ມ.ປາກງື່ມສ້ອມແປງໂຮງຮຽນ
2018.04.12

ໂຮງຮຽນປະຖົມສົມບູນ ກວ່າ 70 ແຫ່ງ ໃນເມືອງປາກງື່ມ ນະຄອນຫຼວງວຽງຈັນ ກໍາລັງສ້ອມແປງ ອາຄານຫ້ອງຮຽນ ທີ່ເພພັງ ຍ້ອນພະຍຸ ຣະດູຮ້ອນ ເມື່ອວັນທີ 21 ເດືອນ ກຸມພາ 2018. ມາຮອດປັດຈຸບັນ ການສ້ອມແປງກໍຍັງບໍ່ແລ້ວເທື່ອ. ດັ່ງເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະກິລາ ເມືອງປາກງື່ມ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 11 ເມສາ ນີ້ວ່າ:
“ໂອ້ ຢູ່ສະເພະເມືອງປາກງື່ມເນາະ ໂຮງຮຽນ ແລະກໍເຮືອນ, ມີເຮືອນປະຊາຊົນ ມີໂຮງຮຽນນໍາ ແຕ່ວ່າ ໂຮງຮຽນຫັ້ນ ສັງກະສີ ອິຫຍັງ ເປິດ ໝົດຫລັງ ເທື່ອແລ້ວນີ້.”
ທ່ານກ່າວຕື່ມວ່າ ການສ້ອມແປງ, ການມຸງຫຼັງຄາອາຄານຫ້ອງຮຽນ ແລະຫ້ອງນໍ້າຍັງຫຍຸ້ງຍາກ ເພາະວ່າ ບໍ່ສາມາດສ້ອມແປງ ໃນເວລາມີ ການຮຽນການສອນໄດ້ ສະນັ້ນ ການສ້ອມແປງຈຶ່ງລ່າຊ້າ.
ຍານາງ ບົວວອນ ສຸກລາແສງ ຜູ້ອໍານວຍການ ຫ້ອງວ່າການໂຄສົກ ນະຄອນຫລວງວຽງຈັນ ຣາຍງານວ່າ ພະຍຸຣະດູຮ້ອນ ທີ່ພັດເຂົ້າ ເມື່ອ ວັນທີ່ 21 ເດືອນກຸມພາ 2018 ໄດ້ສ້າງຄວາມເສັຍຫາຍໃຫ້ 3 ເມືອງ ໃນຄອນຫຼວງວຽງຈັນ ຄື: ເມືອງປາກງື່ມ ອາຄານ ໂຮງຮຽນເພພັງ 70 ຫລັງ, ເຮືອນປະຊາຊົນ ເສັຍຫາຍທັງໝົດ 4 ຫລັງ, ເມືອງໄຊທານີ ເຮືອນປະຊາຊົນ ເພ 1 ຫລັງ ແລະເມືອງສີໂຄດຕະບອງ ແຕ່ບ້ານ ດົງນາໂຊກ ຫາບ້ານໜອງບຶກ ເສົາໄຟຟ້າແຮງກາງ 22 ກິໂລໂວ່ນ ຫັກ 22 ຕົ້ນ. ສ່ວນມູນຄ່າຄວາມເສັຍຫາຍ ຈາກພາຍຸຣະດູຮ້ອນ ໃນ ເທື່ອນີ້ ຢູ່ນະຄອນຫລວງວຽງຈັນ ເສັຍງົບປະມານ ຫຼາຍຕື້ກີບ.