ຖນົນນະຄອນຫຼວງຍັງ ຊຸດໂຊມ

ພູວົງສ໌
2019.01.02
ຖນົນຫົນທາງຫຼາຍສາຍ ໃນນະຄອນຫຼວງວຽງຈັນ ຍັງຢູ່ໃນສະພາບ ຍາມແລ້ງເປັນຝຸ່ນ ຍາມຝົນເປັນຕົມ
RFA/LX

ຖນົນຫົນທາງໃນນະຄອນຫຼວງວຽງຈັນ ເຖິງເຄິ່ງນຶ່ງ ຍັງເປັນທາງດິນແດງ. ທ່ານ ດຣ. ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫຼວງ ວຽງຈັນ ຍອມຮັບໃນກອງປະຊຸມ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ສມັຍສາມັນເທື່ອທີ 6 ທີ່ຫາກໍຈົບລົງເມື່ອວັນທີ 28 ທັນວາ ທີ່ຜ່ານມານັ້ນວ່າ ຍັງມີເສັ້ນທາງເຖິງ 50% ຈາກທັງໝົດທີ່ມີປະມານ 3 ພັນກິໂລແມັດ ໃນນະຄອນຫຼວງວຽງຈັນ ຍັງເປັນທາງດິນແດງຢູ່ ຫຼືຍັງບໍ່ທັນໄດ້ປູຢາງ ຕາມທີ່ວາງແຜນວ່າ ຈະໃຫ້ໄດ້ຫຼາຍກວ່ານີ້, ແຕ່ຍ້ອນຍັງຂາດເຂີນ ດ້ານງົບປະມານ ຈຶ່ງບໍ່ສາມາດ ກໍ່ສ້າງເສັ້ນທາງ ຕ່າງໆ ທີ່ຈະປູຢາງ ຫຼື ເທຄອນກຣີດ ໃຫ້ແລ້ວຕາມກຳນົດເວລາໄດ້ ແລະ ເສັ້ນທາງຫຼາຍແຫ່ງ ກໍນັບມື້ນັບເປ່ເພລົງ ຖືເປັນສິ່ງທ້າທາຍ ອັນດັບຕົ້ນຕໍ ໃນນະຄອນຫຼວງວຽງຈັນ. ດັ່ງທ່ານໄດ້ກ່າວໃນກອງປະຊຸມຕອນນຶ່ງວ່າ:

“ໂຕຢ່າງທາງຢູ່ວຽງຈັນນີ້ມີເກືອບ 3 ພັນກິໂລແມັດ. ຍັງ 50 ເປີເຊັນ ຍັງເປັນທາງດິນແດງຢູ່ໄດ໋, ເຮົາຊິແກ້ຈັ່ງໃດ ເຮົາເຫັນຊອບນຳ ທ່ານຜູ້ແທນຍັງເວົ້າຂຶ້ນມາ. ເຮັດນອກແຜນເພິ່ນກະລົງໂທສ ເພິ່ນລົງແລ້ວບໍ່ແມ່ນເວົ້າທັມມະດາ. ບໍ່ເຮັດກະໄປບໍ່ໄດ້ທາງ.  ອັນນີ້, ຄືສິ່ງ ທ້າທາຍ ຄືຄວາມດ້ອຍພັທນາອັນນຶ່ງ ໃນພື້ນທີ່ຂອງເຮົາ ຊິແກ້ຈັ່ງໃດ ເຮັດໄປແລ້ວ ເຮັດໃນເມື່ອກ່ອນ ເພເໝິດລະເດ ຕ້ອງໄດ້ເຮັດຄືນອີກ."

ນອກນິ້ີ້ ທ່ານ ເດດສົງຄາມ ທັມມະວົງ ຫົວໜ້າຜແນກໂຍທາທິການແລະຂົນສົ່ງ ນະຄອນຫຼວງວຽງຈັນ ກໍໄດ້ກ່າວໃນທຳນອງດຽວກັນວ່າ ສາເຫຕທີ່ເສັ້ນທາງ ຫຼາຍແຫ່ງ ໃນນະຄອນຫຼວງວຽງຈັນ ຍັງເປັນທາງແດງຢູ່ ແລະ ເສັ້ນທາງທີ່ກໍ່ສ້າງໄປໄດ້ ສ່ວນໃດສ່ວນນຶ່ງ ແຕ່ກໍຍັງ ສ້າງບໍ່ແລ້ວ ແກ່ຍາວຫຼ້າຊ້າເປັນເວລາຫຼາຍປີນັ້ນ ສ່ວນນຶ່ງກໍຍ້ອນ ຍັງຂາດເຂີນງົບປະມານ ແລະ ຜູ້ທີ່ຮັບເໝົາກໍ່ສ້າງ ບໍ່ມີຄວາມສາມາດ ທາງດ້ານການເງິນ ໃນການສືບຕໍ່ກໍ່ສ້າງ ໃຫ້ສຳເຣັຈຕາມແຜນການ.

“ກະຄຳຖາມຂອງມັນ ເປັນຫຍັງຄືຫຼ້າຊ້າ, ຂ້າພະເຈົ້າກະເຄີຍຣາຍງານໃນກອງປະຊຸມເທື່ອກ່ອນແລ້ວ ຍ້ອນວ່າຄວາມສາມາດຂອງບໍຣິສັດ ທີ່ເອົາເງິນມາລົງທຶນຫັ້ນບົກພ່ອງ ເນາະ."

ໃນຂນະດຽວກັນ, ນັກວິຊາການດ້ານເສຖກິຈ ໄດ້ໃຫ້ທັສນະຕໍ່ບັນຫານີ້ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອທ້າຍເດືອນທັນວາ ທີ່ຜ່ານມາວ່າ ການກໍ່ສ້າງເສັ້ນທາງຕ່າງໆ ໃນນະຄອນຫຼວງວຽງຈັນ ຫຼ້າຊ້າ ບໍ່ແລ້ວຕາມກຳນົດເວລາ ເປັນຍ້ອນຄວາມບໍ່ໂປ່ງໃສ ໃນຫຼາຍຂັ້ນຕອນ ຫຼາຍກວ່າ ເພາະທຸກໆໂຄງການ ກ່ອນຈະມີການອະນຸມັດ ກໍມີແຜນງົບປະມານ ຄັກແນ່ແລ້ວ ຈຶ່ງອະນຸຍາດໃຫ້ກໍ່ສ້າງ, ຈະມາຖິ້ມໂທສ ໃສ່ຜູ້ຮັບເໝົາ ອັນນີ້ກໍເປັນເຣື້ອງທີ່ຟັງບໍ່ຂຶ້ນ.

“ຢາກຖາມວ່າເປັນຫຍັງຈັ່ງໃຫ້ເຂົາເຮັດ ທັງໆທີ່ວ່າເຂົາບໍ່ພ້ອມ ຫຼືວ່າເຈົ້າກະຮູ້ວ່າເຂົາເປັນຈັ່ງຊັ້ນ ເປັນຫຍັງຄືໃຫ້ເຂົາເຮັດ ມັນກະມີນອກມີໃນ ຕິ໋ ຈັ່ງໃຫ້ເຂົາເຮັດ. ປະມູນຈັກຄົນຈັກບໍຣິສັດເຂົ້າຮ່ວມ ຕ່າງປະເທສມີບໍ່ ຄວາມໂປ່ງໃສມີບໍ່ ຣາຄາດີບໍ່, ຊໍ່ານັ້ນ ຫັ້ນນ່າ ຕໍ່ກິໂລແມັດຫັ້ນນ່າ. ເອີ່ມັນກະຄາບ່ອນຫັນຕິ໋."

ໄລຍະຜ່ານມາ, ເສັ້ນທາງຫຼາຍເສັ້ນໃນນະຄອນຫຼວງວຽງຈັນ ກໍໍ່ສ້າງມາຫຼາຍປີ ກໍຍັງບໍ່ແລ້ວຈັກເທື່ອ ເປັນຕົ້ນເສັ້ນທາງແຕ່ 3 ແຍກຈີ່ນາຍໂມ້ ໄປຫາບ້ານຫ້ອມ ຊອດໃສ່ບ້ານທ່າແຂກ ເມືອງຫາດຊາຍຟອງ ແລະ ເສັ້ນທາງແຕ່ 4 ແຍກຫ້ວຍຫົງ ໄປຫາ ໂຮງໝໍ ແມ່ແລະເດັກ ລັດໃສ່ ໜອງບຶກ-ໜອງພະຍາ ກໍຍັງບໍ່ມີທ່າທີ ວ່າຈະສ້າງແລ້ວເມື່ອໃດ ແລະ ເສັ້ນທາງຫຼາຍເສັ້ນໃນເຂດຕົວເມືອງ ກໍນັບມື້ນັບເປ່ເພຮ້າຍແຮງລົງໄປ ໃນຂນະທີ່ການສ້ອມແປງ ແມ່ນເປັນໄປຢ່າງຊັກຊ້າທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.