ມ.ສອງຄອນນໍ້າຖ້ວມ ຂໍໃຫ້ ຊ່ອຍເຫຼືອ
2020.10.12

ປະຊາຊົນບ້ານລະຫານໍ້າ ເມືອງສອງຄອນ ແຂວງສວັນນະເຂດ ຖືກນໍ້າຖ້ວມບ້ານເຮືອນເຄື່ອງຂອງ ແລະເຂົ້າໃນນາເສັຽຫາຍນັ້ນຕ້ອງການ ຄວາມຊ່ອຍເຫລືອຫລາຍດ້ານ ເປັນຕົ້ນເຂົ້າສານ ອາຫານແຫ້ງ ແລະ ຢາປົວພຍາດ, ດັ່ງຊາວບ້ານລະຫານໍ້າ ຜູ້ນຶ່ງທີ່ຂໍສງວນຊື່ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ຕຸລາ ນີ້ວ່າ:
“ຂະເຈົ້າກໍາລັງກ່ຽວເຂົ້າຢູ່ໃນນໍ້າ ນໍ້າມັນຖ້ວມເຂົ້າ ຈໍາເປັນຕ້ອງໄດ້ກ່ຽວຕອນນີ້ ກໍໄດ້ຮັບຜົລກະທົບຫຼາຍຢ່າງ ເພາະວ່ານໍ້າຖ້ວມສູງ ສິຂຶ້ນຢູ່ ຊັ້ນທີ 2 ຂອງເຮືອນຂົນເຄື່ອງຂອງ ບໍ່ທັນຫັ້ນນະ ຊ່ວຍເປັນພວກ ເຂົ້າສານ ອາຫານແຫ້ງ ປາກະປັອງ ລະ ກໍ ຢາ.”
ແລະ ຊາວບ້ານນີ້ອີກຜູ້ນຶ່ງ ທີ່ຂໍສງວນຊື່ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ນໍ້າຖ້ວມບ້ານຂອງຕົນບໍ່ສູງຫລາຍ ປະມານນຶ່ງແມັດ ເຄື່ອງຂອງເລີຍບໍ່ເສັຍຫາຍຫລາຍ ແຕ່ນາເສັຍຫາຍຫລາຍ ຍ້ອນ ເກັບກ່ຽວບໍ່ທັນ ແລະວ່າ ຢາກໄດ້ການຊ່ອຍເຫລືອ ຫລາຍທີ່ສຸດຄືການ ທົດແທນເຂົ້າໃນນາ ທີ່ເສັຍຫາຍນັ້ນ, ດັ່ງ ທີ່ທ່ານກ່າວວ່າ:
“ທີ່ວ່າມັນຖ້ວມກໍປະມານ ແມັດປາຍ ເສັຽຫາຍເປັນທົ່ງນາ ທົ່ງເຂົ້າຫັ້ນແຫລະ ທີ່ນາເຂົ້າສິກ່ຽວແລ້ວ ນໍ້າພັດໄຫລໄປເລີຍ ຢາກໄດ້ຄວາມ ຊ່ວຍເຫລືອ ທາງດ້ານການທົດແທນເຂົ້າເສັຽຫາຍ ອອກແລ້ວເຂົ້າສິກ່ຽວ ແລ້ວ ກ່ຽວປະໄວ້ແຕ່ມັນຮີດບໍ່ທັນ ນໍ້າມັນກໍຖ້ວມໄຫລໄປ ຈໍານວນນຶ່ງມັນກໍລົ້ມໄປເລີຍ.”
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າບ້ານຂອງຕົນ ຈະບໍ່ຖືກນໍ້າຖ້ວມຫລາຍ ຍ້ອນຕັ້ງຢູ່ບ່ອນສູງ, ແຕ່ເຮືອນຂອງບາງຄົນ ຖືກນໍ້າຖ້ວມສູງເຖິງ ຊັ້ນສອງ ເຮັດໃຫ້ເຄື່ອງຂອງເສັຍຫາຍ. ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ ເມືອງສອງຄອນ ຜູ້ຂໍສງວນຊື່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ຕຸລາ ນີ້ວ່າ ໄດ້ປະສານກັບຄະນະປ້ອງກັນພັຍພິບັດ ແຂວງສວັນນະເຂດ ເພື່ອກຽມເຄື່ອງຊ່ອຍເຫລືອ ຊາວບ້ານໃນເບື້ອງ ຕົ້ນເຊັ່ນນໍ້າດື່ມ, ສ່ວນຣາຍລະອຽດ ກ່ຽວກັບຄວາມເສັຍຫາຍ ແລະຄວາມຕ້ອງການຂອງຊາວບ້ານລະຫານໍ້າ ນັ້ນກໍາລັງຢູ່ໃນໄລຍະເກັບກໍາ ຢູ່ເພື່ອສົ່ງໃຫ້ໜ່ວຍງານ ທີ່ກ່ຽວຂ້ອງຕໍ່ໄປ, ດັ່ງທີ່ທ່ານກ່າວວ່າ:
“ໄດ້ປະສານກັບພັຍພິບັດ ຂອງແຂວງ ກໍາລັງຕຽມການຊ່ວຍເຫລືອ ຢູ່ ກໍມີຫລາຍແນວຢູ່ ການຊ່ວຍເຫລືອກໍເປັນຕົ້ນວ່າ ນໍ້າດື່ມສໍາຄັນເນາະ ເລີ່ມເກັບກໍາຂໍ້ມູລລົງ ໃຫ້ທາງເພິ່ນ ດຽວນີ໋ນະ.”
ນໍ້າຖ້ວມບ້ານເຮືອນ ແລະນາປະຊາຊົນຄັ້ງນີ້ ເກີດຈາກພະຍຸຝົນ ໂອອຶນ, ນອກຈາກບ້ານລະຫານໍ້າ ເມືອງສອງຄອນແລ້ວ ນໍ້າຍັງຖ້ວມຢູ່ ເມືອງເຊໂປນ ແຂວງ ສວັນນະເຂດ ອີກ, ອີງຕາມຣາຍງານ ຂອງທາງການໃນມື້ວັນທີ 9 ຕຸລານີ້, ນໍ້າຖ້ວມຮຸນແຮງ ເຮັດໃຫ້ບ້ານເຮືອນ ຂອງປະຊາຊົນຢ່າງໜ້ອຍ 869 ຫລັງ ແລະພື້ນທີ່ປູກຝັງ 1973 ເຮັກຕາ ຢູ່ໃນ 21 ບ້ານ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນປະຊາຊົນ ຢູ່ ພາກກາງ ແລະ ພາກໃຕ້ຂອງລາວ ແລະ ໜ່ວຍງານທີ່ກ່ຽວຂ້ອງໃຫ້ມີສະຕິ ແລະລະມັດລະວັງ ເຣື່ອງຝົນຈະຕົກໜັກ, ລົມຈະພັດແຮງ ແລະ ໃຫ້ຕິດຕາມການແຈ້ງເຕືອນ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.