ດິນຍຸບໃນຫຼາຍຈຸດ ມ.ຜາອຸດົມ ຂ.ບໍ່ແກ້ວ
2021.06.01

ນັບຕັ້ງແຕ່ກາງເດືອນພຶສພາ ມານີ້ ໄດ້ເກີດດິນຍຸບລົງເປັນຂຸມນ້ອຍ ແລະໃຫຍ່ ຍາວເປັນແຖວໄປ ແບບບໍ່ຮູ້ສາເຫດຄັກແນ່ຢູ່ 7 ບ່ອນ ຮວມທັງໝົດ 25 ຂຸມ ໃນທົ່ງນາ ແລະເສັ້ນທາງ ຢູ່ເຂດບ້ານປຸ່ງລາດນ້ອຍ ແລະ ບ້ານໂຮມສຸກ ເມືອງຜາອຸດົມ ແຂວງບໍ່ແກ້ວ, ແຕ່ ໂຊກດີທີ່ຊາວບ້ານປອດພັຍ, ດັ່ງເຈົ້າໜ້າທີ່ເມືອງຜາອຸດົມ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ມິຖຸນາ ນີ້ວ່າ:
“ໂຕນີ້ແລ້ວ ຂະເຈົ້າໄປສໍາຣວດ ບາງທີອາຈເປັນນໍ້າ ການໄຫລຂອງນໍ້າໃຕ້ດິນນ່າ ຊ່ວງນີ້ບໍ່ທັນໄດ້ເຮັດຫຍັງ.”
ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງບໍ່ແກ້ວ ກ່າວວ່າ ພາຍຫລັງທີ່ໄດ້ຮັບແຈ້ງ ທາງຫ້ອງການກະສິກັມ ແລະ ປ່າໄມ້ເມືອງຜາອຸດົມ ກໍໄດ້ສົ່ງເຈົ້າໜ້າທີ່ ວິຊາການໄປສໍາຣວດ ບໍຣິເວນດິນຍຸບ, ແຕ່ຍັງບໍ່ສາມາດ ສລຸບໄດ້ວ່າ ດິນຍຸບນັ້ນ ເກີດຂຶ້ນຍ້ອນສາເຫດອັນໃດກັນແທ້ ແລະວ່າ ຂນະນີ້ ຍັງລໍຖ້າທິດຊີ້ນໍາຈາກ ທາງແຂວງວ່າຈະແກ້ໄຂແນວໃດ ດັ່ງທີ່ທ່ານກ່າວວ່າ:
“ກະຍັງຕິດຕາມເບິ່ງ ເມືອງຣາຍງານມາຢູ່ວ່າ ເປັນຈັ່ງໃດ ກະໄດ້ເຮັດບົດຣາຍງານ ມາໃຫ້ແລ້ວ ທາງຜແນກກະໄດ້ເຮັດຣາຍງານໃຫ້ ທ່ານເຈົ້າແຂວງ ຂໍທິດຊີ້ນໍາ ນໍາເພິ່ນ ວ່າສິໃຫ້ລົງໄປແກ້ໄຂແນວໃດ ລໍຖ້າທາງແຂວງຊີ້ນໍາ ມາແນວໃດ.”
ເພື່ອຮູ້ຣາຍລະອຽດ ໃນເຣຶ່ອງນີ້ ວິທຍຸເອເຊັຍເສຣີ ພຍາຍາມຕິດຕໍ່ຫາ ຫ້ອງການກະສິກັມ ແລະປ່າໄມ້ ເມືອງຜາອຸດົມ ແຕ່ເຈົ້າໜ້າທີ່ ທີ່ຮັບຜິດຊອບວຽກນີ້ ຍັງບໍ່ສະດວກທີ່ຈະໃຫ້ ຄໍາເຫັນເທື່ອ ຍ້ອນກໍາລັງຢູ່ໃນຣະຫວ່າງການສໍາຣວດເພິ່ມຕື່ມ.
ແຕ່ເຖິງຢ່າງໃດກໍຕາມ ກ່ຽວກັບເຫດການດັ່ງກ່າວ ຊາວບ້ານທີ່ຢູ່ໃກ້ຄຽງ ທ່ານນຶ່ງກ່າວວ່າ ສາເຫດທີ່ເຮັດໃຫ້ເກີດດິນຍຸບນັ້ນອາດເປັນ ໄປໄດ້ວ່າ ຍ້ອນກ່ອນໜ້ານີ້ບໍຣິສັດ ປູກກ້ວຍ ຂອງຈີນ ຢູ່ເຂດນັ້ນ ຂຸດນໍ້າບາດານເພື່ອເອົານໍ້າຂຶ້ນ ໃສ່ສວນກ້ວຍ ອັນອາຈມີສ່ວນ ເຮັດໃຫ້ດິນຍຸບລົງ ແລະທາງເມືອງກໍເວົ້າວ່າ ເປັນນໍາ ຈີນ ດັ່ງທີ່ທ່ານກ່າວວ່າ:
“ຄິດວ່າແມ່ນຈີນ ນີ້ ມັນດູດນໍ້ານ່າ ມັນເຈາະນໍ້າບາດານແລ້ວດູດນໍ້າ ເອົາຈັກໃຫຍ່ດູດ ເຮົາຄິດວ່າໂຕນີ້ ເຂົາຍັງເວົ້າກັນຮອດເມືອງວ່າ ທາງເມືອງເວົ້າເປັນນໍາຈີນ ຫັ້ນແຫຼະ ຢູ່ບ້ານປຸ່ງລາດນ້ອຍ ຢູ່ຫຼາຍບ່ອນໂອ໋ ຂະເຈົ້າວ່າກາງນາກາງໃດ ກະຍຸບ.”
ແລະຊາວບ້ານທີ່ຢູ່ໃກ້ຄຽງອີກທ່ານນຶ່ງ ກໍເວົ້າວ່າ ຖ້າເບິ່ງໃນແງ່ ວິທຍາສາດແລ້ວ ກໍອາຈເປັນໄປໄດ້ວ່າ ສາເຫດທີ່ເຮັດໃຫ້ເກີດດິນຍຸບ ນັ້ນແມ່ນເປັນຍ້ອນພື້ນດິນ ຢູ່ບໍຣິເວນດັ່ງກ່າວ ເປັນດິນອ່ອນ ແລະມີນໍ້າຢູ່ຊັ້ນໃຕ້ດິນ ດັ່ງທີ່ທ່ານກ່າວວ່າ:
“ແຖວບ້ານໂຮມສຸກພຸ້ນນ່າ. ບາງຄົນເຂົາວ່າດິນຍຸບ ເພາະວ່າຢູ່ພື້ນດິນມັນອ່ອນ ແລ້ວມັນຍຸບລົງເນາະ ເຮົາເຫັນຢູ່ພື້ນມັນຈະມີໝາກຫິນ ໃຫຍ່ ແລ້ວກໍນໍ້າມາແຕ່ໃສຫັ້ນນ່າ. ອັນນີ້ ເປັນເບື້ອງວິທຍາສາດເນາະ ມັນຍຸບແລ້ວກໍມີນໍ້າຂຶ້ນ.”
ເຫດການດັ່ງກ່າວ ເຮັດໃຫ້ຊາວບ້ານຫຼາຍຄົນພາກັນຕື່ນ ແລະ ຮູ້ສຶກຢ້ານ ໂດຍສະເພາະຜູ້ທີ່ເຮັດນາເຮັດສວນ ຍ້ອນຢ້ານວ່າຈະເກີດ ດິນຍຸບຕື່ມອີກ ແລະອາຈເປັນອັນຕະລາຍ ດັ່ງຊາວບ້ານຜູ້ນຶ່ງເວົ້າວ່າ:
“ຢ້ານສົມຄວນແຖວໃກ້ຄຽງນະ ແຖວນັ້ນຖືວ່າຢ້ານ ຖືວ່າດິນຍຸບຢູ່ປະມານ 20 ປາຍ ກວ່າຫຼຸມນີ້ແຫຼະເພິ່ນຕີຣາຄາ ບໍ່ຮູ້ນໍາເຈົ້າໜ້າທີ່ ຂະເຈົ້າໄປກວດນ່າ.”
ກ່ຽວກັບເຫດການດິນຍຸບ ທີ່ເກີດຂຶ້ນນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາ ນັກວິຊາການດ້ານການກະເສດ ແລະ ທໍຣະນີສາດ ແຕ່ຍັງ ບໍ່ມີທ່ານໃດສາມາດ ອອກຄໍາເຫັນໄດ້ ຍ້ອນຕ້ອງໄດ້ໃຊ້ ເວລາສຶກສາຂໍ້ມູນ ໃຫ້ລະອຽດກ່ອນ.
ເມື່ອກ່ອນໜ້ານີ້ ທ່ານ ເຂິງຄໍາ ຫລວງໂຄດ ຫົວໜ້າຫ້ອງການກະສິກັມ ແລະປ່າໄມ້ ເມືອງຜາອຸດົມ ແຂວງບໍ່ແກ້ວ ກ່າວວ່າ ດິນຍຸບຢູ່ ເຂດດັ່ງກ່າວ ມີຄວາມກວ້າງເສັ້ນຜ່າສູນກາງ ປະມານ 1 ຫາ 7 ແມັດ ແລະ ເລິກປະມານ 1 ແມັດຫາ 6 ແມັດ ແລະ ບາງຂຸມມີນໍ້າອອກມາ.
ຄວາມເສັຽຫາຍໃນເບື້ອງຕົ້ນຄື ເນື້ອທີ່ນາເກືອບເຄິ່ງເຮັກຕາ ເສັ້ນທາງເສັຍຫາຍ 1 ຈຸດທີ່ເລິກປະມານ 3,8 ແມັດ. ໃນເບື້ອງຕົ້ນ ມີການສັນນິຖານວ່າ ສາເຫດດິນຍຸບ ແມ່ນ ອາຈເກີດຈາກຫຼາຍປັດໃຈ ເປັນຕົ້ນເກີດຈາກແຜ່ນດິນໄຫວ ຂນາດ 0,1 ຫາ 0,5 ຣິກເຕີ ຫລື ເກີດຈາກຮອຍເລື່ອນເກົ່າ ເມື່ອຫຼາຍປີຜ່ານມາ ຫລື ເກີດຈາກນໍ້າໃຕ້ດິນບົກແຫ້ງ, ໜ້າດິນ ມີສະພາບອ່ອນໂຕ ເຮັດໃຫ້ດິນຊຸດໂຕ ໃນເວລາຝົນຕົກ, ອີງຕາມການຣາຍງານ ຂອງໜັງສືພິມ ບໍ່ແກ້ວ ວັນທີ 31 ພຶສພາ 2021.
ເພື່ອຄວາມປອດພັຍ ມີຣາຍງານວ່າ ພາກສ່ວນທີ່ກ່ຽວຂ້ອງ ແລະອໍານາດການປົກຄອງບ້ານ ໄດ້ຕິດປ້າຍເຄື່ອງໝາຍເຕືອນອັນຕະລາຍ ແລະລ້ອມຮົ້ວອ້ອມ ບໍຣິເວນດິນຍຸບນັ້ນໄວ້.