ເຊໂປນນໍ້າເຊົາຖ້ວມ ການຊ່ອຍເຫຼືອ ຍັງລໍາບາກ

ສຸພັດຕາ
2020.10.21
F-Vangkhot ແມ່ຍິງຜູ້ນີ້ ຊີ້ໄປຫາເຮືອນຂອງລາວ ທີ່ເຄີຍຕັ້ງຢູ່ເນີນຂຶ້ນໄປ ຣົດໄຖນາຢູ່ທາງຫຼັງ ກໍແມ່ນຂອງລາວ ທີ່ເພພັງໄປແລ້ວ ລາວບອກວ່າບໍ່ເຫຼືອ ຫຍັງເລີຍ, ຕອນກະແສ ນໍ້າພັດມາແຮງ ລາວມັດລູກແບກໃສ່ຫຼັງ ແລ້ວປີນຂຶ້ນຕົ້ນໄມ້ ກັບຜູ້ເປັນຜົວ.
ນັກຂ່າວພົລເມືອງ

ສະພາບນໍ້າຖ້ວມໃນແຂວງສວັນນະເຂດ ທັງໝົດ 8 ເມືອງນັ້ນ ເລີ່ມຫຼຸດລົງເປັນປົກກະຕິໃນບາງຈຸດ ແລະບາງຈຸດຣະດັບນໍ້າກໍາລັງຫຼຸດລົງ ຢ່າງຕໍ່ເນື່ອງ, ແຕ່ພັຍພິບັດນໍ້າຖ້ວມເທື່ອນີ້ ສ້າງຜົລກະທົບ ແລະ ຄວາມເສັຍຫາຍໃຫ້ຊາວບ້ານ ຢ່າງໜັກໜ່ວງ ໂດຍສະເພາະ ບ້ານລະອໍ ແລະ ບ້ານວັງຄົດ ໃນເມືອງເຊໂປນ ເຮືອນຂອງຊາວບ້ານ ຖືກນໍ້າພັດເຮືອນເສັຍຫາຍ ຈົນໝົດ ບໍ່ເຫຼືອແມ້ແຕ່ເສົາເຮືອນ, ດັ່ງຊາວບ້ານ ຜູ້ປະສົບພັຍນໍ້າຖ້ວມ ໃນເມືອງເຊໂປນ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ຕຸລາ ນີ້ວ່າ:

“ນໍ້າພັດເຮືອນປະຊາຊົນໄປປະມານ 26-27 ກວ່າ ຫຼັງຄາເຮືອນມັນບໍ່ມີບ່ອນຢູ່ ຢູ່ໂຮງຮຽນ ເອົາໂຮງຮຽນແຫຼ້ວເປັນຫຼັກເປັນບ່ອນຢູ່ອາສັຍ ແລ້ວບໍ່ມີໃຜມີເຄື່ອງນຸ່ງເດ້ ຖ້ວມໜັກກວ່າປີກາຍ ຖ້າແຕ່ເງິນເພິ່ນ (ທາງການ) ແລ້ວແກ້ໄຂຈັ່ງໃດ ໂອ້ຍ...ທຸກຍາກຫຼາຍໃດ໋ ປະຊາຊົນນິ່ ເຂົ້ານ້ໍາຊ້າມປາ ນໍ້າຖ້ວມໝົດ ບໍ່ໄດ້ກິນດອກປີນີ້ ມີແຕ່ຊິຊື້ເຂົ້າກິນ ຕລອດແລ້ວ.”

ຊາວບ້ານຜູ້ນີ້ເວົ້າວ່າ ຣະດັບນໍ້າຖ້ວມ ສູງແລະໄຫຼແຮງ ມາແຕ່ວັນທີ 18 ຕຸລາ ໃນຣະຫວ່າງນັ້ນປະຊາຊົນກໍພັກຊົ່ວຄາວຢູ່ສະໂມສອນ ເມືອງເຊໂປນ ເມື່ອນໍ້າຖ້ວມບົກແຫ້ງລົງ ໃນວັນທີ 20 ຕຸລາ ຊາວບ້ານຈຶ່ງ ພາກັນເຂົ້າໄປ ເບິ່ງເຮືອນຊານ ຂອງຕົນ ແຕ່ປະກົດວ່າ ເຮືອນຂອງຊາວບ້ານລະອໍໍ ແລະບ້ານ ວັງຄົດ ເຊິິ່ງຢູ່ແຄມນໍ້າເຊບັງຫຽງ ຖືກນໍ້າພັດໄປຈົນໝົດ ບໍ່ເຫຼືອເຄື່ອງໃຊ້ຫຍັງຈັກຢ່າງ ແລະຍັງບໍ່ ຮູ້ວ່າຈະເຮັດແນວ ໃດຕໍ່ໄປ ໄດ້ແຕ່ຫວັງວ່າ ທາງການຈະເຂົ້າມາຊ່ອຍເຫຼືອ.

ຊາວບ້ານຜູ້ນີ້ ເວົ້າອີກວ່າ ນໍ້າຖ້ວມປີນີ້ ຖືວ່າໜັກກວ່າປີກ່ອນຫຼາຍ ພັດເອົາເຮືອນຊາວບ້ານ ຢູ່ແຄມເຊໄປຈົນໝົດ ບໍ່ແຕກຕ່າງຫຍັງກັບ ຕອນທີ່ເຂື່ອນເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງສນາມໄຊ ແຂວງອັດຕະປື ແຕກ ເມື່ອປີ 2018.

ຕາງໜ້າອາສາກູ້ພັຍ ທີ່ເຂົ້າໄປຊ່ອຍເຫຼືອຜູ້ປະສົບພັຍນໍ້າຖ້ວມ ໃນເມືອງເຊໂປນ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວ ກັນນີ້ວ່າ ສະພາບນໍ້າຖ້ວມ ດຽວນີ້ ເຣີ່ມບົກແຫ້ງລົງເກືອບຈະເປັນ ປົກກະຕິ ແລ້ວ ແຕ່ສະພາບຄວາມເສັຍຫາຍ ໃນຫຼາຍໆບ້ານ ທີ່ຖືກ ນໍ້າຖ້ວມນັ້ນ ຖືວ່າໜັກໜາສົມຄວນ ຊາວບ້ານບາງຄົນ ໄປເບິ່ງເຮືອນຂອງໂຕເອງ ແຕ່ພັດບໍ່ເຫັນເຮືອນ ເພາະຖືກນໍ້າພັດໄປຈົນໝົດບໍ່ ເຫຼືອຫຍັງເລີຍ ແລະບາງຄົນ ຈະເຂົ້າໄປສ້ອມແປງເຮືອນ ແຕ່ເບິ່ງສະພາບແລ້ວ ກໍ ເປ່ເພໜັກຫຼາຍ ຈະແປງກໍແປງບໍ່ໄດ້:

“ຖືວ່ານໍ້າມັນຖ້ວມບົກແລ້ວ ບ່ອນທີ່ວ່ານໍ້າມັນຖ້ວມ ຕອນເຂົ້າໄປເຮືອນຫັ້ນ ເຮືອນປະຊາຊົນ ເກືອບວ່າ ເສັຍຫາຍໝົດທັງບ້ານເລີຍເອົາຫຍັງ ບໍ່ໄດ້ ເຮືອນຢູ່ບໍ່ໄດ້ເລີຍ ເຂົ້າໄປໄດ້ ແຕ່ວ່າ ຊິເຂົາໄປພັກເຊົາ ວ່າຊິໄປ ປົວແປງ ມັນບໍ່ໄດ້ເລີຍ ກະມີປະຊາຊົນບາງຄົນ ເຂົາກະເຂົ້າໄປ ເບິ່ງບ້ານ ເບິ່ງເຮືອນເຂົາ ບາງຄົນກະບໍ່ໄດ້ເຫັນເຮືອນ ບາງຄົນກະເຫັນ ແຕ່ມັນເອົາຫຍັງບໍ່ໄດ້ເຈົ້າ.”

ອາສາສມັກກູ້ພັຍຜູ້ນີ້ ກ່າວອີກວ່າ ການເຂົ້າໄປຊ່ອຍເຫຼືອຊາວບ້ານ ທີ່ຖືກນໍ້າຖ້ວມ ໃນເມືອງເຊໂປນ ແລະເມືອງອື່ນໆນັ້ນ ຖືວ່າຫຍຸ້ງຍາກ ສົມຄວນ ເນື່ອງຈາກເສັ້ນທາງຖືກຕັດຂາດ ແລະເປ່ເພໜັກ ເປັນຂຸມ ເປັນຕົມ.

ເຈົ້າໜ້າທີ່ທ້ອງຖິ່ນ ເມືອງເຊໂປນ ແຂວງສວັນນນະເຂດ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ສະເພາະ ເມືອງເຊໂປນ ນີ້ ມີປະມານ 40 ບ້ານ ຖືກນໍ້າຖ້ວມ ແລະ ມີປະຊາຊົນ ເກືອບ 1,000 ຄົວເຮືອນ ໃນນີ້ ບ້ານທີ່ໄດ້ຮັບ ຜົລກະທົບ ໜັກທີ່ສຸດ ແມ່ນບ້ານ ລະອໍ ແລະບ້ານ ວັງຄົດ ທີ່ຖືກນໍ້າພັດເຮືອນ ປະຊາຊົນເສັຍຫາຍໝົດ ຮວມຈໍານວນ 44 ຫຼັງຄາເຮືອນ ແລະອີກ ປະມານ 90 ຫຼັງຄາເຮືອນຖືກນໍ້າໄຫຼຊຸ ແລະເປ່ເພບາງສ່ວນ:

“ດຽວນີ້ນິ່ ຕາມແຜນຂອງເມືອງຕົກລົງກັນວ່າ ຍັງຮຽກຮ້ອງການຊ່ວຍເຫຼືອ ຫັ້ນແຫຼ້ວເນາະ ແລ້ວຊິຕັ້ງແບບເຮືອນ ພັກຊົ່ວຄາວ ໃຫ້ຂະເຈົ້າ ຫັ້ນນ່າ ຊິ່ຕັ້ງຢູ່ຈຸດເກົ່າ ຂອງທ້ອງຖິ່ນເຂົາຫັ້ນແຫຼະ ດຽວນີ້ມັນເຮືອນໄຫຼ ໝາຍຄວາມວ່າ ມັນຍ້າຍອອກຈາກບ່ອນເກົ່າຫັ້ນເນາະ ສອງລະໄຫຼ ບໍ່ສາມາດເອົາມາເຮັດເຮືອນຄືເກົ່າ ໄດ້ຫັ້ນນ່າ ປະມານ 44 ຫຼັງຫັ້ນນ່າ.”


ທ່ານກ່າວຕື່ມວ່າ ຊາວບ້ານທີ່ເຮືອນເປ່ເພເສັຍຫາຍຫຼາຍ ແລະເປ່ເພບາງສ່ວນນັ້ນ ທາງການເມືອງເຊໂປນ ໄດ້ຈັດບ່ອນພັກເຊົາຊົ່ວຄາວຢູ່ ສະໂມສອນເມືອງ ໃຫ້ອາສັຍໄປກ່ອນ ປັດຈຸບັນ ກໍາລັງຣະດົມທຶນ ແລະເຄື່ອງກໍ່ສ້າງຈາກຫຼາຍພາກສ່ວນ ເປັນຕົ້ນ ໄມ້ແປ້ນ, ຕະປູ ແລະ ສັງກະສີ ເພື່ອປຸກສ້າງເຮືອນຊົ່ວຄາວໃຫ້ຢູ່ໄປກ່ອນ.

ໃນຂນະດຽວກັນ ເຈົ້າໜ້າທີ່ ພາກປະຊາສັງຄົມລາວ ທ່ານນຶ່ງ ທີ່ບໍ່ສົງອອກຊື່ ແລະອົງກອນ ໄດ້ອອກມາເປີດຮັບບໍຣິຈາກ ອາຫານ ແລະ ເຄື່ອງໃຊ້ຕ່າງໆ ເພື່ອນໍາໄປຊ່ອຍເຫຼືອຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມ ໃນແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ເບື້ອງຕົ້ນ ທາງການລາວ ໄດ້ລົງຊ່ອຍເຫຼືອ ໄປແລ້ວຈໍານວນນຶ່ງ ແຕ່ຍັງບໍ່ພຽງພໍ ສໍາລັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ສະນັ້ນ, ສິ່ງທີ່ ຊາວບ້ານ ຕ້ອງການທີ່ສຸດໃນຕອນນີ້ ຄື ເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ ແລະເຄື່ອງນຸ່ງຫົ່ມ, ເນື່ອງຈາກຊາວບ້ານ ເກືອບທັງໝົດໃນ ເມືອງເຊໂປນ ຍັງບໍ່ມີໄຟຟ້າໃຊ້, ບໍ່ມີເຮືອນຢູ່ຖາວອນ:

“ເບື້ອງຕົ້ນນິ່ ພາວະສຸກເສີນ ນີ້ລະແມ່ນເວົ້າເຣື່ອງ ອາຫານແຫ້ງເນາະ ແລະນໍ້າດື່ມເຄື່ອງນຸ່ງຫົ່ມສໍາລັບ ປະຊາຊົນເຮືອນຖືກນໍ້າພັດໄປ ໝົດຫັ້ນແຫຼ້ວ ເຂົ້າສານແມ່ນຫຍັງຕ່າງໆ ເພາະວ່າ ເຮືອນປະຊາຊົນ ຖືກນໍ້າພັດເອົາໄປໝົດເລີຍ ປະຊາຊົນບໍ່ມີໝ້ອງຢູ່ເນາະ ເພິ່ນກະລົງ ໄປຊ່ວຍເຫຼືອຢູ່ ແຕ່ວ່າມັນກະຫຼາຍເນາະ.”

ເຈົ້າໜ້າທີ່ ແຂວງສວັນນະເຂດ ທ່ານນຶ່ງ ທີ່ບໍ່ສົງບອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສະພາບນໍ້າຖ້ວມ ໃນ ແຂວງສວັນນະເຂດ ປີນີ້ ຖືວ່າ ຊາວບ້ານ ໄດ້ຮັບຜົລກະທົບໜັກສົມຄວນ ເມື່ອທຽບໃສ່ປີກາຍນີ້, ເນື່ອງຈາກວ່າ ມີເຮືອນຂອງຊາວບ້ານ ຖືກນໍ້າພັດເສັຍຫາຍຈົນໝົດ ຈໍານວນຫຼາຍຫຼັງ ແລະເປ່ເພໜັກຈໍານວນຫຼາຍ ໂດຍສະເພາະ ແມ່ນຢູ່ເມືອງເຊໂປນ.

ສ່ວນການຊ່ອຍເຫຼືອຊາວບ້ານ ໃນແຕ່ລະເມືອງນັ້ນ ປັດຈຸບັນ ທາງການເມືອງ ໃນເມືອງຕ່າງໆ ກໍເລັ່ງຊ່ອຍເຫຼືອ ຂ້າມມື້ຂ້າມຄືນ ບາງຈຸດ ທີ່ນໍ້າບົກແຫ້ງແລ້ວ ກໍໄດ້ນໍາເອົາເຄື່ອງຂອງໄປແຈກຈ່າຍ ບັນເທົາທຸກ ໄປກ່ອນ ແຕ່ບາງຈຸດ ໃນເມືອງພີນ ແລະເມືອງເຊໂປນ ກໍຍັງເຂົ້າໄປ ຊ່ອຍເຫຼືອ ບໍ່ທັນໄດ້ ເນື່ອງຈາກເສັ້ນທາງຖືກ ຕັດຂາດ, ແຕ່ເຈົ້າໜ້າທີ່ ກໍບໍ່ໄດ້ປະຖິ້ມ ຊາວບ້ານເຫຼົ່ານັ້ນ:

“ປະຊາຊົນເຮົາ ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມຊຸດນີ້ ເຮືອນນີ້ກະຖືກນໍ້າຊຸໄປ ພວກເຮົາຍັງບໍ່ສາມາດເຂົ້າເຖິງ ກະຫຼາຍຈຸດ ເກືອບວ່າຢາກ ເຄິ່ງນຶ່ງ ພຸ້ນແຫຼະ ຍາມນໍ້າຂຶ້ນ ກະບໍ່ໄດ້ ບາດສຸດທ້າຍນໍ້າລົງທາງຖນົນ ຫົນທາງ ກະຕັດຂາດອີກ ດິນພູເຈື່ອນ ລະໄປບໍ່ເຖິງ ຖນົນຕັດຂາດ.”

ຜົລກະທົບເບື້ອງຕົ້ນ ຈາກພັຍພິບັດນໍ້າຖ້ວມທີ່ເກີດຂຶ້ນ ໃນແຂວງສວັນນະເຂດ ມີບ້ານທີ່ໄດ້ຮັບຜົລກະທົບ ຈໍານວນ 125 ບ້ານ, ໃນ 8 ເມືອງ ມີ 5,134 ຄອບຄົວ ຮວມພົລເມືອງ ທີ່ໄດ້ຮັບຜົລກະທົບ ເກືອບ 30 ພັນຄົນ ໃນທົ່ວແຂວງ 8 ເມືອງ ທີ່ວ່ານີ້ ປະກອບມີ: ເມືອງເຊໂປນ, ເມືອງພີນ, ເມືອງວິລະບູລີ, ເມືອງຊົນບູລີ, ເມືອງສອງຄອນ, ເມືອງທ່າປາງທອງ, ເມືອງຈໍາພອນ ແລະເມືອງນອງ.

ອີງຕາມຣາຍງານຂອງໜັງສືພິມວຽງຈັນທາມສ ໃນວັນທີ 21 ຕຸລາ 2020 ນີ້ ວ່າ ນໍ້າຖ້ວມແຂວງສວັນນະເຂດ ໃນປີນີ້ ເຮັດໃຫ້ເຂົ້າ ນາປີ ຂອງປະຊາຊົນ ຖືກນໍ້າຖ້ວມເສັຍຫາຍ ເຖິງ 23,800 ປາຍເຮັກຕ່າຣ, ງົວ, ຄວາຍ, ໝູແລະສັດລ້ຽງອື່ນໆ ຖືກນໍ້າພັດໄປ ແລະ ຈົມນໍ້າຕາຍ ຢ່າງໜ້ອຍ 90 ໂຕ, ສ່ວນຄວາມເສັຍຫາຍ ທັງໝົດນັ້ນ ຍັງບໍ່ສາມາດ ປະເມີນໄດ້ເທື່ອ ເພາະຍັງຢູ່ໃນໄລຍະ ການລົງເກັບກໍາຂໍ້ມູນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.