ສວັນນະເຂດເສັຽຫາຍໜັກ ນໍ້າຖ້ວມ ປີນີ້
2020.11.20

ນ້ຳຖ້ວມແຂວງສວັນນະເຂດ ໃນ ເດືອນຕຸລາ ສົ່ງຜົນກະທົບ 7 ພັນ ຫຼັງຄາເຮືອນ ຢູ່ 140 ບ້ານທີ່ຂຶ້ນກັບ 8 ເມືອງ, ເນື້ອທີ່ກະສິກຳເກືອບ 24 ພັນເຮັກຕາ ໄດ້ຮັບຄວາມເສັຽຫາຍ. ເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງສວັນນະເຂດ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ພຶສຈິກາ ວ່າ:
"ແຂວງສວັນນະເຂດ ຖືກ 2 ປີ 3 ປີ ຊ້ອນ ທຽບໃສ່ ປີ ແຕ່ກ່ອນກະປີນີ້ ແຫຼະໜັກ ເພາະວ່າປີນີ້ ພະຍຸມັນເຂົ້າຫຼາຍຮອບມີ 8 ເມືອງເນາະ ກະທົບໜັກ 143 ບ້ານ ໃນ 7 ພັນ ຫຼັງຄາເຮືອນ ເຊໂປນ ບ້ານວັງຄົດ ເສັຽຫາຍໜັກ ນ້ຳພັດທະລຸໄປເລີຍ ຕາມການປະເມີນທັງໝົດ 2 ຕື້ກວ່າເນາະ."
ເຈົ້າໜ້າທີ່ປະເມີນຄວາມເສັຽຫາຍ ປະມານ 2 ຕື້ ກີບສະເພາະຢູ່ບ້ານວັງຄົດ ເທົ່ານັ້ນ, ແຕ່ ມູນຄ່າຄວາມເສັຽຫາຍທັງໝົດມີປະມານ 300 ຕື້ກີບ ອີງຕາມຂໍ້ມູນຈາກ ແຂວງສວັນນະເຂດ. ຢູ່ແຂວງສວັນນະເຂດ ໄດ້ຮັບຄວາມເສັຍຫາຍ ທັງໝົດ 8 ເມືອງ ຊຶ່ງໃນນັ້ນ ເມືອງເຊໂປນ ເສັຽຫາຍໜັກກວ່າໝູ່ ແລະ ນອກຈາກນີ້ ມີປະຊາຊົນຢູ່ແຂວງສວັນນະເຂດ ໄດ້ຮັບຜົນກະທົບທັງໝົດປະມານ 12 ພັນຄອບຄົວ ມີເຮືອນ ເກືອບ 70 ຫຼັງ ໄດ້ຮັບຄວາມເສັຽຫາຍ.
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ປະຊາຊົນເມືອງເຊໂປນຈຳນວນນຶ່ງ ຍັງພັກຢູ່ສູນພັກຊົ່ວຄາວ ຍ້ອນວ່າເຮືອນເຂົາເຈົ້າເປ່ເພເກືອບໝົດບ້ານ:
"ເຮືອນເປ່ເພ ພວກເຮົາຍັງຈັດສັນໃຫ້ຢູ່ ຕາມໂຮງຮຽນອີຫຍັງຫັ້ນແຫຼະ ກະມີແຕ່ເມືອງເຊໂປນ ບ້ານວັງຄົດ ຍັງບໍ່ທັນໄດ້ກັບບ້ານ ເພາະວ່າ ມີການປະເມີນກັນຢູ່ ບໍ່ຫຼາຍດອກ ເພາະເຂົາເຈົ້າອອກໄປຢູ່ບ້ານ ພີ່ນ້ອງແດ່ ອາໃສເບື້ອງທາງງົບ ພັຍພິບັດ ເຮົານີ້ ກະຍັງບໍ່ພຽງພໍແລ້ວ ເຮົາກາກໍ່ຕັ້ງກອງທຶນບໍ່ດົນນີ້."
ປັດຈຸບັນ ເມືອງທີ່ໄດ້ຮັບຜົນກະທົບ ຍັງຕ້ອງການເຄື່ອງອຸປໂພຄ ບໍຣິໂພຄ ລວມທັງຢາປົວພຍາດ, ເຈົ້າໜ້າທີ່ທ່ານນີ້ ກ່າວວ່າ:
"ໃນຄວາມຕ້ອງການນີ້ ເພິ່ນກະວ່າຢາກໃຫ້ມີເຂົ້າກິນ ຊ່ວຍທົດແທນໃຫ້ປະຊາຊົນຫັ້ນ ເຄື່ອງອຸປໂພຄ ບໍຣິໂພຄ ຈຳນວນນຶ່ງຫັ້ນໃຫ້ຊາວບ້ານ ຢາກັນພຍາດ ອຸປກອນ ການຮຽນ ການສອນ ບ່ອນທີ່ນ້ຳຖ້ວມ ເຂົາເຈົ້າກະຕ້ອງການ."
ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງສວັນນະເຂດ ກ່າວວ່າ ໄດ້ແຈກແນວພັນເຂົ້າໜຽວ ໃຫ້ແກ່ຊາວບ້ານ ຢູ່ເມືອງຈຳພອນ ເມືອງ ຊົນບູລີ ແລະ ເມືອງສອງຄອນ ແຕ່ແນວພັນກໍຍັງບໍ່ພຽງພໍ:
"ມີແນວພັນເຂົ້າ ແນວພັນພືດ ດຽວນີ້ ພວກເຂົາເລີ່ມຕົກກ້ານາ ແຂວງແລ້ວເດ້ ບ່ອນໃດມີຊົລປະທານ ຫັ້ນແຫຼະ ເມືອງຈຳພອນ ສອງຄອນ ເນາະ ຊົນບູລີ ຫຼາຍພັນໂຕນພຸ້ນເດ້ ທີ່ນາແຊງແຖວນັ້ນກະບໍ່ຫຼຸດ 30 ພັນ ເຮັກຕາແຫຼະ ເມືອງເຊໂປນ ນີ້ມັນມີນາແຊງ ເຮົາຕ້ອງເອົາແນວ ພັນກ້ວຍ ມັນຕົ້ນ ໝາກສາລີ ໝາກຖົ່ວ ອີກຫຍັງໄປພຸ້ນເດ້."
ຂນະທີ່ ປະຊາຊົນແຂວງສວັນນະເຂດ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ກ່າວວ່າ ເຂົ້ານາຖືກນ້ຳຖ້ວມ ເຮັດໃຫ້ເຂົ້າບໍ່ກຸ້ມກິນ:
"ຮົ້ວສວນກະເສັຽຫາຍຫຼາຍ ເຂົ້ານ້ຳຖ້ວມກະບໍ່ໄດ້ຖອກເດ້ ພໍດີມັນເປັນໝາກອ່ອນ ບາດນີີ້ ນ້ຳຖ້ວມ ນ້ຳຖ້ວມກະບໍ່ໄດ້ເຮັດເລີຍ ມັນກະເລີຍ ບໍ່ພໍຫັ້ນແຫຼະ ກະຊອກເອົານຳພີ່ນຳນ້ອງ ຫຼືໄປຊື້ມາໃໝ່ຫັ້ນແຫຼະ."
ຊາວບ້ານອີກຄົນນຶ່ງ ທີ່ໄດ້ຮັບຜົນກະທົບ ກ່າວວ່າ ຊາວບ້ານເລີ່ມກັບມາໃຊ້ຊີວິດ ປົກກະຕິແລ້ວ ບາງຄົນ ກໍປູກພືດ ແລະ ຢາກໃຫ້ທາງການ ມາຊ່ວຍເຫຼືອເລື່ອງເຂົ້າກິນ:
"ຢາກໃຫ້ມາຊ່ວຍເຂົ້າກິນ ເພາະວ່າ ມັນໄຫຼໝົດເດ້ ມັນໃຊ້ບໍ່ໄດ້ ວ່າງແລ້ວກໍມີເອົາໝີ່ມາຊ່ວຍ ເພິ່ນກະຢາຍບໍ່ພໍກັນຊ້ຳ ພາກັນແບ່ງເຄິ່ງກິນ 2-3 ຄົນ ແລ້ວ ກະລົງຫ້ວຍ ປູກຜັກປູກຫຍ້າໄປຊັ້ນແລ້ວ."
ຊາວບ້ານທ່ານນີ້ເວົ້າວ່າ ໃນວັນທີ 18 ພຶສຈິກາ ມີເຈົ້າໜ້າທີ່ຫຼາຍພາກສ່ວນ ໄປຊ່ວຍຍົກເຮືອນໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຢູ່ບ້ານ ອຸດົມສຸກ ເມືອງເຊໂປນ ຍ້ອນວ່າ ເຮືອນເຂົາເຈົ້າຖືກນ້ຳພັດໄປ 3 ແມັດ ແລະ ເຈົ້າໜ້າທີ່ກໍຊ່ວຍຊາວບ້ານ ສ້ອມແປງເຮືອນ ທີ່ເປ່ເພນັ້ນ ພ້ອມທັງແຈກຍາຍອຸປກອນ ສ້ອມແປງ ໃຫ້ຊາວບ້ານ, ແຈກຢາຍແນວພັນ, ແລະ ລະດົມທຶນຊື້ອາຫານແຫ້ງ ໃຫ້ຊາວບ້ານ.