ຊາວບ້ານຍັງບໍ່ຍອມໂຄງການ ສນາມບິນ

ສິດນີ
2014.03.03
F-Bokeo ຊາວເມືອງຕົ້ນເຜິ້ງ ຍັງເຝົ້າຍາມ ໄຮ່ນາ ຂອງພວກຂະເຈົ້າຢູ່
RFA/Lx

 

ຊາວ ແຂວງບໍ່ແກ້ວ ເວົ້າວ່າ ປັດຈຸບັນ ບັນຫາ ຂໍ້ຂັດແຍ່ງ ທີ່ດີນ ໃນໂຄງການ ສ້າງ ສນາມບິນ ທີ່ເມືອງ ຕົ້ນເຜິ້ງ ຣະຫວ່າງ ຊາວບ້ານ ສີບຸນເຮືອງ ບ້ານ ໂພນຮົ່ມ ບ້ານ ດອນຫນູນ ບ້ານ ເພັຽຍາມ ບ້ານ ຫມອກກະຈົກ ແລະ ບ້ານຄວ້ານ ກັບ ບໍຣິສັດ ດອກງີ້ວຄຳ ຍັງຄ້າງຄາ ແລະ ຜູ້ລົງທຶນ ກໍກໍາລັງ ເຈຣະຈາ ກັບ ຊາວບ້ານ ຢູ່.

"ໄດ້ຍີນຢູ່ ກະແມ່ນ ດຽວນີ້ ເຣື້ອງ ສະຖານທີ່ ຍັງບໍ່ທັນໄດ້ ແມ່ນເຣື້ອງ ສະຖານທີ່ ຍັງເປັນ ຂອງ ປະຊາຊົນ ຢູ່".

ທ່ານກ່າວ ຕື່ມວ່າ ປັດຈຸບັນນີ້ ທາງໂຄງການ ຍັງບໍ່ ສາມາດ ຕົກລົງ ກັບຊາວບ້ານ ໄດ້ເທື່ອ ຊາວບ້ານ ຍັງບໍ່ພໍໃຈ ກັບເງິນ ທີ່ທາງການ ຈະຊົດເຊີຍ ໃຫ້ນັ້ນ ບໍ່ເຫມາະສົມ ເພາະ ຊາວບ້ານ ຢ້ານວ່າ ເມື່ອເອົາເງິນ ໄປແລ້ວ ຈະບໍ່ພໍ ກັບການ ໄປຫາຊື້ ທີ່ດິນ ບ່ອນໃຫມ່ ເພື່ອປູກຝັງ ລ້ຽງຄອບຄົວ.

ທ່ານວ່າ ເຖີງຢ່າງໃດ ກໍຕາມ ຄີດວ່າ ໂຄງການ ສ້າງສນາມບິນ ແຫ່ງນີ້ ຄົງຈະບໍ່ໄດ້ ສ້າງ ໃນໄວໆນີ້ ຢ່າງແນ່ນອນ ເພາະການ ເຈຣະຈາ ເນື້ອທີ່ ກັບຊາວບ້ານ ຈະໃຊ້ ເວລາ ພໍສົມຄວນ ກ່ອນຫນ້ານີ້ ຊາວບ້ານ ໄດ້ສເນີ ໃຫ້ທາງການ ຈ່າຍຄ່າ ຊົດເຊີຍ ໃນຈຳນວນເງີນ 5 ແສນບາດ ຕໍ່ນາ ແຕ່ທາງການ ບອກວ່າ ແພງເກີນໄປ ຈະຈ່າຍໄດ້ ສູງສຸດ 80 ພັນບາດ ຕໍ່ນາ ຊາວບ້ານ ບໍ່ຍອມ. ໃນເດືອນ ຜ່ານມາ ມີຂ່າວວ່າ ເຈົ້າຫນ້າທີ່ ຣະດັບ ສູງຂອງລາວ ໄດ້ໄປ ເຈຣະຈາ ກັບ ຊາວບ້ານ ແຕ່ຍັງ ບໍ່ມີ ຣາຍຣະອຽດ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.