ນໍ້າຖ້ວມວຽງຈັນຖ້ວມແລ້ວ ຖ້ວມອີກ

ມະນີຈັນ
2018.09.05
F-VT-flood ສະພາບນໍ້າຖ້ວມ ຕລາດນາຄະຣາດ ນະຄອນຫຼວງວຽງຈັນ
RFA/LX

ນໍ້າຖ້ວມ 5 ເມືອງໃນນະຄອນຫລວງວຽງຈັນ ເປັນຮອບທີ 2 ໃນຄືນວັນທີ 2 ກັນຍາ ແລະ ເຖິງນໍ້າຈະບົກລົງ ໃນມື້ຕໍ່ມາຈົນມາຮອດວັນທີ 4 ນີ້ ແຕ່ເວົ້າທົ່ວໄປແລ້ວ ປະຊາຊົນກໍບໍ່ໄດ້ເຫຼີງໃຈ ຫາກຍັງຕຽມຕົວໄວ້ຢູ່ຕໍ່ໄປ ເພາະຍັງບໍ່ ໝົດຣະດູຝົນເທື່ອ ແລະ ອາດມີພາຍຸຝົນລູກໃໝ່ ພັດຜ່ານເຂົ້າມາ ຕື່ມອີກ ກໍເປັນໄດ້ພາຍຫລັງພະຍຸ 2 ລູກໄດ້ພັດຜ່ານ ເຂົ້າມາແລ້ວ. ຕາມຄໍາເວົ້າຂອງຊາວບ້ານເຂດເມືອງ ຫາດຊາຍຟອງ ທ່ານນຶ່ງ ຕໍ່ RFA ໃນມື້ວັນທີ 4 ກັນຍານີ້.

ທ່ານເວົ້າວ່ານໍ້າຖ້ວມຮອບ 2 ນີ້ຖ້ວມຫລາຍກວ່າຮອບທີ 1 ທີ່ຖ້ວມໄລ່ເລັ່ຽກັນນັ້ນ ຂຶ້ນລື່ນຊຸດກ່ອນປະມານ 20 ເຊັນ ເຮັດໃຫ້ບ້ານເຂດ ພື້ນທີ່ຕໍ່າ ຄືແຖວບ້ານນາທາມ ຫາດດອກແກ້ວ ບ້ານຫ້ອມ ບ້ານສີຖານໃຕ້ ແມ່ນຖືກ ນໍ້າຖ້ວມ ຄືນອີກ. ຊາວບ້ານບາງຄອບຄົວ ທີ່ຫາກໍ່ຂົນ ເຄື່ອງຂອງ ກັບມາຢູ່ບ້ານຄືນ ຫລັງຈາກຂົນເຄື່ອງຂອງ ໜີພັຍນໍ້າຖ້ວມ ເທື່ອທໍາອິດໄປພັກເຊົາຢູ່ນໍາຄອບຄົວພີ່ນ້ອງ ຢູ່ຝາກທົ່ງຫລືຟາກຄັນຄູ ໄປທາງທົ່ງ ໄດ້ບໍ່ຮອດ 2 ມື້ ກໍຕ້ອງໄດ້ຫອບເຄື່ອງຂອງ ໄປພັກເຊົາກັບຍາດພີ່ນ້ອງ ຄືນອີກ.

ແລະອັນທີ່ໜ້າເສົ້າຫລາຍນັ້ນ ກໍແມ່ນພວກເດັກນ້ອຍ ທີ່ຕັ້ງໃຈລໍຖ້າທີ່ຈະໄປເຂົ້າໂຮງຮຽນປະຖົມ ບ້ານແກ້ງຍາງ ທີ່ຢູ່ຟາກເບື້ອງທ່າ ຫລືຟາກ ຄັນຄູແຄມຂອງ ນັ້ນຕ້ອງໄດ້ເລື່ອນອອກໄປອີກ. ດັ່ງທີ່ທ່ານກ່າວຕໍ່ RFA ໃນມື້ວັນທີ 4 ກັນຍາ ນີ້ວ່າ:

"ດຽວນີ້ກະຍັງບໍ່ໄດ້ໄປນະ ໂຮງຮຽນປະຖົມແກ້ງຍາງ ຫວິດໝົດລະ ແຕ່ຍັງບໍ່ໄດ້ອະນາມັຍ ຜົລກະທົບຫລາຍ ເດັກນ້ອຍ ພໍດີເປີດສົກຮຽນ ວັນຈັນ ບໍ່ໄດ້ເຂົ້າ ບໍ່ໄດ້ໄປລະ."

ນໍ້າຖ້ວມຮອບ 2 ນີ້ທ່ານບອກວ່າຖ້ວມໄວ ລົງໄວ ຖ້ວມມື້ດຽວ ນໍ້າຂຶ້ນຖ້ວມ ຕອນກາງຄືນ ມື້ເຊົ້າມາກໍຂຶ້ນໜ້ອຍນຶ່ງ ພໍຕົກແລງມາກະໂຍບລົງ ເປັນນໍ້າທີ່ໄຫລລົງມາຈາກ ທາງພາກເໜືອ:

"ຝົນຕົກ ຢູ່ເໜືອພຸ້ນນະ ຕອນວັນທີ 31 ລະມັນລົງຈາກຫລວງພຣະບາງ ມັນກະມາເຖິງວຽງຈັນ ວັນທີ 2 ຫັ້ນນະຝົນຕົກສູ່ຄືນໆ ບ້ານເຮົານີ້.  ຝົນຢູ່ນະຄອນຫລວງກໍຕົກຢູ່ຕລອດ ມັນຫາກໍ່ມາເຫັນແດດມືື້ນຶ່ງ ທໍ່ນັ້ນ ເວົ້າແລ້ວຕົກລິນກໍວ່າແມ່ນ ໂດຍສະເພາະ ແມ່ນຍາມຕອນແລງ ຫາມື້ເຊົ້າ. ທ່ານເວົ້າວ່າຕາມທີ່ ໂທຣະສັບ ລົມກັບໝູ່ ແລະພີ່ນ້ອງຢູ່ເຂດລ່ອງງື່ມ ທາງແຖບລ່ອງງື່ມ ຫາດສ້ຽວ ຕານປ່ຽວ ຖ້ວມໝົດ ຫົນທາງໄປທ່າງ່ອນ ກະຖ້ວມ."

ສາເຫດທີ່ເຮັດໃຫ້ເກີດນໍ້າຖ້ວມ ປີນີ້ ທ່ານບອກວ່າເປັນຍ້ອນ ຝົນຕົກແຮງຫລາຍມື້ຕິດຕໍ່ກັນ ຢູ່ທາງເໜືອ ທາງໃຕ້ ທົ່ວປະເທດ ບວກກັບ ເຂື່ອນ ຫລາຍແຫ່ງ ປ່ອຍນໍ້າລົງມາ ໄຫລລົງ ໃສ່ແມ່ນໍ້າຂອງຕື່ມອີກ:

"ມັນບໍ່ມີບ່ອນໄຫລເດ້ນໍ໊ ແປວ່າທັງຝົນຕົກໜັກແຕ່ທາງເໜືອ ທາງໃຕ້ ທົ່ວປະເທດນະຄັນສິເວົ້າ ທຸກໆເຂື່ອນພຸ້ນໃດ ປ່ອຍດຽວນີ້ຍັງປ່ອຍຢູ່ໃດ ຍ້ອນຝົນຕົກ ຝາຍນໍ້າລົ້ນຂອງແຕ່ລະເຂື່ອນ ເຂົາຈໍາເປັນຕ້ອງໄດ້ປ່ອຍ ຈີ້ງຫົງບໍ່ ປ່ອຍທຸກເຂື່ອນ ນະດຽວນີ້."

ຫາກເວົ້າເຖິງປາກະຊັງ ທີ່ຊາວບ້ານລ້ຽງຢູ່ແມ່ນໍ້າຂອງ ໂດຍສະເພາະເຂດບ້ານນາທາມ ນໍ້າຖ້ວມຮອບທີນຶ່ງ ຕາມທີ່ທ່ານຮູ້ ຜູ້ລ້ຽງບໍ່ໄດ້ ຮັບຜົລກະທົບ ພໍເທົ່າໃດ ເພາະບໍ່ມີປາຕາຍ ຍ້ອນນໍ້າຂອງຄ່ອຍຍຶ່ງຂຶ້ນ ແລະກໍມີເວລາພໍ ໃນການຂົນຫົວອາຫານໄປໄວ້ ທີີ່ປອດພັຍ ແຕ່ຜົລກະທົບກໍຫາກມີຢູ່ ຍ້ອນຕ້ອງໄດ້ພາກັນ ຂາຍປາອອກໃນຣາຄາ ຖືກກວ່າປົກກະຕິ. ບໍ່ຂາຍອອກກະບໍ່ໄດ້ ເພາະບໍ່ຮູ້ແນ່ນອນວ່າ ນໍ້າຂອງຈະເປັນແນວໃດກັນແທ້.

ແລະຢູ່ທາງເໜືອຂຶ້ນມາ ໂດຍສະເພາະຕລາດກາງຄືນ ຢູ່ແຖບຫາດດອນຈັນ ໃນນະຄອນຫລວງວຽງຈັນ ກໍຖືກຖ້ວມຄືກັນ ແຕ່ບໍ່ມີເຄື່ອງຂອງ ອີ່ຫຍັງເສັຽຫາຍ ເພີ່ມຈາກຕອນທີ່ຖ້ວມຮອບທໍາອິດ ເມື່ອວັນທີ 19 ສິງຫາ ເພາະຍັງບໍ່ມີຮ້ານໃດ ເປີດຂາຍເຄື່ອງ ຂອງຄືນເທື່ອ:

"ຂະເຈົ້າຍັງບໍ່ໄດ້ຂາຍດອກ ຕລາດນາກຄາລາເພິ່ນຫັ້ນ ເພາະຊຸດແລ້ວນີ້ກະຍັງບໍ່ທັນໄດ້ລົງໄປຫວິດເທື່ອ ກະມີແຕ່ພາກັນຂາຍ ຢູ່ລຽບ ທາງເທິງພີ້ ຕລາດຢູ່ລຸ່ມຫັ້ນບໍ່ໄດ້ຂາຍແລ້ວ ຂອງມັນຖ້ວມແຕ່ຊຸດແລ້ວນີ້ ຍັງບໍ່ໄດ້ມ້ຽນມັດຫຍັງເທື່ອ ມັນນໍ້າລົງ ບໍ່ທັນຫວິດ ຊໍ້ານະ ກັບຖ້ວມຂຶ້ນມາອີກ."

ນໍ້າຖ້ວມຍ້ອນຝົນຕົກແຮງປີນີ້ ໜ້າແປກແທ້ໆທ່ານກ່າວ ບ່ອນບໍ່ເຄີຍຖ້ວມກໍຖ້ວມ ເປັນຕົ້ນກໍແມ່ນຢູ່ແຂວງ ຜົ້ງສາລີ ກັບຢູ່ເຂດ ເມືອງຊໍາເໜືອ ແຂວງຫົວພັນ ຊຶ່ງ ນໍ້າຖ້ວມນັ້ນໄຫລລົງມາແຕ່ພູ ລົງສູ່ຫ້ວຍ ຫ້ວຍຮັບບໍ່ໄຫວ ກໍລົ້ນ ລົ້ນແລ້ວກໍໄຫລ ເຂົ້າບ້ານເຮືອນ ປະຊາຊົນ ຍ້ອນມັນ ບໍ່ມີບ່ອນລະບາຍນໍ້າອອກ:

"ກະມີແຕ່ແມ່ນໍ້າຂອງລະບາຍ ບັດນີ້ແມ່ນໍ້າຂອງມັນກະຂຶ້ນມາ ມັນກະມາແຕ່ເໜືອພຸ້ນ ນໍ້າມາອັ່ງອໍກັນ ແມ່ນໍ້າສາຂາແຕ່ລະແຂວງ ມັນລົງໃສ່ ນໍ້າຂອງບໍ່ໄດ້ ມັນເຕັມໝົດເດ໊ ຂອງມັນທົ່ວປະເທດນະ ຝົນຕົກນະ ລະກະນໍ້າຂອງກະຍູ້ຂຶ້ນອີກ ລະກະເຂື່ອນ ປ່ອຍນໍ້າມາສົມທົບອີກມັນກະ ບໍ່ມີທາງ ໄປທໍ່ນັ້ນລະ."

ຕາມຄໍາເວົ້າຂອງຊາວເມືອງ ຫາດຊາຍຟອງທ່ານນີ້ແລ້ວແມ່ນວ່າ ນໍ້າຖ້ວມຮອບທີ 2 ເມື່ອຄືນວັນທີ 2 ກັນຍານີ້ ເຖິງແມ່ນວ່າຈະໄດ້ບົກລົງ ແລ້ວ ແຕ່ຊາວບ້ານສ່ວນຫລາຍ ໂດຍສະເພາະຜູ້ທີ່ຢູ່ລຽບ ແຄມແມ່ນໍ້າລໍາເຊຕ່າງໆ ຮວມທັງແມ່ນໍ້າຂອງ ກໍຍັງບໍ່ໄວ້ໃຈ ໃນເຣື່ອງນໍ້າຖ້ວມ ນີ້ເທື່ອ ແລະຍັງຢ້ານວ່າ ຈະມີພະຍຸຝົນ ລູກທີ 3 ພັດຜ່ານເຂົ້າມາອີກ ແລະຣະດູຝົນກໍຍັງບໍ່ທັນ ສິ້ນສຸດເທື່ອ. ພ້ອມດຽວກັນທ່ານກໍຍັງ ທົບທວນເຖິງເຫດ ນໍ້າຖ້ວມຄັ້ງໃຫຍ່ ທີ່ສຸດໃນລາວເມື່ອປີ 1966 ນັ້ນວ່າ:

"ຢ້ານມັນມາໃໝ່ ມັນບໍ່ໝົດຣະດູ ພຸ້ນລະທ້າຍເດືອນ 9 ມັນຈຶ່ງສິຫ້ວຍ ມັນຖ້ວມປີ 1966 ມັນກະວັນທີ 20 ປາຍເດືອນ 9 ຊາວບ້ານຢູ່ເລາະ ຂອງກະຕຽມ ເຖິງນໍ້າສິລົງກະຕຽມກັນຢູ່ເພິ່ນກະປະກາດ ໃຫ້ຣະວັງພັຍນໍ້າຖ້ວມ ເພິ່ນເຫັນບັນຫາຢູ່ອັດຕະປື ລະກະປະກາດທັງລາວທັງໄທ ກະປະກາດເຕືອນກັນລະ."

ແລະ ຂ່າວວຽງຈັນທາມສ ວັນທີ 4 ກັນຍານີ້ກໍຣາຍງານ ໂດຍອີງຕາມຄໍາເຕືອນ ຂອງກົມອຸຕຸນິຍົມແລະອຸທົກກະສາດ ວ່າຫລາຍໆບ້ານ ທີ່ຢູ່ຕາມ ແມ່ນໍ້າຕ່າງໆ ຂອງລາວ ມີຄວາມສ່ຽງ ທີ່ຈະປະເຊີນ ກັບພັຍນໍ້າຖ້ວມ ຢູ່ຕໍ່ໄປ ຣະດັບນໍ້າ ຈະສືບຕໍ່ຍຶ່ງຂຶ້ນເຖິງ ຣະດັບ ທີ່ສ່ຽງ ແລະອັນຕຣາຍພາຍຫລັງຝົນ ຕົກຫລາຍໃນທົ່ວປະເທດລາວ ໃນຫລາຍມື້ຜ່ານມານີ້.

ຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມບ້ານເຮືອນ, ນາຮົ້ວສວນຂອງປະຊາຊົນ ຂນະທີ່ຖນົນຫົນທາງ ສາຍສໍາຄັນ ແລະຂົວຢູ່ຫລາຍແຂວງເປ່ເພ ຮວມທັງຢູ່ແຂວງ ຫລວງພຣະບາງ ອຸດົມໄຊ ບໍຣິຄໍາໄຊ ຄໍາມ່ວນ ສະຫວັນນະເຂດ ຈໍາປາສັກແລະ ອັດຕະປື.

ຕາມຣາຍງານຂ່າວ ໃນມື້ວັນທີ 2 ກັນຍານີ້, ຣະດູຝົນປີນີ້ ທົ່ວປະເທດ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະດິນເຊາະເຈື່ອນ ທັງໝົດ 15 ແຂວງ ແລະ 1 ນະຄອນຫລວງວຽງຈັນ ຢູ່ 88 ເມືອງ ແລະເກືອບຮອດ 87 ພັນຄອບ ຄົວໄດ້ຮັບຜົລກະທົບ.

ແຂວງທີ່ໄດ້ຮັບ ຜົລກະທົບ ໜັກກວ່າໝູ່ແມ່ນ ເມືອງ ສນາມໄຊ ແຂວງອັດຕະປື ຕາມຕົວເລກ ທີ່ຍັງບໍ່ຄົບຖ້ວນ ມີຜູ້ເສຍຊີວິດ 39 ຄົນ ແລະຫາຍສາບສູນ 97 ຄົນ; ຮອງລົງມາແມ່ນ ແຂວງຫລວງພຣະບາງ, ມີຜູ້ເສັຽຊີວິດ 2 ຄົນ, ແຂວງບໍລິຄໍາໄຊ ມີຜູ້ເສັຽຊີວິດ 1 ຄົນ, ແຂວງຄໍາມ່ວນ ບໍ່ມີຜູ້ເສັຽຊີວິດ ແຕ່ໄດ້ໂຍກຍ້າຍປະຊາຊົນ ອອກຈາກເຂດນໍ້າຖ້ວມ ເກືອບ 1400 ຄອບຄົວ, ສະຫວັນນະເຂດ ໂຍກຍ້າຍ ປະຊາຊົນ 711 ຄອບຄົວ, ແລະແຂວງຈໍາປາສັກ ໂຍກຍ້າຍປະຊາຊົນອອກ ຈາກເຂດນໍ້າຖ້ວມ 833 ຄົນ. ພ້ອມກັນນັ້ນກໍຍັງມີອີກ ຫລາຍແຂວງທີ່ໄດ້ຮັບ ຜົລກະທົບຈາກນໍ້າຖ້ວມ ແລະດິນເຊາະເຈື່ອນ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.