ບັນຫາຂີ້ເຫຍື່ອຢູ່ ນະຄອນຫຼວງ ວຽງຈັນ

ມະນີຈັນ
2017.12.13
f-trash ບ່ອນຖິ້ມຂີ້ເຫຍື້ອ ທີ່ຖືກປ່ອຍປະໄວ້ຫລາຍມື້ ກ່ອນຈະມີການຝັງ ຫລືຈູດເຜົາ ຈົນສົ່ງກິ່ນເໝັນ ອອກລົບກວນຊາວບ້ານ
RFA

ການຖິ້ມຂີ້ເຫຍື້ອ ແບບຊະຊາຍໃນນະຄອນຫລວງວຽງຈັນ ຍັງເປັນບັນຫາຊໍາເຮື້ອ ທີ່ແກ້ໄຂໄດ້ຍາກ ທີ່ສຸດ ໃນປັດຈຸບັນ ຍ້ອນປະຊາຊົນ ຢູ່ ນະຄອນຫຼວງວຽງຈັນ ແລະນັກທ່ອງທ່ຽວນັບມື້ຫຼາຍຂຶ້ນ ແຕ່ບ່ອນຖິ້ມຂີ້ເຫຍື້ອບໍ່ພຽງພໍ ເຮັດໃຫ້ແຄມຖນົນບາງແຫ່ງ ມີກອງຂີ້ເຫຍື້ອ ຢູ່ຫຼາຍ ສົ່ງກິ່ນເໝັນ ລົບກວນປະຊາຊົນທີ່ຢູ່ໃກ້ຄຽງ ແລະບໍ່ເປັນໜ້າເບິ່ງ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ເມືອງສີໂຄຕຕະບອງ ນາງນຶ່ງໃນມື້ວັນທີ 12 ທັນວາ 2017:

"ກະຢາກຖືເບົາຫັ້ນແຫລະ ຖິ້ມຂີ້ເຫຍື້ອຊະຊາຍວ່າຊັ້ນຊະ ດິນເປົ່າຫວ່າງຫລາຍ ທາງມັນໄກຊຸມຊົນແດ່ ບາດນີ້ປະຊາຊົນ ເຂົາກະໄປລັກຖິ້ມ ກະຍັງພາກັນຄົ້ນຄວ້າຢູ່ວ່າສິເຮັດ ວິທີໃດຫັ້ນນະ ມັນຈະຍາກຢູ່ບ່ອນເຂດນອກຫັ້ນນະ ມັນວິດຕາຄົນແລ້ວ ມັນກະຖິ້ມເລີຍໃດ໊ ຖິ້ມລະກະໄປ ເລີຍລະ."

ນາງກ່າວວ່າເຖິງແມ່ນວ່າທາງການ ຈະອອກກົດຣະບຽບ ຫ້າມຖິ້ມຂີ້ເຫຍື້ອຊະຊາຍ ແລະກໍານົດການປັບໃໝຜູ້ຣະເມີດ ປະມານ 4 ລ້ານກີບ ກໍຕາມແຕ່ຫລາຍຄົນບໍ່ຢ້ານ ແລະຍັງຝ່າຝືນຢູ່ເລື້ອຍໆ. ຫາກທາງພາກສ່ວນກ່ຽວຂ້ອງ ບໍ່ເລັ່ງແກ້ບັນຫານີ້ ອາດຈະສົ່ງ ຜົລກະທົບ ຕໍ່ປີການ ທ່ອງທ່ຽວລາວ ແລະອາດຈະເປັນຜົລຮ້າຍ ຕໍ່ສຸຂພາບ ຂອງປະຊາຊົນ ນໍາອີກ.

ນາງກ່າວຕື່ມວ່າ ເພື່ອແກ້ໄຂບັນຫາດັ່ງກ່າວ ພາກສ່ວນກ່ຽວຂ້ອງ ຕ້ອງໄດ້ເພີ່ມຈໍານວນບ່ອນຖິ້ມຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ໃຫ້ຫຼາຍ ຂຶ້ນ ໂດຍສະເພາະ ບໍລິເວນແຄມຖນົນ, ແລະບາງພື້ນທີ່ ຣົດຂົນຂີ້ເຫຍື້ອເຂົ້າໄປບໍ່ຮອດ. ທ່ານ ພູດອນ ເມກສະຫວັນ ຮອງຫົວໜ້າ ຄບຕ. ນະຄອນຫລວງວຽງຈັນ ກ່າວຕໍ່ໜັງສືພິມ ທາງການລາວ ວ່າປາລິມານຂີ້ເຫຍື້ອ ຢູ່ນະຄອນຫລວງວຽງຈັນ ມີຫລາຍເຖິງ 500-600 ຕັນຕໍ່ມື້ ແຕ່ຜູ້ປະກອບການເກັບມ້ຽນຂີ້ເຫຍື້ອ ຈໍານວນ 11 ພາກສ່ວນ ທີ່ສາມາດ ນໍາຂີ້ເຫຍື້ອ ໄປທໍາລາຍຢູ່ສນາມຫລັກ 32 ໄດ້ພຽງ 300 ຫາ 350 ຕັນຕໍ່ມື້ ດັ່ງນັ້ນຈຶ່ງເກີດບັນຫາ ຂີ້ເຫຍື້ອຊະຊາຍຢູ່ຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.