ຖນົນ ບໍ່ແລ້ວ ຊັກຊ້າ ຕໍ່ມາ ສັ່ງໂຈະ

ອຸ່ນແກ້ວ ສຸກສະຫວັນ
2019.02.14
ເສັ້ນທາງແຕ່ 3 ແຍກຈີ່ນາຍໂມ້ ຫາບ້ານຫ້ອມ ທີ່ເປັນ 1 ໃນໂຄງການທີ່ບໍ່ສຳເຣັດຈັກເທື່ອ ທັງທີ່ກໍ່ສ້າງມາເປັນ ເວລາດົນເກືອບປີ 10 ແລ້ວ
RFA/ຮູບຖ່າຍໂດຍ: ພູວົງສ໌

ໜັງສີືພິມເສຖກິດການຄ້າຂອງລາວ ໄດ້ຣາຍງານວ່າ, ຂະແໜງຂົງທາງຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງ ໄດ້ສັ່ງໂຈະການ ກໍ່ສ້າງເສັ້ນ 5 ສາຍ ໃນວັນທີ 31 ມົກກະຣາ ທີ່ຜ່ານມາຍ້ອນຂາດງົບປະມານ. ເພື່ອຂໍຄວາມກະຈ່າງແຈ້ງ ກ່ຽວກັບເຣື່ອງນີ້, ໃນວັນທີ 7 ກຸມພາ ເອເຊັຍເສຣີ ໄດ້ຕິດຕໍ່ຫາ ທ່ານ ເດດສົງຄາມ ທຳມະວົງ ຫົວໜ້າຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງ.

ທ່ານ ເດດສົງຄາມ ທຳມະວົງ ຫົວໜ້າຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງ ໄດ້ກ່າວຕໍ່ເອເຊັຍເສຣີວ່າ:

"ໂອ້! ບໍ່ທັນຮູ້ເທື່ອເຈົ້າ, ບໍ່ທັນຮູ້ນ່າເຈົ້າ, ມີແຈ້ງການບໍ່ເຈົ້າ, ທຳມະດາ ຕ້ອງມີແຈ້ງການມາຫາພວກເຮົາ."

ມາເບິ່ງຄຳຕອບຂອງທ່ານ ເດດສົງຄາມ ທຳມະວົງ ຈະເຫັນວ່າມັນຂັດກັນກັບຂໍ້ມູນທີ່ໜັງສືພິມເສຖກິດສັງຄົມ ຣາຍງານໄປນັ້ນ. ຂແນງການ ຂົວທາງຂອງຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງຣາຍງານວ່າມີການສັ່ງໂຈະ, ແຕ່ຫົວໜ້າຜແນກ ໂຍທາທິການໃຫ້ສຳພາດວ່າ, ບໍ່ທັນຮູ້ເຣື່ອງນີ້.

ເຖິງຢ່າງໃດກໍຕາມ, ເອເຊັຍເສຣີ ກໍໄດ້ພຍາຍາມໂທຫາ ທ່ານ ເດດສົງຄາມ ທຳມະວົງ ອີກຫລາຍຄັ້ງ, ເພື່ອຂໍຣາຍລະອຽດເພີ່ມຕື່ມກ່ຽວກັບ ເຣື່ອງນີ້, ແຕ່ ທ່ານ ບໍ່ຮັບໂທຣະສັບ.

ໂຄງການເສັ້ນທາງ 5 ເສັ້ນ ທີ່ຈະຖືກສັ່ງໂຈະນັ້ນ, ເປັນໂຄງການທີ່ບໍຣິສັດເອກກະຊົນ ລົງທຶນກ່ອນ, ຊຶ່ງລວມມີ:

1.ເສັ້ນທາງສາມແຍກດອນນົກຂຸ້ມ ໄປຫາ ບ້ານສ້າງເຫວີຍ ຕໍ່ໃສ່ ບ້ານຈອມເພັດ ຄວາມຍາວເກືອບ 5 ກິໂລແມັດ, ແລະ ເສັ້ນທາງບ້ານ ສວນມອນ ໄປຫາ ບ້ານສ້າງເຫວີຍ ຕໍ່ໃສ່ ບ້ານດົງສະຫວາດ ມີຄວາມຍາວ ເກືອບ 3 ກິໂລແມັດ.

2.ເສັ້ນທາງບ້ານຫົວຊຽງ ໄປຫາ ເສັ້ນທາງ 450 ປີ ມີຄວາມຍາວ 19 ກິໂລແມັດ.

3.ເສັ້ນທາງໜອງໜ້ຽວ ໄປຫາ ບ້ານຈັດສັນ ຕໍ່ໃສ່ ບ້ານໜອງແຕ່ງ ມີຄວາມຍາວ ປະມານ 7 ກິໂລແມັດ.

4.ເສັ້ນທາງ T5 ໄລຍະທີ 1 ແລະ ໄລຍະທີ 2 ມີຄວາມຍາວ ທັງໝົດປະມານ 5 ກິໂລແມັດ.

5.ເສັ້ນທາງບ້ານເພັຽລາດ ໄປຫາ ບ້ານເຕົາໄຫ ເມືອງສັງທອງ ນະຄອນຫລວງວຽງຈັນ ຕໍ່ໃສ່ ຊາຍແດນແຂວງວຽງຈັນ ມີຄວາມຍາວ 22 ກິໂລແມັດ.

ໂຄງການເສັ້ນທາງ 5 ເສັ້ນ ທີ່ຖືກສັ່ງໂຈະນັ້ນ, ໄດ້ຖືກອະນຸມັດ ແຕ່ປີ 2011 ເປັນຕົ້ນມາ ມີມູນຄ່າທັງໝົດປະມານ 900 ຕື້ ກີບ.

ກ່ຽວກັບການສັ່ງໂຈະເສັ້ນທາງດັ່ງກ່າວ, ກໍເຮັດໃຫ້ປະຊາຊົນ ມີຄວາມລຳບາກຫລາຍໃນການເດີນທາງ, ດັ່ງ ປະຊາຊົນເມືອງສັງທອງ ຜູ້ທີ່ໄດ້ຮັບຜົນກະທົບ, ໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 05 ກຸມພາ ນີ້ວ່າ:

"ກະໂຈະ, ປີນີ້ຍັງບໍ່ມີແຜນການເຈົ້າ, ມັນໜີໄປແລ້ວເຈົ້າຂອງໂຄງການນະ, ເປັນທາງແດງ ຍາກນີ້ແຫຼະ, ທາງເປັນຂຸມເປັນຫຍັງ, ໄປ-ມາ ກະບໍ່ສະດວກຫຍຸ້ງຍາກ."

ນອກຈາກນີ້ ຍັງມີໂຄງການເສັ້ນທາງອີກຫລາຍເສັ້ນ ທີ່ສ້າງບໍ່ແລ້ວ ກໍ່ຄວາມເດືອດຮ້ອນໃຫ້ແກ່ຜູ້ທີ່ເດີນທາງ.

ຕົວຢາງ: ເສັ້ນທາງຈາກສີ່ແຍກໄຟແດງ ຕານມີໄຊ ໄປຫາ ສາມແຍກ ບ້ານສີເກີດ, ເລີ່ມສ້າງມາແຕ່ເດືອນຕຸລາ 2016, ໂດຍແມ່ນບໍຣິສັດ ຕັງຕະເລີນ ເປັນຜູ້ຮັບເໝົາກໍ່ສ້າງ, ໃນມູນຄ່າ 45 ລ້ານ ໂດລາ ແລະການກໍ່ສ້າງໄດ້ຢຸດສະງັກມາແຕ່ປີ 201 ຍ້ອນວ່າ ບໍຣິສັດມີບັນຫາ ທາງການເງິນ, ຊຶ່ງໂຄງການດັ່ງກ່າວ, ບໍຣິສັດຕັງຈະເລີນຈະໄດ້ໃຊ້ຈ່າຍເງິນກໍ່ສ້າງກ່ອນ, ຫລັງຈາກສ້າງສຳເຣັດແລ້ວ ຣັຖບານຈຶ່ງຈະຈ່າຍເງິນ ໃຫ້ຕາມພາຍຫລັງ, ຊຶ່ງໄລຍະການຈ່າຍຊຳລະ ແມ່ນ 7 ປີ ໃນອັດຕະດອກເບັ້ຽ 3.5 ເປີເຊັນ. ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນ ທາມສຂອງລາວ.

ກ່ອນໜ້ານີ້, ໂຄງການເສັ້ນທາງ ຕານມີໄຊ-ສາມແຍກສີເກີດ ຄວາມຍາວປະມານ 9 ກິໂລແມັດ, ແມ່ນບໍຣິສັດລາວເວີນ ອະສັງຫາຣິມະຊັບ ຈຳກັດ ເປັນຜູ້ໄດ້ສຳປະທານ ໃນປີ 2016, ແລະບໍຣິສັດລາວເວີນ ອະສັງຫາຣິມະຊັບຈຳກັດ ໄດ້ຖອນຕົວຈາກ ໂຄງການດັ່ງກ່າວ.

ດັ່ງນັ້ນ, ຣັຖບານຈຶ່ງມາເຊັນສັນຍາກັບບໍຣິສັດ ຕັງຈະເລີນ ຈຳກັດຜູ້ດຽວ, ເພື່ອກໍ່ສ້າງເສັ້ນທາງດັ່ງກ່າວ. ອີງຕາມໃບມອບສິດຂອງ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ລົງວັນທີ 29 ສິງຫາ 2016.

ເນື້ອໃນຂອງໃບມອບສິດຂອງ ທ່ານ ນາຍົກຣັຖມົນຕຣີ, ໄດ້ຕົກລົງມອບສິດໃຫ້ ນະຄອນຫລວງວຽງຈັນ ເປັນເຈົ້າຂອງໂຄງການ, ແລະ ເປັນເຈົ້າການເຊັນສັນຍາ ໂຄງການກໍ່ສ້າງເສັ້ນທາງເບຕົງແຕ່ 4 ແຍກໄຟແດງ ຕານມີໄຊ ຫາ ສາມແຍກສີເກີດ ຄວາມຍາວ 9.37 ກິໂລແມັດ (ຫລື ປະມານ 9 ກິໂລແມັດ ຖ້າເວົ້າເປັນຕົວເລກຖ້ວນ).

ມາເຖິງປັດຈຸບັນ ການກໍ່ສ້າງເສັ້ນທາງ ແຕ່ສີແຍກໄຟແດງ ຕານມີໄຊ ໄປຫາ ສາມແຍກສີເກີດ ກໍຍັງບໍ່ທັນສຳເຣັດ. ກ່ຽວກັບເຣື່ອງນີ້ ເອເຊັຽ ເສຣີ ໄດ້ໂທຣະສັບ ໄປຫາ ທ່ານ ລິດຕາ ຂັດຕິຍະ ຮອງຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະຂົນສົ່ງ, ເພື່ອຂໍຣາຍລະອຽດວ່າ ເປັນຫຍັງການກໍ່ສ້າງຈຶ່ງຊັກຊ້າ, ແຕ່ ທ່ານ ບໍ່ສະດວກທີ່ຈະໃຫ້ຄຳເຫັນໃນເຣື່ອງນີ້.

ນອກຈາກນີ້, ຍັງມີການກໍ່ສ້າງເສັ້ນທາງບ້ານຫ້ອມຍັງບໍ່ແລ້ວ:

ການກໍ່ສ້າງເສັ້ນທາງດັ່ງກ່າວມີຄວາມຍາວ 14 ກິໂລແມັດ, ເລີ້ມຈາກບ້ານຈີ່ນາຍໂມ້, ຜ່ານບ້ານບໍ່ໂອ ລົງໄປຫາບ້ານຫ້ອມ, ຈົນໄປຮອດ ບ້ານທ່ານາແລ້ງ, ຂຶ້ນກັບເມືອງຫາດຊາຍຟອງ ທີ່ຢຸດສະງັກມາແຕ່ກາງປີ 2017 ໄດ້ສ້າງຄວາມລໍາບາກ ໃຫ້ປະຊາຊົນ.

ຜູ້ຮັບຜິດຊອບໂຄງການເສັ້ນທາງນີ້ ໄດ້ເອົາງົບປະມານ ສ່ວນນຶ່ງ ມູນຄ່າ 1 ລ້ານ 7 ແສນ ໂດລາ, ໄປໃຊ້ເຂົ້າໃນການກໍ່ສ້າງ ຂົວດອນໂຂງ ຢູ່ແຂວງຈໍາປາສັກ ນັ້ນກ່ອນ. ອີງຕາມໜັງສືແຈ້ງການ  ຂອງຫ້ອງການກະຊວງໂຍທາທິການ ແລະຂົນສົ່ງ ລົງວັນທີ 19 ກັນຍາ ປີ 2017, ທ່ານ ບຸນຈັນ ສິນຣາຊະວົງ ຫົວໜ້າຫ້ອງ ການກະຊວງໂຍທາທິການ ແລະຂົນສົ່ງ ໄດ້ອອກແຈ້ງ ການໄປຫາກົມຂົວທາງເພື່ອ ໃຫ້ຊີ້ແຈງ ເຖິງເຫດ ຜົນທີ່ເອົາເງິນ ຈໍານວນ ດັ່ງກ່າວໄປໃຊ້ໃນ ໂຄງການກໍ່ສ້າງຂົວດອນໂຂງ ຢູ່ແຂວງ ຈໍາປາສັກ.

ແຕ່ ທ່ານ ບຸນຈັນ ສິນທະວົງ ຣັຖມົນຕຣີກະຊວງໂຍທາທິການ ແລະຂົນສົ່ງ, ໄດ້ຂຶ້ນກ່າວຢູ່ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 28 ພືສຈິກາ 2018 ທີ່ຜ່ານມາ ຕອນນຶ່ງວ່າ: ການກໍ່ສ້າງ ແລະ ສ້ອມແປງຖະໜົນ ຫົນທາງ ໃນໄລຍະຜ່ານມາ, ເຊິ່ງເຫັນວ່າມີຄຸນນະພາບຕ່ຳ, ແຕ່ມີມູນຄ່າການກໍ່ສ້າງສູງເກີນຄວາມເປັນຈິງ, ທັງແກ່ຍາວ ເວລາການກໍ່ສ້າງນັ້ນ, ແມ່ນເກີດຈາກໂຄງການລົງທຶນກ່ອນ ໂດຍບໍ່ຜ່ານການປະມູນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.