ຟາມໝູຂອງຈີນສົ່ງກິ່ນ
2018.11.26
ເຈົ້າໜ້າທີ່ຜແນກ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ນະຄອນຫລວງວຽງຈັນ ແລະພາກສ່ວນກ່ຽວຂ້ອງ ໄດ້ໄປກວດກາ ຟາມໝູ ຂອງຈີນ ແຫ່ງນຶ່ງ ທີ່ສົ່ງກີ່ນເໝັນ ລົບກວນປະຊາຊົນ ບ້ານສົງເປື່ອຍໃຕ້ ເມືອງນາຊາຍທອງ ໃນວັນທີ 16 ພຶສຈິກາ ນີ້ ແລະ ໄດ້ນໍາເອົາ ຂີ້ໝູໄປວິຈັຍ ພາຍຫລັງທີ່ຊາວບ້ານ ຫຼາຍຄອບຄົວໄດ້ຮຽກຮ້ອງໄປຍັງ ຫ້ອງການເມືອງ ໃຫ້ຊ່ວຍແກ້ໄຂບັນຫາ; ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນື່ງກ່າວຕໍ່ RFA ໃນວັນທີ່ 19 ພຶສຈິກາ ນີ້ວ່າ:
”ເພີ່ນກໍມາກວດເອົາຂໍ້ມູນ ວ່າມີສິ່ງແວດລ້ອມ ຕໍ່ປະຊາຊົນບໍ໋ ຢູ່ຂອບເຂດຫັ້ນລະແລ້ວກໍເອົານໍ້າຂີ້ໝູໄປວິຈັຍແບບຂັງຢູ່ເທິງ ນໍ້າຊົລປະທານ ຄອງເໝືອງນະ ແລ້ວບາດເວລາມັນຝົນຕົກ ຊິ້ ມັນກໍລົ້ນອອກມາ ໃສ່ຄອງ ສົ່ງກິ່ນເໝັນຫຍັງຫັ້ນແຫລະເນາະ.”
ປັຈຈຸບັນ ນໍ້າເສັຍຈາກຟາມໝູ ບໍ່ໄດ້ໄຫລລົງ ໃສ່ຄອງເໝືອງອີກແລ້ວ, ມີແຕ່ກິ່ນເຫມັນແຮງ ທີ່ຍັງຣົບກວນປະຊາຊົນ ຢູ່ບ້ານໃກ້ຄຽງ ບໍ່ວ່າ ກາງເວັນ ຫລືກາງຄືນ, ສ້າງຄວາມເດືອດຮ້ອນ ໃຫ້ຊາວບ້ານ ມາໄດ້ຫລາຍເດືອນແລ້ວ. ແຕ່ພາຍຫລັງເຈົ້າໜ້າທີ່ ອອກກວດກາ ກິ່ນເໝັນ ນັ້ນກໍໄດ້ຫລຸດຜ່ອນລົງແດ່. ເຖິງຢ່າງໃດກໍຕາມ ປະຊາຊົນກໍຍັງບໍ່ແນ່ໃຈວ່າ ບັນຫານີ້ຈະໄດ້ຮັບການແກ້ໄຂ ຢ່າງແທ້ຈິງ.
ທ່ານກ່າວຕື່ມວ່ານັກລົງທຶນຈີນ ໄດ້ມາສັມປະທານດິນ ເຮັດຟາມໝູຢູ່ບ້ານສົງເປືອຍໃຕ້ ປະມານ 8 ປີ ແລ້ວ. ນອກຈາກຟາມໝູແຫ່ງນີ້ແລ້ວ ເຂົາຍັງເຮັດຟາມໝູ ອີກຫລາຍແຫ່ງ ຮວມທັງຢູ່ບ້ານສົງເປືອຍເໜືອ, ບ້ານໂພນຊໍາ ແລະ ບ້ານອື່ນໆອີກ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ນະຄອນຫລວງວຽງຈັນ ເພື່ອຂໍຖາມ ເຖິງຄວາມຄຶບໜ້າ ໃນການແກ້ໄຂບັນຫາດັ່ງກ່າວ, ແຕ່ເຈົ້າໜ້າທີ່ ຍັງບໍ່ສະດວກທີ່ຈະໃຫ້ຂໍ້ມູນໃດໆໄດ້.
ເວົ້າເຖິງຜົນກະທົບຕໍ່ສິ່ງແວດລ້ອມ ທີ່ບໍຣິສັດຈີນເປັນຜູ້ສ້າງຂຶ້ນນັ້ນ ມີທັງກໍຣະນີທີ່ເກີດຂຶ້ນ ໃນວັນທີ 8 ພຶສຈິກາທີ່ສວນກ້ວຍ ຂອງບໍຣິສັດ ຈີນ ແຫ່ງນຶ່ງຢູ່ເມືອງສັງທອງ ໄດ້ປ່ອຍນໍ້າຢາລ້າງກ້ວຍ ລົງໃສ່ນໍ້າຕອນເຮັດໃຫ້ປາຕາຍ 300 ປາຍກິໂລ, ດີແຕ່ວ່າ ເຈົ້າຂອງສວນກ້ວຍຈີນ ຮັບຜິດຊອບຕໍ່ສິ່ງທີ່ເກີດຂຶ້ນ ໂດຍຮັບວ່າຈະຟື້ນຟູ ນໍ້າຕອນ ເປັນເວລາ 3 ປີ ແລະຈະປ່ອຍປາ ປີລະ 3 ແສນໂຕ ລົງໃນນໍ້າຕອນ.