ຊາວບ້ານເຂດນໍ້າຖ້ວມ ຕ້ອງການ ເຂົ້າສານ

ສຸພັດຕາ
2020.10.27
F-aid ການຊ່ອຍເຫຼືອທີ່ທາງການ ແລະພາກເອກກະຊົນ ໄດ້ສົ່ງມາຊ່ອຍ ຜູ້ປະສົບພັຍນໍ້າຖ້ວມ ຢູ່ເມືອງສອງຄອນ ແຂວງສວັນນະເຂດ ເມື່ອວັນທີ 26 ຕຸລາ 2020
ນັກຂ່າວພົລເມືອງ

ສະພາບນໍ້າຖ້ວມ ໃນ 8 ເມືອງຂອງແຂວງສວັນນະເຂດ ເຣີ່ມຫຼຸດລົງ ເປັນປົກກະຕິແລ້ວ ຂນະທີ່ຊາວບ້ານສ່ວນຫຼາຍ ຕ່າງກໍພາກັນເຂົ້າໄປ ເກັບມ້ຽນ ແລະທໍາຄວາມສະອາດ ເຮືອນຊານຂອງຕົນ, ບາງຄອບຄົວ ເຄື່ອງໃຊ້ໄຟຟ້າ, ໂຕະ, ຕັ່ງ ເປ່ເພເສັຍຫາຍຈົນໝົດ ບໍ່ເຫຼືອຫຍັງ ເລີຍ, ແຕ່ສໍາຄັນທີ່ສຸດໃນຕອນນີ້ ຊາວບ້ານເລົ່ານັ້ນ ຕ້ອງການເຂົ້າສານ ເພາະນາເຂົ້າ ຂອງພວກເຂົາເຈົ້າ ຖືກນໍ້າຖ້ວມໝົດ ບໍ່ມີຮອດເຂົ້າ ຈະກິນ, ດັ່ງຊາວບ້ານ ຄົນນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມ ໃນເມືອງສອງຄອນ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ ວັນທີ 26 ຕຸລາ ນີ້ວ່າ:

“ມັນມີກະບໍ່ທົ່ວເຖິງ ສ່ວນຫຼາຍກະບໍ່ຄ່ອຍຢາກມີນໍ້າກິນຫັ້ນແຫຼະ, ແມ່ນບໍ່ເວົ້າ ຂີ້ຕົມນະ ຫຼາຍອີ່ຫຼີ ຫາກະລ້າງເຮືອນມື້ວານນີ້ ໂຕະ, ຕັ່ງ ກະຍັງບໍ່ທັນແລ້ວ, ໝົດເລີຍ (ນາເຂົ້າ) ໝົດແຕ່ຊ້ວງທໍາອິດພຸ້ນ ເພາະນໍ້າ ກະແມບຂຶ້ນໝົດເລີຍ.”

ຊາວບ້ານຜູ້ນີ້ ເວົ້າວ່າ ເຮືອນຊາວບ້ານ ທີ່ຖືກນໍ້າຖ້ວມນັ້ນ ບໍ່ໄດ້ເປ່ເພໜັກປານໃດ ແຕ່ເຂົ້າໃນເລົ້າ ແລະເຂົ້ານາປີ ທີ່ກໍາລັງເຕີບໃຫຍ່ ໃກ້ຊິ ໄດ້ກ່ຽວ ຖືກນໍ້າຖ້ວມເສັຍຫາຍຈົນໝົດ ບໍ່ສາມາດເກັບກ່ຽວ ຜົນຜລິດ ໄດ້ເລີຍ ຫາກທາງການ ບໍ່ຊ່ອຍເຫຼືອ ເຣື່ອງເຂົ້າສານ ໃນມື້ຕໍ່ໜ້າ ຊາວບ້ານກໍຕ້ອງໄດ້ຊື້ເຂົ້າກິນ.

ຊາວບ້ານອີກຄົນນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມ ໃນເມືອງເຊໂປນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຊາວບ້ານສ່ວນຫຼາຍໄດ້ ຮັບການຊ່ອຍເຫຼືອ ຈາກທາງການລາວ ໃນເບື້ອງຕົ້ນແລ້ວ ຊຶ່ງ ສ່ວນຫຼາຍ ເປັນອາຫານແຫ້ງ, ນໍ້າດື່ມ ແລະເຄື່ອງນຸ່ງຫົ່ມ ແຕ່ຍັງບໍ່ທັນພຽງພໍ ປານໃດ ໂດຍສະເພາະ ເຂົ້າສານ ເປັນສິ່ງທີ່ຈໍາເປັນ ທີ່ຕ້ອງກິນທຸກມື້ ແລະ ໃນມື້ຕໍ່ໜ້ານໍາດ້ວຍ:

“ພວກເຮົານີ້ແມ່ນ ສ່ວນໃຫຍ່ຖ້ວມບ້ານ ຖ້ວມພື້ນທີ່ນາເຂົ້າ ອິຫຍັງຫັ່ນນ່າ ພວກເຂົ້າສານ ເພາະວ່ານາເຂົ້າ ຖືວ່າ ເສັຍຫາຍໝົດແຫຼະ ນາກໍາລັງເປັນໝາກ ເປັນຮວງ ກໍາລັງຊິກ່ຽວຫັ່ນນ່າ ບ້ານຊ່ອງເຮືອນຊານ ບໍ່ໄດ້ມີບັນຫາຫຍັງ ບໍ່ໄດ້ເປ່ເພ ກະບໍ່ໄດ້ມີຫຍັງ ເສັຍຫາຍ ເຂົ້ານີ້ຈໍາເປັນ ໃນໄລຍະສະເພາະໜ້າ ເພາະວ່າ ມັນເສັຍຫາຍໝົດເດ້ເນາະ.”

ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງເຊໂປນ ແຂວງສວັນນະເຂດ ທ່ານນຶ່ງ ທີ່ບໍ່ສົງບອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວ ກັນນີ້ວ່າ ເຣື່ອງການຊ່ອຍເຫຼືອຊາວບ້ານ ທີ່ຖືກນໍ້າຖ້ວມພາຍໃນເມືອງ ເຊໂປນນັ້ນ ກໍຊ່ອຍເຫຼືອເຕັມທີ່ ທັ້ງນໍ້າດື່ມ ອາຫານແຫ້ງ ແລະ ສິ່ງຂອງຈໍາເປັນ ກໍໄດ້ຮັບການຊ່ອຍເຫຼືອ ໝົດທຸກຄອບຄົວແລ້ວ ແຕ່ຈະໄດ້ຜູ້ລະເລັກ ລະໜ້ອຍ.

ປັດຈຸບັນ ທາງການເມືອງເຊໂປນ ກໍາລັງເລັ່ງການສ້າງເຮືອນພັກ ຊົ່ວຄາວ ໃຫ້ກັບຊາວບ້ານ ບ້ານວັງຄົດ ທີ່ຖືກນໍ້າພັດເສັຍຫາຍ ຈໍານວນ 26 ຫຼັງຄາເຮືອນ ຫຼືເກືອບໝົດບ້ານນັ້ນ ເຊິ່ງໃນຣະຫວ່າງນີ້ ຊາວບ້ານ ກໍພັກອາສັຍຢູ່ບ່ອນສູງ ຕາມທີ່ທາງການຈັດສັນໃຫ້:

“ແລ້ວຊິຕັ້ງແບບເຮືອນ ພັກຊົ່ວຄາວ ໃຫ້ຂະເຈົ້າຫັ່ນນະ ດຽວນີ້ ເພິ່ນເລີ່ມມີບາງພາກສ່ວນ ກະສນອງໄມ້ ສນອງພິສັງໃຫ້ໄປເລີຍ ຫັ້ນນ່າ ທັງສນອງໃຫ້ ແລ້ວກະທັ້ງ ລົງໄປຕັ້ງໃຫ້ເລີຍ ເຂົາມາຊ່ວຍດຽວນີ້ ມີແຕ່ເຄື່ອງກິນ ເປັນສ່ວນໃຫຍ່.”

ໃຫ້ທ່ານກ່າວອີກວ່າ ປັັດຈຸບັນ ກໍາລັງຫາຣືກັບພາກສ່ວນກ່ຽວຂ້ອງ ຣະດັບສູນກາງ ວ່າຈະສ້າງເຮືອນຖາວອນ ຫຼັງນ້ອຍໆ ໃຫ້ກັບຊາວບ້ານ ບ້ານວັງຄົດ ທີ່ສູນເສັຍເຮືອນໄປນັ້ນ, ແຕ່ກໍຍັງບໍ່ທັນໄດ້ຂໍ້ສລຸບເທື່ອ ເພາະຕ້ອງອີງໃສ່ງົບປະມານ ຂອງຣັຖນໍາດ້ວຍ.

ກ່ຽວກັບເຣື່ອງການຊ່ອຍເຫຼືອ ຜູ້ປະສົບພັຍນໍ້າຖ້ວມ ເທື່ອນີ້ ເຈົ້າໜ້າທີ່ຫ້ອງການເລຂາ ປ້ອງກັນ ແລະຄວບຄຸມ ພັຍພິບັດ ແຫ່ງຊາດລາວ ທ່ານນຶ່ງ ທີ່ບໍ່ສົງບອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ ດຽວກັນນີ້ວ່າ ນໍ້າຖ້ວມແຂວງສວັນນະເຂດ ໃນປີນີ້ ຖືວ່າໜັກໜ່ວງ ສົມຄວນ ແລະ ຣັຖບານລາວ ກໍໄດ້ມອບເຄື່ອງຊ່ອຍເຫຼືອຕ່າງ ໄປໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ໃນເບື້ອງຕົົ້ນແລ້ວ ຮວມເຖິງການ ຊ່ອຍເຫຼືອ ຈາກພາກສ່ວນເອກກະຊົນ ແລະອົງການສາກົລຕ່າງໆ:

“ຣັຖບານເຮົາກະໄດ້ເອົາເຄື່ອງຊ່ວຍເຫຼືອ ໄປໃຫ້ແລ້ວຈໍານວນນຶ່ງເນາະ ມີຫຼາຍພາກສ່ວນໄປຊ່ວຍເພີ່ມເຕີມ ມັນກະຈະບັນເທົາ ໄປຫຼາຍແລ້ວ ກະໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ແລ້ວໄປໃຫ້ເນາະ ນອກຈາກນັ້ນ ເພິ່ນກະຣະດົມ ຢູ່ແຂວງແດ່.”

ປັດຈຸບັນ ຣັຖບານລາວ ໄດ້ຈັດສັນງົບປະມານ ສຸກເສີນໄປແລ້ວ 500 ລ້ານກີບ ບວກກັບມີພາກສ່ວນ ເອກກະຊົນ ແລະອົງກາສາກົລໃນ ລາວ ໄດ້ຮ່ວມສົມທົບທຶນ ຊ່ອຍເຫຼືອຜູ້ປະສົບພັຍ ຮວມປະມານ 500 ລ້ານກີບ ແລະ ເຄື່ອງອຸປໂພຄ ບໍຣິໂພຄ ຈໍານວນນຶ່ງ.

ຂນະທີ່ ເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງສວັນນະເຂດ ທ່ານນຶ່ງ ທີ່ບໍ່ສົງບອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ສາເຫດຂອງນໍ້າຖ້ວມ ແຂວງສວັນນະເຂດ ປີນີ້ໂດຍສະເພາະ ເມືອງເຊໂປນ ບໍ່ໄດ້ກ່ຽວຂ້ອງກັບການປ່ອຍນໍ້າ ອອກຈາກເຂື່ອນໄຟຟ້າ ໃນລາວ ແລະ ວຽດນາມ ແຕ່ຢ່າງໃດ, ແຕ່ມາຈາກ ຝົນຕົກໜັກຕິດຕໍ່ກັນຫຼາຍມື້:

“ຕົກຣິນໝົດມື້ ໝົດຄືນເລີຍ ໃດ໋ມັນເຮັດນະ ເພາະວ່າ ເຊໂປນມັນ ເປັນຈຸດທ້ອນໂຮມ ຂອງນໍ້າເດ້ ມັນກະເລີຍຫຼາຍ ມັນໄຫຼບໍ່ທັນ ເຂື່ອນວຽດ ບໍ່ກ່ຽວກັນດອກ ບໍ່ໄດ້ມີໃດ໋, ທາງການຈັດຕັ້ງເຮົາ ນີ້ແຫຼ້ວເຕືອນ ເຕືອນແລ້ວ ເຕືອນອີກ ແຕ່ວ່າ ຜູ້ເຊື່ອບໍ່ເຊື່ອຫັ້ນແຫຼະ ຜູ້ບໍ່ເຊື່ອກະເຈິ ນໍ້າຖ້ວມຫັ້ນແຫຼ້ວ.”

ສໍາລັບ ນໍ້າຖ້ວມແຂວງ ສວັນນະເຂດ ປີນີ້ ເກີດຄວາມເສັຍຫາຍຢ່າງໜັກໜ່ວງ ເຊັ່ນວ່າ: ເຮືອນຂອງຊາວບ້ານ ເປ່ເພ 86 ຫຼັງ, ນໍ້າຖ້ວມວັດ 17 ແຫ່ງ, ເຮືອຂອງຊາວບ້ານເສັຍຫາຍ 46 ລໍາ, ເນື້ອທີ່ທໍາການຜລິດ ສ່ວນຫຼາຍເປັນນາເຂົ້າ 25 ພັນ ເຮັກຕ່າຣ, ໄມ້ອຸດສາຫະກັມ 7 ພັນຕົ້ນ, ສວນພືດຜັກຕ່າງໆ ຫຼາຍກວ່າ 400 ເຮັກຕ່າຣ, ສັດລ້ຽງຕາຍ 2 ພັນໂຕ, ຊົລປະທານເປ່ເພ 23 ແຫ່ງ, ເສັ້ນທາງເສັຍຫາຍ 37 ແຫ່ງ, ຂົວ 6 ແຫ່ງ, ສ້າງບາດານ 44 ໜ່ວຍ, ໜອງປາ 600 ປາຍໜອງ.

ຜົລກະທົບຈາກເຫດນໍ້າຖ້ວມເທື່ອນີ້ ເຮັດໃຫ້ຊາວບ້ານຈໍານວນ 8 ເມືອງ ຂອງ ແຂວງສວັນນະເຂດ ຖືກນໍ້າຖ້ວມທັງໝົດ 149 ບ້ານ, ມີຜູ້ປະສົບພັຍປະມານ 10 ພັນປາຍຄອບຄົວ, ພົລເມືອງ 52 ພັນປາຍຄົນ.

ປັດຈຸບັນ ທາງການແຂວງ ກໍາລັງເລັ່ງປະເມີນ ຄວາມເສັຍຫາຍທັງໝົດ ເພື່ອສເນີຕໍ່ຣັຖບານ ຂໍງົບປະມານ ສ້ອມແປງ ໂດຍສະເພາະ ດ້ານໂຄງຮ່າງພື້ນຖານຕ່າງໆ ແຕ່ຍັງບໍ່ທັນສະໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.