ຮຽກຮ້ອງ ເລັ່ງປັບປຸງ ເສັ້ນທາງກາສີ-ມ.ນານ ໃຫ້ປອດພັຍຂຶ້ນ

ສຸພັດຕາ
2022.03.21
ຮຽກຮ້ອງ ເລັ່ງປັບປຸງ ເສັ້ນທາງກາສີ-ມ.ນານ ໃຫ້ປອດພັຍຂຶ້ນ ການກໍ່ສ້າງເສັ້ນທາງ ເມືອງກາສີ ຫາ ເມືອງນ່ານ
RFA

ການເດີນທາງ ຜ່ານເສັ້ນທາງເຂດພູເກົ້າຫຼັກ ລະຫວ່າງ ເມືອງກາສີ ແຂວງວຽງຈັນ ກັບເມືອງນານ ແຂວງຫຼວງພຣະບາງ ຍັງເປັນບັນຫາທີ່ເຮັດໃຫ້ເກີດຄວາມຫຍຸ້ງຍາກ ແລະສ່ຽງທີ່ຈະເກີດອັນຕລາຍແກ່ຜູ້ໂດຍສານໄດ້ ຍ້ອນມັກເກີດສະພາບດິນເຈື່ອນໃສ່ທາງ ໃນຊ່ວງຝົນຕົກໜັກ ເຊັ່ນດຽວກັນກັບໃນໄລຍະນີ້ ທີ່ມີດິນເຈື່ອນໃນທາງຫຼາຍຈຸດ ແລະມີດິນຍຸບກກາງເສັ້ນທາງເປັນບາງຈຸດ ເຊິ່ງບັນດາຜູ້ປະກອບການຂົນສົ່ງ ແລະຣົຖນໍາທ່ຽວ ລ້ວນແລ້ວແຕ່ຕ້ອງການໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫາທາງແກ້ໄຂເປັນການຖາວອນ ບໍ່ໃຫ້ມີດິນເຈື່ອນລົງມາໃສ່ເສັ້ນທາງອີກ.

ດັ່ງຜູ້ປະກອບການຣົຖຕູ້ໂດຍສານ ນາງນຶ່ງ ກ່າວຕໍ່ວິຍຸເອເຊັຽເສຣີ ໃນວັນທີ່ 21 ມິນາ ນີ້ວ່າ:

“ຝົນຕົກແຮງໆຫັ້ນ ລະກະທາງຂາດ ທາງເຈື່ອນ ລະກະຂະເຈົ້າແປງໃຫ້ ບໍ່ ມັນປັບປຸງບໍ່ໄດ້ ເສັ້ນທາງໂຕນັ້ນ ມີແຕ່ແປງພໍໄປໄດ້ຊື່ໆນ່າ ສົມມຸດວ່າ ມັນເປັນກາງຄືນຫຍັງ ກະຕ້ອງໄດ້ຄ້າງເນາະ ກາງເວັນຊິບໍ່ໄດ້ຄ້າງດອກ ມັນທາງທຽວເດ້ ຂະເຈົ້າບໍ່ໃຫ້ຄ້າງຢູ່ແລ້ວ.”

ໃນຂະນະທີ່ ຜູ້ປະກອບການຣົຖຕູ້ໂດຍສານ ສໍາລັບນັກທ່ອງທ່ຽວ ອີກທ່ານນຶ່ງ ທີ່ຫາກໍໃຊ້ເສັ້ນທາງດັ່ງກ່າວ ໃນຫວ່າງມໍ່ໆນີ້ ກ່າວວ່າ ສະພາບດິນເຈື່ອນໃສ່ເສັ້ນທາງ ຢູ່ເຂດດັ່ງກ່າວ ເຮັດໃຫ້ເກີດສະພາບຣົຖຕິດຂັດເປັນເວລາ ປະມານ 2 ຊົ່ວໂມງ ຫຼືບາງເທື່ອ ກໍຫຼາຍກວ່ານັ້ນ ເຊິ່ງເປັນບັນຫາທີ່ເຮັດໃຫ້ເກີດຄວາມຫຍຸ້ງຍາກ ແລະເດີນທາງຫຼ້າຊ້າ ຈຶ່ງຈໍາເປັນຕ້ອງໄດ້ຮີບແກ້ໄຂແບບຮີບດ່ວນ.

ດັ່ງທ່ານກ່າວວ່າ:

“ພູເຈື່ອນຫັ້ນ ມີແຕ່ເກົ້າຫຼັກຢ່າງດຽວ ທີ່ມັນເຈື່ອນ ກາຍນັ້ນບໍ່ມີບັນຫາຫຍັງ ມັນບັນຫາກະຄື ນຶ່ງມາ ຣົຖຕາຍກາງທາງບໍ, ຣົຖລາກມັນຄາບໍ ຈັ່ງຊັ້ນນ່າ ຈະໄປຂວາທາງໝູ່ ເຮັດໃຫ້ຣົຖຫັ້ນໄປໄດ້ເລັນດຽວ ຈັ່ງຊັ້ນນ່າ ເສັຍເວລາຢູ່ຫັ້ນ 2 ຊົ່ວໂມງ.”

ຍ້ອນເກີດສະພາບດິນເຈື່ອນ ໃສ່ເສັ້ນທາງດັ່ງກ່າວຫຼາຍຈຸດ ເຮັດໃຫ້ຜູ້ປະກອບການຣົຖໂດຍສານ ແລະຣົຖຂົນສົ່ງ ແລະຊາວບ້ານຫຼາຍຄົນ ຕ້ອງໄດ້ມີການຕິດຕາມຂ່າວ ຫຼືມີການຖາມໝູ່ເພື່ອນ ທີ່ເດີນທາງຜ່ານເສັ້ນທາງດັ່ງກ່າວເປັນປະຈໍາ ນັ້ນກ່ອນ ຖ້າຫາກວ່າມີດິນເຈື່ອນຫຼາຍ ກໍຈະປ່ຽນເສັ້ນທາງໄປໃຊ້ທາງອື່ນແທນ ຍ້ອນເສັຍເວລາ ແລະສ່ຽງຕໍ່ອັນຕລາຍ.

ດັ່ງຊາວບ້ານນາງນຶ່ງ ກ່າວວ່າ:

“ເຫັນເຂົາເຈົ້າເວົ້າຢູ່ ວ່າ ຊ່ວງຝົນຕົກເທື່ອແລ້ວນີ້ ທາງມັນຢາກເຈື່ອນຫັ້ນນ່າ ຊິເຊັກເບິ່ງກ່ອນ ວ່າໄປໄດ້ບໍ່ຊ່ວງນີ້.”

ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານອີກທ່ານນຶ່ງ ທີ່ເດີນທາງຜ່ານເສັ້ນທາງ ກາສີ-ເມືອງນານ ຢູ່ເລື້ອຍໆ ກ່າວວ່າ ພາຍຫຼັງເກີດເຫດການດິນເຈື່ອນໃສ່ທາງ ໄດ້ປະມານ 1 ຫາ 2 ມື້ ກໍຈະມີພາກສ່ວນທີ່ກ່ຽວຂ້ອງ ເອົາຣົຖຈົກມາຈົກດິນເຈື່ອນນັ້ນອອກຈາກທາງ ເພື່ອຣະລາຍເສັ້ນທາງ ໃຫ້ຣົຖສາມາດແລ່ນໄປ-ມາໄດ້ປົກກະຕິ ເນື່ອງຈາກເຂດຕີນພູ ຈະມີເຈົ້າມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງຕັ້ງຈຸດປະຈໍາການຢູ່.

ດັ່ງທ່ານກ່າວວ່າ:

“ມີຝົນຕົກຫຼາຍເນາະ ດິນກະເຊາະເຈື່ອນ ກະປະມານມື້ 1 ມື້ 2 ເຂົາກາມາຍູ້ອອກໄປແລ້ວ ຕັກອອກໄປແລ້ວ ຕອນເວລານັ້ນ ຣົຖຂຶ້ນມາ ມັນຈະມາບໍ່ໄດ້ ມັນຄາ ເຂົາເລີຍຖ່າຍຮູບໂຕນັ້ນລົງໂຊຊ້ຽວ ມັນຈະເປັນແນວນັ້ນຊື່ດອກ ຂະເຈົ້າຈະເຄັຍທາງ ມື້ດຽວກະແລ້ວໆ ເສັ້ນທາງສາຍຫຼັກ ເຂົາກະຕ້ອງໄດ້ເຄັຍຕລອດແຫຼະເນາະ ມີທີມງານ.”

ທ່ານກ່າວຕື່ມວ່າ ເຖິງຢ່າງໃດກໍຕາມ ທ່ານເອງ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫາທາງແກ້ໄຂ ແລະປ້ອງກັນບໍ່ໃຫ້ດິນທີ່ເຊາະເຈື່ອນລົງຈາກພູນັ້ນ ບໍ່ໃຫ້ຕົກລົງມາໃສ່ເສັ້ນທາງດັ່ງກ່າວ ເນື່ອງຈາກ ຄັນດິນທີ່ເຈື່ອນລົງມານັ້ນ ໄດ້ຕົກລົງໃສ່ຣົຖທີ່ກໍາລັງແລ່ນຜ່ານ ຢ້ານວ່າ ຈະເຮັດໃຫ້ເກີດອຸບັດຕິເຫດ ຈົນເຖິງຂັ້ນມີການສູນເສັຍໄດ້ ແລະຄັນມີອຸບັດຕິເຫດເກີດຂຶ້ນ ທາງເຈົ້າໜ້າທີ່ກູ້ພັຍ ກໍຈະຕ້ອງເລັ່ງຂັບຣົຖຂຶ້ນມາຊ່ອຍເຫຼືອຄົນເຈັບ ໃຫ້ທັນເວລານໍາດ້ວຍ.
ທາງດ້ານເຈົ້າໜ້າທີ່ ຢູ່ແຂວງຫຼວງພຣະບາງ ທີ່ມີໜ້າທີ່ຕິດຕາມກວດກາສະພາບການເດີນທາງ ຜ່ານເຂດພູເກົ້າຫຼັກ ກ່າວວ່າ ປັດຈຸບັນ ຢູ່ເສັ້ນທາງດັ່ງກ່າວ ມີດິນເຊາະເຈື່ອນໃສ່ເສັ້ນທາງແທ້ ແລ້ວກໍໄດ້ມີເຈົ້າໜ້າທີ່ໄດ້ໄປເຄັຍ ແລະໃຊ້ຣົຖຍູ້ດິນນັ້ນອອກຈາກທາງໃຫ້ຊົ່ວຊາວແລ້ວ ໃນຂະນະທີ່ ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງເອງ ກໍໄດ້ກະຕຣຽມແຜນປັບປຸງເສັ້ນທາງ ຈຸດທີ່ເປ່ເພເສັຍຫາຍ ຍ້ອນຖືກດິນເຈື່ອນໃສ່ ພາຍໃນມໍ່ໆນີ້.

ດັ່ງທ່ານກ່າວວ່າ:

“ແມ່ນແຫຼະ ມີບັນຫາຢູ່ ເພາະວ່າ ທາງມັນເຈື່ອນຫັ້ນນ່າ ແມ່ນ ມີແຜນສ້ອມແປງຢູ່ ແຕ່ວ່າ ຍັງບໍ່ທັນແລ້ວເທື່ອເນາະ ອີກຕື່ມປະມານ ອາທິດນຶ່ງ 2 ອາທິດນີ້ແຫຼະ ກາໜ້າຈະທຽວໄດ້ລະ.”

ທ່ານກ່າວອີກວ່າ ສໍາລັບນັນທ່ອງທ່ຽວ ຫຼືຊາວບ້ານທີ່ມີຄວາມປະສົງ ຈະເດີນທາງຈາກນະຄອນຫຼວງວຽງຈັນ ຫຼືຈາກເມືອງວັງວຽງ ຂຶ້ນມາ ແຂວງຫຼວງພຣະບາງ ໃນໄລຍະນີ້ ກໍຢາກແນະນໍາ ໃຫ້້ເດີນທາງດ້ວຍຣົຖໄຟລາວ-ຈີນ ແທນທີ່ຈະຂີ່ຣົຖຜ່ານເສັ້ນທາງ ກາສີ-ເມືອງນານ ເພື່ອຮັບປະກັນຄວາມປອດພັຍ ເຊິ່ງຈາກສະຖານີຣົຖໄຟຫຼວງພຣະບາງ ເຂົ້າມາຮອດນະຄອນຫຼວງພຣະບາງ ກໍມີຣົຖຮັບ-ສົ່ງ ນັກທ່ອງທ່ຽວໄວ້ບໍຣິການແລ້ວ.

ຢ່າງໃດກໍຕາມ ໃນໄລຍະທີ່ຜ່ານມາ ຣົຖທີ່ແລ່ນຜ່ານເສັ້ນທາງເຂດພູເກົ້າຫຼັກ ກາສີ-ເມືອງນານ ກໍໄດ້ເກີດອຸບັດຕິເຫດຫຼາຍຄັ້ງ ແລະມີຜູ້ເສັຍຊີວິດ ແລະບາດເຈັບຫຼາຍຄົນແລ້ວ, ຫຼ້າສຸດນີ້ ໃນວັນທີ່ 6 ມິນາ ທີ່ຜ່ານມາ ໄດ້ເກີດເຫດຊາວບ້ານຂັບຣົຖໃຫຍ່ ເສັຍຫຼັກປີ້ນລົງຂ້າງທາງຢູ່ເຂດພູເກົ້າຫຼັກ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບສາຫັດ 2 ຄົນ ແລະກ່ອນໜ້ານັ້ນ ໃນເດືອນກຸມພາ ປີ 2021 ກໍໄດ້ເກີດເຫດການ ຣົຖໃຫຍ່ແລ່ນຕົກເຫວຢູ່ເຂດດັ່ງກ່າວ ເຮັດໃຫ້ມີຜູ້ບາດເຈັບ 4 ຄົນ ແລະບໍ່ມີຣາຍງານຜູ້ເສັຍຊີວິດ.

ແລະເຖິງແມ່ນວ່າ ໃນເດືອນພຶສພາ ປີ 2021 ພາກສ່ວນທີ່ກ່ຽວຂ້ອງ ໄດ້ມີການປັບປຸງ ແລະສ້ອມແປງເສັ້ນທາງດັ່ງກ່າວ ໂດຍການປູຢາງແລ້ວກໍຕາມ ແຕ່ກໍຍັງເກີດຫາງສຽງວິພາກວິຈານໃນສື່ສັງຄົມອອນລາຍນ໌ ວ່າ ເປັນການແກ້ໄຂແບບສະເພາະໜ້າເທົ່ານັ້ນ ຍັງບໍ່ທັນເຮັດໃຫ້ເສັ້ນທາງມີຄວາມແຂງແຮງ ແລະມີຄວາມໜາ ທີ່ຈະສາມາດຮອງຮັບການສັນຈອນ ໃນທຸກສະພາບອາກາດໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.