ຝຸງປາຢູ່ນໍ້າຕອນຕາຍ ຢ່າງບໍ່ຮູ້ ສາເຫດ

ໄມຊູລີ
2018.11.12
ປາຕາຍ ຢູ່ນໍ້າຕອນ ເຂດບ້ານໃຫຍ່ ນາຈະເຣີນ ເມືອງສັງທອງ ນະຄອນຫລວງວຽຈັນ ທີ່ ຊາວບ້ານເກັບມາ ໂຮມກັນໄວ້
Citizen journalist

ເມື່ອວັນທີ່ 8 ພຶສຈິກາ ຜ່ານມາ ເກີດເຫດການ ຝູງປາ ແລະສັດນໍ້າ ຈໍານວນຫຼວງຫຼາຍຕາຍ ໂດຍບໍ່ຮູ້ສາເຫດ ຢູ່ບໍຣິເວນນໍ້າຕອນ ບ້ານໃຫຍ່ ນາຈະເຣີນ ເມືອງສັງທອງ ນະຄອນຫລວງວຽຈັນ ສ້າງຄວາມແຕຫຕື່ນ ໃຫ້ແກ່ຊາວບ້ານ ແລະມີຊາວບ້ານ ບາງຄົນ ໄປເກັບເອົາປາຕາຍນັ້ນ ໄປຂາຍຢູ່ຕລາດນໍາອີກ. ຫລັງຈາກເຫດການດັ່ງກ່າວ ເຈົ້າໜ້າທີຫ້ອງການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແລະ ເຈົ້າໜ້າທີ່ ຂັ້ນບ້ານ ໄດ້ລົງພື້ນທີ່ ໄປກວດສອບຫາສາເຫດ ທີ່ຝູງປາຕາຍ ແຕ່ຍັງບໍ່ທັນສລຸບຜົນໄດ້ວ່າ ແມ່ນເປັນຍ້ອນຫຍັງ. ດັ່ງ ເຈົ້າໜ້າທີ່ ຂັ້ນບ້ານ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 12 ພຶສຈິກາ ນີ້ວ່າ:

”ເຣືອງປາຕາຍ ພວກເຮົາກໍາລັງປະຊຸມເຣື້ອງປາຕາຍ ກໍາລັງຊິແກ້ໄຂ ໂຕນີ້ເດີ ຈັກນ້ອຍຈິ່ງຄ່ອຍວ່າກັນ.”

ປະຊາຊົນໃນເຂດ ຝຸງປາຕາຍນັ້ນມີ ຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີວ່າ ມີຄວາມເປັນໄປໄດ້ສູງ ວ່າສາເຫດປາຕາຍ ເທື່ອນີ້ ແມ່ນຈາກ ສານເຄມີ ໃນສວນກ້ວຍ ເຂດບ້ານໃຫຍ່ນາຈະເຣີນ ຊຶ່ງຍັງມີສວນປູກກ້ວຍ ຢູ່ຫຼາຍເຮັກຕ່າ ແລະຍັງໃຊ້ ສານເຄມີຫຼາຍຢູ່. ທ່ານ ເວົ້າວ່າ:

“ໂອ້ເຫັນເຂົາເຈົ້າ ອັນນັ້ນຢູ່ ຢ້ານແນວນັ້ນເປັນຍ້ອນ ນໍ້າເສັຍຫັ້ນແຫລະ ມັນມີສານເຄມີ ເຂົາວ່າເປັນນໍາອັນນັ້ນເນາະ ແຕ່ຂ້ອຍກໍຍັງບໍ່ຮູ້ ສາເຫດຣະອຽດ ຫັ້ນນະ ໂອ້ຢູ່ນີ້ກໍຫລາຍເຕິບ ແຕ່ຂ້ອຍກໍບໍ່ຮູ້ວ່າ ເນື້ອທີ່ມັນເທົ່າໃດ.”

ທ່ານກ່າວຕື່ມວ່າ ຢ່າງໃດກໍຕາມ ຢາກໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງຕິດຕາມກວດກາ ແລະສລຸບສາເຫດການຕາຍ ຂອງສັດນໍ້າ ໂດຍໄວທີ່ສຸດ ຮວມທັງເອົາຄວາມຜິດ ກັບພາກສ່ວນທີ່ເຮັດໃຫ້ ນໍ້າເສັຍ ຖ້າພົບວ່າເກີດຈາກ ສວນກ້ວຍຂອງຈີນແທ້ ຄວນເອົາມາຕການ ຢ່າງເດັດຂາດ.

ເຫດການປາຕາຍ ໂດຍບໍ່ຮູ້ສາເຫດຄັ້ງນີ້ ມີຜູ້ຄົນຖ່າຍ ວິດິໂອ ແລະນໍາເຜີຍແພ່ ທາງສືສັງຄົມອອນລາຍ ຫລາຍໆຄົນ ສະແດງຄວາມເຫັນວ່າ ອາດຍ້ອນສານເຄມີ ໃນສວນກ້ວຍມີສ່ວນ ເຮັດໃຫ້ ປາ ແລະ ສັດນໍ້າຕາຍ.

ຫລ້າສຸດ ວັນທີ 12 ພຶສຈິກາ, ທາງການເມືອງສັງທອງ ນະຄອນຫລວງວຽງຈັນ  ໄດ້ອອກແຈ້ງການ ຫ້າມປະຊາຊົນ ນຳເອົາປາທີ່ຕາຍ ຢູ່ ນ້ຳຕອນມາກິນມາຂາຍ ຢ່າງເດັດຂາດ, ແລະໃຫ້ເອົາໄປທຳລາຍ ຫລືຝັງດິນ. ນອກຈາກນີ້ ທາງການເມືອງສັງທອງ ໄດ້ຕັ້ງຄນະກັມມະການ ກວດສອບຫາສາເຫດການຕາຍ ຂອງປາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.