ປ່າສງວນຢູ່ບໍ່ແກ້ວ ຍັງຖືກບຸກລຸກ


2013.06.04
F-Bokeo-baots ໃນແຂວງ ບໍ່ແກ້ວ ການຂົນສົ່ງ ທັງຄົນ ທັງສິນຄ້າ ໄປມາ ຣະຫວ່າງ ລາວ ໄທ ພະມ້າ ຈີນ
RFA

 

ການລັກລອບ ຕັດໄມ້ ໃນເຂດ ປ່າສງວນ ແຫ່ງຊາດ ນໍ້າກ່ານ ແຂວງບໍ່ແກ້ວ ເປັນບັນຫາ ທີ່ ແກ້ບໍ່ຕົກ.

ເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງບໍ່ແກ້ວ ເປີດເຜີຍວ່າ ການ ລັກຕັດໄມ້ ໃນເຂດ ປ່າສງວນ ແຫ່ງຊາດ ນໍ້າກ່ານ ແຂວງບໍ່ແກ້ວ ຍັງມີຫລາຍ ຢູ່ ຍ້ອນ ເຈົ້າໜ້າທີ່ ບໍ່ສາມາດ ຄວບຄຸມ ແລະ ຈັບກຸ່ມ ລັກຕັດໄມ້ ຊຶ່ງ ສ່ວນຫລາຍ ກໍແມ່ນ ປະຊາຊົນ ທີ່ ບໍຣິເວນ ປ່າສງວນ ຊຶ່ງຕັດໄມ້ ຖາງປ່າເຮັດໄຮ່ ນັ້ນໄດ້ຫລາຍ ເທົ່າທີ່ຄວນ:

"ສ່ວນຫລາຍແມ່ນ ປະຊາຊົນ ນີ້ແຫລະ ປະຊາຊົນ ເພາະວ່າ ເຂົາຍັງ ປ່ຽນແປງ ຊີວິດ ການເປັນຢູ່ ເຂົາຍັງ ບໍ່ທັນໄດ້ ສູ່ມື້ນີ້ ເນາະ ແລ້ວບັດນີ້ ເຂົາເລີຍ ໄປເຮັດແນວຜິດ ກໍຄືວ່າ ໄປຕັດໄມ້ ຕັດຕອກ ນີ້ແຫລະ ໄປຖາງປ່າ ເຮັດໄຮ່ເນາະ ແຕ່ເຮົາ ຍັງເວົ້າກັນ  ທຸກມື້ນີ້ ຢາກຍາກ ຈະເຮັດແນວ ໃດ ກັບເຂົາຊັ້ນນ່າ".

ທ່ານເວົ້າ ຕໍ່ໄປວ່າ ນອກຈາກ ຖາງປ່າເຮັດໄຮ່ ແລ້ວ ບາງຄົນ ກໍຮັບຈ້າງ ຈາກນາຍທຶນ ທັງນາຍທຶນ ພາຍໃນ ແລະ ຕ່າງປະເທສ ຕັດໄມ້ສົ່ງຂາຍ ໂດຍໃຊ້ ເລື່ອຍໄຟຟ້າ ແລະ ເຄື່ອງມື ທັນສມັຍ.

ໜັງສືພິມ ເສຖກິດ ສັງຄົມ ຂອງລາວ ຣາຍງານວ່າ ໃນຣະຍະ 6 ເດືອນ ຕົ້ນ ຂອງສົກປີ 2012-2013 ນີ້ ແຂວງບໍ່ແກ້ວ ຈັບ ແລະຍຶດໄມ້ ຍຶດຂອງກາງ ທີ່ໃຊ້ເຂົ້າໃນ  ການບຸກລຸກ ປ່າສງວນ ໄດ້ຫລາຍ ສົມຄວນ ແລະ ໄດ້ດໍາເນີນ ຄະດີ ທັງໝົດ 27 ຄະດີ. ໃນນັ້ນ ສ່ວນຫຼາຍ ເປັນຄະດີ ຕັດໄມ້ ໂດຍ ບໍ່ໄດ້ຮັບ ອະນຸຍາດ.

ເຈົ້າໜ້າທີ່ ທ່ານດຽວ ກັນນີ້ ເວົ້າຕື່ມ ອີກວ່າ ຫາກຍັງ ບໍ່ສາມາດ ແກ້ບັນຫາ ການບຸກລຸກ ເຂດປ່າສງວນ ນີ້ໄດ້ ກໍເປັນການ ຍາກທີ່ ທາງແຂວງບໍ່ແກ້ວ ຈະບັນລຸ ໃຫ້ເນື້ອທີ່ ປ່າໄມ້ ປົກຫຸ້ມແຂວງ ໄດ້ 63% ຕາມແຜນການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.