວນທາງຫ້ອງການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ກໍຈະໄດ້ ປຶກສາຫາລື ກັບ ພາກສ່ວນຕ່າງໆ ທີ່ ກ່ຽວຂ້ອງ ເພື່ອ ຫາແນວທາງ ຄວບຄຸມ ການໃຊ້ ສານເຄມີ ນັ້ນຕໍ່ໄປ. ກ່ຽວກັບ ເຣຶ່ອງທີ່ວ່ານີ້ ມີຂຶ້ນ ພາຍຫລັງ ສະມາຊິກ ສະພາ ແຫ່ງຊາດ ໄດ້ສເນີ ເຣຶ່ອງການໃຊ້ ສານເຄມີ ໃນສວນກ້ວຍ ຕໍ່ກອງປະຊຸມ ສະພາ ແຫ່ງຊາດ ທີ່ຜ່ານມາ, ຊຶ່ງເຮັດໃຫ້ ພາກສ່ວນ ກ່ຽວຂ້ອງ ຢູ່ແຂວງຕ່າງໆ ຂອງລາວ ເລີ້ມເຂັ້ມງວດ ໃນການ ຄວບຄຸມ ສານເຄມີ ຫຼາຍຂຶ້ນ ແລະ ຖືເປັນ ບັນຫາທີ່ ບໍ່ຄວນເບິ່ງຂ້າມ ອີກຕໍ່ໄປ.

ນອກຈາກເມືອງລອງ ແຂວງຫລວງນ້ຳທາ ແລ້ວ ກໍຍັງມີອີກ ຫຼາຍເມືອງ ຂອງ ແຂວງຕ່າງໆ ກໍເລີ້ມ ເຂັ້ມງວດ ກວດຂັນ ສານເຄມີນັ້ນ ເຊັ່ນກັນ ຮວມທັງ ເມືອງນ້ຳບາກ ແຂວງ ຫຼວງພຣະບາງ, ເມືອງ ຫິນເຫີບ ແຂວງວຽງຈັນ, ເມືອງ ຜາອຸດົມ ແຂວງບໍ່ແກ້ວ ທີ່ເຄີຍມີ ຄົນງານ ເສັຽຊີວິດ ຍ້ອນພິດ ຂອງ ສານເຄມີ ໃນສວນກ້ວຍ ນັ້ນມາແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.