ການລັກຕັດໄມ້ຢູ່ພາກເໜືອ ຮຸນແຮງຂຶ້ນ
2013.08.14
ການລັກຕັດໄມ້ ຢູ່ເຂດ ປ່າສງວນ ແຫ່ງຊາດ ນໍ້າກ່ານ ແຂວງບໍ່ແກ້ວ ແລະ ຫລວງນໍ້າທາ ຮຸນແຮງ ທີ່ສຸດ ໃນປັດຈຸບັນ.
ເຈົ້າໜ້າທີ່ຂັ້ນສູງ ຂອງ ກົມກວດກາ ປ່າໄມ້ ກະຊວງ ກະສິກັມ ແລະປ່າໄມ້ ຂອງລາວ ຜູ້ຂໍສງວນຊື່ ທ່ານນຶ່ງ ເປີດເຜີຽ ເມື່ອມໍ່ໆມານີ້ວ່າ ຂົງເຂດທີ່ມີ ການລັກຕັດໄມ້ ເພື່ອການຄ້າເຖື່ອນ ຮຸນແຮງ ທີ່ສຸດ ໃນປັດຈຸບັນ ແມ່ນເຂດ ປ່າສງວນແຫ່ງຊາດ ນໍ້າກ່ານ ແຂວງບໍ່ແກ້ວ ແລະ ແຂວງ ຫລວງນໍ້າທາ.
ຈາກການສືບສວນ ສອບສວນທາງລັບ ຂອງ ໜ່ວຍສະເພາະກິຈ ກົມປ່າໄມ້ ເຮັດໃຫ້ຮູ້ວ່າ ປັດໃຈສໍາຄັນ ທີ່ເຮັດໃຫ້ ມີການລັກຕັດໄມ້ ເພື່ອ ການຄ້າເຖື່ອນ ໃນເຂດປ່າສງວນ ນໍ້າກ່ານ ຫລາຍຂຶ້ນນັ້ນ ແມ່ນຄວາມ ຕ້ອງການໄມ້ ຊນິດທີ່ຫາຍາກໃນປະເທສຈີນມີເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເປັນຕົ້ນ ໄມ້ຂະຍູງ, ໄມ້ດູ່, ໄມ້ ປະດົງ ແລະໄມ້ແຄນ ຊຶ່ງເປັນໄມ້ ປະເພດ ທີ່ມີຣາຄາແພງ.
ໃນເຂດປ່າສວນແຫ່ງນີ້ມີໄມ້ 4 ຊນິດດັ່ງກ່າວຢ່າງຫລວງຫລາຍ ແລະການຂົນໄມ້ ຈາກແຂວງບໍ່ແກ້ວໄປປະເທສຈີນ ກໍສະດວກເລືອກໄດ້ ຂົນທາງຣົດ ຕາມຖນົນເລກທີ 3 ຫລື ຂົນທາງເຮືອຂຶ້ນໄປ ຕາມລໍາ ແມ່ນໍ້າຂອງ ກໍໄດ້. ການລັກຕັດໄມ້ ເພື່ອການຄ້າໄມ້ ເຖື່ອນ ຈາກເຂດ ປ່າສງວນແຫ່ງຊາດ ນໍ້າ ກ່ານ ສາມາດເຮັດໄດ້ ສະດວກ ຍ້ອນການຄຸ້ມຄອງ ບໍ່ດີ ແລະ ມີຜູ້ມີອິດທິພົນ ລາວ ຢູ່ເບື້ອງຫລັງ.
ເຂດປ່າສງວນ ມີເນື້ອທີ່ 136,000 ເຮັກຕາ, ກວມເອົາພື້ນທີ່ ຂອງ ເມືອງຫ້ວຍຊາຍ ແລະ ເມືອງເມິງ ແຂວງບໍ່ແກ້ວ ແລະ ເມືອງວຽງພູຄາ ແຂວງ ຫລວງນໍ້າທາ. ເຈົ້າໜ້າທີ່ ຂັ້ນສູງ ຂອງກົມກວດກາ ປ່າໄມ້ ທ່ານນີ້ ປະເມີນວ່າ ປ່າໄມ້ທີ່ຖືກ ລັກຕັດ ໄປແລ້ວນັ້ນ ມີປະມານ 10% ຂອງ ເນື້ອທີ່ທັງໝົດ.