ທາງການບໍ່ແກ້ວເຕືອນການ ໃຊ້ຖນົນ
2014.01.08
ເຈົ້າໜ້າທີ່ ແຂວງບໍ່ແກ້ວ ເຕືອນປະຊາຊົນ ຣະວັງ ຕາມຖນົນ ຫົນທາງ ຫລັງຈາກ ຂົວມິຕພາບ ລາວ-ໄທ ແຫ່ງທີສີ່ ເປີດໃຊ້ໃນເດືອນກ່ອນ.
ປັດຈຸບັນ ມີຣົດໃຫຍ່ຣົດນ້ອຍ ແລ່ນຫລາຍຂຶ້ນ ຕາມຖນົນເລກທີ່ສາມ ຜ່ານຂົວມິຕພາບ ລາວ-ໄທ ແຫ່ງທີ່ສີ່ ການສັນຈອນເພິ້ມຂື້ນ ແລະອັນ ຕະຣາຍກໍເພິ້ມຂຶ້ນເຊັນກັນ ສະນັ້ນປະຊາຊົນຕ້ອງຣະມັດຣະວັງ ເຈົ້າໜ້າທີ່ ແຂວງບໍ່ແກ້ວທ່ານນັ້ນເວົ້າວ່າ:
“ເມື່ອມີການສັນຈອນ ຫລາຍຂື້ນ ຊຸມຊົນກະຕ້ອງມີການປັບໂຕ ສະເພາະແລ້ວເຣື້ອງການຂັບຂີ່ບົນຖນົນ.”
ເຈົ້າໜ້າທີ່ທ່ານນີ້ເວົ້າອີກວ່າ ຜ່ານມາເຖິງວ່າ ການສັນຈອນເພິ້ມຂຶ້ນໂດຍສະເພາະຢູ່ໃນເຂດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແຕ່ກໍຍັງບໍ່ທັນມີ ອຸປຕິເຫດຫຼາຍ. ເຖິງຢ່າງໃດປະຊາຊົນບໍ່ຄວນປະໝາດຜູ້ຂັບຣົດ ກໍຕ້ອງຜ່ອນຄວາມໄວແລະໃຫ້ຣະວັງຄົນແລະສັດທີ່ຂ້າມຖນົນ.
ປັດຈຸບັນມີຣົດນັກທ່ອງທ່ຽວແລະຣົດຂົນສົ່ງແລ່ນຜ່ານຂົວມິຕພາບ ລາວ-ໄທ ແຫ່ງທີສີ່ ຫລາຍຂື້ນຊຶ່ງເປັນຂົວຂ້າມແມ່ນໍ້າຂອງຣະຫວ່າງເມືອງ ຫ້ວຍຊາຍແຂວງບໍ່ແກ້ວແລະເມືອງຊຽງຂອງ ແຂວງຊຽງຮາຍຂອງໄທ. ຄົນຂັບຣົດຕ່າງປະເທດ ເຊັ່ນໄທ ອາດຈະບໍລື້ງເຄີຍກັບ ການຂັບຣົດ ຢູ່ລາວ. ໃນຂນະດຽວກັນທາງການແຂວງບໍ່ແກ້ວ ກໍໄດ້ປະກາດເຕືອນ ຜູ້ຂັບຣົດ ເຊັ່ນກັນວ່າ ຕ້ອງປະຕິບັດຕາມກົດຈາຣະຈອນ ຢ່າງເຄັ່ງຄັດ.
ໄທແລະຈີນລົງທຶນສ້າງຂົວມິຕພາບ ລາວ-ໄທ ແຫ່ງທີສີ່ ກໍເພື່ອເຊື່ອມກັບຖນົນເລກທີ່ 3 ທີ່ຕັດຜ່ານແຂວງບໍ່ແກ້ວແລະຫລວງນໍ້າທາແລະເພື່ອ ໃຫ້ຄວາມສະດວກສະບາຍແກ່ການທ່ອງທ່ຽວ ແລະໂດຍສະເພາະ ການຂົນສົ່ງສິນຄ້າ ຂອງຈີິນແລະໄທ.