ນໍ້າເສັຽຈາກບໍ່ແຮ່ ວຽດນາມ ໄຫຼລົງ ນໍ້າຕອນ

ສຸພັດຕາ
2019.03.15
ບ້ານນາຫອຍ, ເມືອງສັງທອງ, ນະຄອນຫຼວງວຽງຈັນ
ຮູບພາບຈາກ : ນັກຂ່າວພົລເມືອງ

ຊາວບ້ານ ບ້ານນາຫອຍ, ເມືອງສັງທອງ, ນະຄອນຫຼວງວຽງຈັນ ຈໍານວນ 179 ຄອບຄົວ 868 ຄົນ ກັງວົນຢ້ານວ່າ ພວກຕົນແລະສັດລ້ຽງ ເຈັບປ່ວຍ ຍ້ອນໂຮງງານບໍ່ແຮ່ ຢູ່ພູ ດາວສູງ ຂອງບໍຣິສັດ Sky Mining ຂອງວຽດນາມ ປ່ອຍນໍ້າເສັຍລົງສູ່ນໍ້າຕອນ ແຕ່ວັນທີ 4 ພຶສພາ 2018 ທີ່ເຮັດໃຫ້ປາຕາຍ.

ປັດຈຸບັນ ບໍຣິສັດບໍ່ແຮ່ວຽດນາມ ໄດ້ຕັນນໍ້າເສັຍບໍ່ໃຫ້ໄຫຼລົງມາດ້ານລຸ່ມ, ແຕ່ນໍ້າເສັຍນັ້ນກໍຊຶມລົງຢູ່, ອີງຕາມຄຳເວົ້າຂອງຊາວບ້ານ ບ້ານນາ -ຫອຍ ໃນວັນທີ 14 ມີນານີ້:

“ບາງມື້ກໍປ່ອຍ ບາງມື້ກໍບໍ່ປ່ອຍ ເຂົາເຈົ້າຕັນໄວ້ແລ້ວດຽວນີ້ ແຕ່ວ່າ ມັນກໍຈະມີການຊຶມລົງມາຢູ່ດອກ ເພາະມັນເປັນນໍ້າເສັຍ, ປະຊາຊົນກໍຢ້ານ ຢ້ານແບບວ່າ ບໍ່ເປັນກະທັນຫັນ ຢ້ານມັນຊຶມເຊື້ອໄປແລ້ວ, ດົນໆມັນຄ່ອຍເກີດ ຄ່ອຍເປັນຫັ່ນນາ, ເດັກນ້ອຍລົງໄປຫຼີ້ນ ເປັນຕຸ່ມເປັນເປື່ອຍ ແລ້ວກໍປິ່ນປົວໄດ້ ຍັງບໍ່ຂັ້ນວ່າເສັຍຊີວິດ ຍ້ອນນໍ້າຕອນນີ່ນ່າ ຕໍ່ໜ້າໄປນັ້ນມັນເປັນແນວໃດ ຜູ້ເຈັບຜູ້ເປັນ ມັນເປັນຍ້ອນນໍ້າຕອນບໍ່ ເປັນຍ້ອນ ອັນໃດກໍບໍ່ຮູ້.”

ທ່ານກ່າວຕື່ມວ່າ ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ລົງໄປກວດກາ ແລະນໍານໍ້ານັ້ນ ໄປວິເຄາະພາຍຫຼັງທີ່ອໍານາດການປົກຄອງ ທ້ອງຖິ່ນ ໄດ້ຂຽນໃບສເນີເຖິງຂັ້ນເມືອງ, ຂໍໃຫ້ມາກວດກາຢ່າງຮີບດ່ວນ ແລະຂນະນີ້ ກໍຢູ່ຣະຫວ່າງການລໍຜົນຂອງ ການກວດກາ ແລະ ວິເຄາະນັ້ນຢູ່.

ຊາວບ້ານໃນຈໍານວນ 179 ຄອບຄົວນັ້ນ, ມີ 30 ປາຍຄອບຄົວ ແລະ ສັດລ້ຽງປະເພດ ງົວ, ຄວາຍ ຂອງ ພວກຂະເຈົ້າ ຈໍາເປັນຕ້ອງໄດ້ ໃຊ້ນໍ້າ ຈາກນໍ້າຕອນ ທີ່ອາດມີສານເຄມີປົນເປື້ອນຢູ່. ໃນຂນະທີ່ ອີກ 130 ປາຍຄອບຄົວ ທີ່ພໍມີຖານະດີແດ່ ກໍເຈາະ ນໍ້າບາດານມາກິນ ມາໃຊ້ເອງ:

“ເອົາໄປເອົາມາບໍ່ຊ່າງຊິວ່າ ສເນີນໍາຜູ້ໃດ ກໍຄືພວກເຈົ້າຮູ້ແຫຼະ ມັນທໍ້ ຢູ່ບ້ານເຮັດແລ້ວ ຮັກສາສິ່ງແວດລ້ອມ, ອົດສາສເນີໄປ ບໍ່ມີໃຜເວົ້າ ໃຜວ່ານໍາ ໃຜເວົ້າຫຼາຍກໍຈັບ ສິໃໝ ເຂົາເວົ້າຂູ່ ກໍເດືອດຮ້ອນ.”

ເຖິງຢ່າງໃດກໍຕາມ ອີງຕາມຄໍາເວົ້າຂອງຊາວບ້ານທ່ານນີ້ ແລ້ວແມ່ນວ່າ ຊາວບ້ານ ບ້ານນາຫອຍທຸກຄົນ ຍັງລໍຖ້າໃຫ້ພາກສ່ວນ ກ່ຽວຂ້ອງ ເຂົ້າມາຊ່ອຍແກ້ໄຂຢ່າງຮີບດ່ວນ ຍ້ອນບໍ່ແມ່ນແຕ່ບ້ານນາຫອຍ ທີ່ໄດ້ຮັບຜົນກະທົບ, ແຕ່ຍັງມີຊາວບ້ານ ບ້ານຫ້ວຍຄໍານໍາດ້ວຍ.

ອີງຕາມການຣາຍງານຂ່າວ ຂອງໜັງສືພິມວຽງຈັນໃໝ່ ລົງວັນທີ 13 ມິນາ ນີ້, ສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາ ປະຊາຊົນ ນະຄອນຫຼວງວຽງຈັນ ກໍໄດ້ລົງເຜີຍແຜ່ວຽກງານ ຂອງຣັຖບານ ປະຈໍາປີ 2018, ພ້ອມທັງຮັບຟັງບັນຫາ ຂອງຊາວບ້ານ ບ້ານນາຫອຍ ກ່ຽວກັບບໍຣິສັດ ບໍ່ແຮ່ວຽດນາມ ປ່ອຍນໍ້າເສັຍລົງສູ່ ຫ້ວຍນໍ້າຕອນ ເພື່ອເອົາໄປສເນີຕໍ່ຂັ້ນເທິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.