ມົລພິດຢູ່ນໍ້າຊອງ ແກ້ໄຂ ແລ້ວ
2018.11.13

ພາຍຫລັງທີ່ປະຊາຊົນຮ້ອງຮຽນ ໄປຫາທາງການກ່ຽວກັບ ສະພາບນໍ້າຊອງ ຢູ່ບໍຣິເວັນ ເຂດຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ ມີສະພາບ ເປິເປື້ອນ ຢ່າງຮຸນແຮງເມື່ອຕົ້ນເດືອນ ພຶສຈິກາ ຜ່ານມາ ເຈົ້າໜ້າທີ່ແຂວງວຽງຈັນ ກໍ່ໄດ້ລົງແກ້ໄຂບັນຫາ ດັ່ງກ່າວແລ້ວ ດ້ວຍການສ້າງອ່າງ ເພື່ອອວ່າຍນໍ້າເປື້ອນ ທີ່ໄຫລອອກຈາກ ການຂຸດເຈາະອຸໂມງ ທາງລົດໄຟ ລາວ-ຈີນ ຊຶ່ງປັດຈຸບັນເຈາະເຂົ້າໄປເລິກປະມານ 1 ກິໂລແມັດ ແລ້ວ. ດັ່ງເຈົ້າໜ້າທີ່ ແຂວງວຽງຈັນກ່າວວ່າ:
"ດຽວນີ້ຄືວ່າໄດ້ ກິໂລແມັດປາຍແລ້ວເດະ ແລ້ວໄປເຈິບໍ່ນໍ້ານີ້ນະ ແກ້ໄຂແລ້ວ ມັນທະລັກລົງມາ ມັນອອກມາຫລາຍເກີນໄປ ມັນສຸລົງມາ ຢູ່ຜາຕັ້ງ ປະຊາຊົນນາຍບ້ານແລະພື້ນຖານ ກໍ່ສເນີມາຫາຄນະກັມມະການແລ້ວ ຂະເຈົ້າປຶກສາຫາລືກັນດ່ວນ ແລ້ວກໍ ປະສານຫາຫົວໜ້າ ຜູ້ຮັບເໝົາແລ້ວ ກໍລົງເບິ່ງແລ້ວກໍພາກັນແກ້ເລີຍ ກັບທີ່ນັ້ນແກ້ແລ້ວ ອວ່າຍເຂົ້າອ່າງແລ້ວໄດ້ເບິດແລ້ວ."
ທ່ານກ່າວຕື່ມວ່າການແກ້ໄຂຄັ້ງນີ້ ບໍຣິສັດຜູ້ຮັບເໝົາກໍ່ສ້າງທາງຣົດໄຟ ລາວ-ຈີນ ເປັນຜູ້ຮັບຜິດຊອບທັງໝົດ ສ່ວນທາງເຈົ້າໜ້າທີ່ ກໍມີແຕ່ ຕິດຕາມ ແລະແນະນຳເຂົາເຈົ້າ ວ່າອັນໃດຈະກະທົບ ກັບປະຊາຊົນ ຫລື ອັນໃດຈະກະທົບກັບສິ່ງແວດລ້ອມ. ໃນເຣື່ອງນີ້ ປະຊາຊົນຢູ່ ເມືອງວັງວຽງ ແຂວງວຽງຈັນ ເວົ້າວ່າ ນໍ້າຊອງ ບໍຣິເວັນເຂດຜາຕັ້ງ ມີສະພາບປົກກະຕິແດ່ແລ້ວ ພາຍຫລັງທີ່ຝົນເຊົາຕົກ ດັ່ງທ່ານກ່າວວ່າ:
"ເຈົ້າປົກກະຕິແລ້ວເພາະວ່າຊ່ວງນີ້ ມັນຝົນຕົກເນາະ ມັນກໍ່ລາດລົງນ້ອຍນຶ່ງ ແລ້ວມັນເຊົາຝົນແລ້ວ ກໍບໍ່ເປັນຫຍັງເນາະ ກໍຄືແບບນໍ້າໜອງ ນໍ້າຂຸ່ນນີ້ແລ້ວເນາະ ສົມມຸດວ່າຝົນສຸມາມັນກໍ່ຂຸ່ນເບິດເນາະ."
ປັດຈຸບັນ ນໍ້າຊອງ ບໍຣິເວັນເຂດຜາຕັ້ງມີສະພາບປົກກະຕິແດ່ແລ້ວ ພາຍຫລັງທີ່ຝົນເຊົາຕົກ ແລະ ການອວ່າຍແລວນໍ້າທີ່ໄຫລ ອອກມາຈາກ ການຂຸດເຈາະ ອຸໂມງ ການກໍ່ສ້າງທາງຣົດໄຟ ລາວ-ຈີນ.