ຫຼາຍບ້ານ ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີ ກຳລັງ ປະເຊີນກັບບັນຫາ ພັຍແລ້ງ ເນື່ອງຈາກປີນີ້ ປະຣິມານຝົນຕົກ ຢູ່ແຂວງ ໄຊຍະບູລີ ບໍ່ຫຼາຍຄືກັບແຂວງອື່ນໆ ເຮັດໃຫ້ຊາວກະສິກອນກັງວົນວ່າ ເຂົ້ານາປີຈະແຫ້ງຕາຍ ບໍ່ທັນໄດ້ເກັບກ່ຽວ ຈຶ່ງຢາກໃຫ້ ທາງການລາວເຂົ້າມາ ຊ່ອຍ, ດັ່ງປະຊາຊົນ ບ້ານນາມອນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ກ່າວຕໍ່ RFA ໃນວັນທີ 15 ຕຸລາ ນີ້ວ່າ:
"ແຫ້ງແລ້ງ ປະຊາຊົນ ກໍຈົ່ມວ່າບໍ່ມີນໍ້າເຂົ້ານາປີ ພວມສິອອກເຂົ້າ ບໍ່ມີນໍ້າໃສ່ດຽວນີ້ແຫ້ງແລ້ງຫຼາຍ ບໍ່ມີປີກາຍນີ້ ບໍ່ແຫ້ງ ປີກາຍນີ້ ມີຝົນ ປີນີ້ບໍ່ມີຝົນ ອ່າງທີ່ເຄີຍໃຊ້ລໍ່ລ້ຽງເຮັດນາ ແກ່ຊາວນານີ້ກໍ່ແຫ້ງແລ້ງ ເລີຍປີນີ້ ບໍ່ມີນໍ້າ."
ຍາງນາງໄດ້ກ່າວຕື່ມວ່າ ບ້ານາບອນ ທີ່ເປັນບ້ານໃຫຍ່ ປະຊາຊົນ 300 ຄອບຄົວ ກໍ່ຈົ່ມກັນຫຼວງຫຼາຍ ວ່າປີນີ້ຝົນບໍ່ຕົກ ເຮັດໃຫ້ ປະຣິມານ ນໍ້າໃນອ່າງເກັບນໍ້າ ບ້ານນາບອນແຫ້ງ ຈົນບໍ່ສາມາດປ່ອຍນໍ້າລົງໃສ່ຄອງຊົລປະທານໄດ້ ແລະເບິ່ງຈາກສະພາບ ບັນຫາພັຍແລ້ງປີນີ້ມາໄວ ປະຊາຊົນຫຼາຍຄອບຄົວ ອາດຈະບໍ່ເຮັດນາແຊງ.
ນອກຈາກນັ້ນຍັງມີປະຊາຊົນ ບ້ານຫາດແດງ, ບ້ານປົ່ງແດງ ແລະ ອີກຫຼາຍບ້ານ ກໍ່ປະເຊີນກັບບັນຫາ ພັຍແລ້ງໜັກ ເຊັ່ນດຽວກັນ. ດັ່ງ ຍານາງກ່າວຕື່ມວ່າ:
"ປີນີ້ແລ້ວຄັນເວົ້າແທ້ນໍ້າບໍ່ຢາກພໍເນາະ ເຮັດນາກໍນໍ້າຝົນບໍ່ຫຼາຍ ຝາຍກໍ່ບໍ່ພໍແຫ້ງ ບໍ່ມີນໍ້າຖ້າເຮົາໄປເຮັດນາແຊງ ແຮງແຫ້ງໄປເຕັກ."
ເຈົ້າໜ້າທີ່ຂແນງປູກຝັງ ຜແນກກະສິກັມ ແລະປ່າໄມ້ ແຂວງໄຊຍະບູລີ ກ່າວຕໍ່ RFA ໃນມື້ດຽວກັນວ່າ ນອກຈາກໃນແຂວງ ປະເຊີນກັບ ພັຍແລ້ງ ອີກບັນຫານຶ່ງ ກໍແມ່ນຊົລປະທານເປ່ເພ ເຊິ່ງບໍ່ສາມາດສົ່ງນໍ້າໄປ ໃຫ້ພື້ນທີ່ຫ່າງໄກໄດ້.
"ຊົລປະທານ ນີ້ຢາກສນອງນໍ້າບໍ່ໄດ້ເຕັມເມັດເຕັມໜ່ວຍ ເນື່ອງຈາກວ່າຄອງມີການຮົ່ວໄຫຼ ນຶ່ງວ່າມັນເປັນຄອງດິນ ນໍ້າມັນກະໄປບໍ່ທົ່ວເຖິງ ຊ່ວງບໍ່ທັນ ເຂົາກະຫັນໄປປູກພືດອື່ນແທນ."
ເຖິງຢ່າງໃດກໍຕາມ ທາງການແຂວງໄຊຍະບູລີ ຍັງບໍ່ທັນມີແຜນ ໃນການເຂົ້າມາຊ່ອຍເຫຼືອຊາວ ກະສິກອນ ທີ່ກຳລັງປະເຊີນ ກັບບັນຫາພັຍ ແຫ້ງແລ້ງໃນໄວໆນີ້ ເນື່ອງຈາກເປັນພັຍທັມຊາດ ແຕ່ກໍຈະພຍາຍາມລົງສ້ອມແປງ ຄອງຊົລປະທານ ເພື່ອຈະປ່ອຍນໍ້າ ຈາກອ່າງເກັບນໍ້າ ໃຫ້ປະຊາຊົນໄດ້ປູກພືດ ທົດແທນ ການປູກເຂົ້ານາແຊງ ທີ່ຈະຕ້ອງໃຊ້ ນໍ້າປະຣິມານຫຼາຍ.