ການປູກປ່າ ທົດແທນ ບໍ່ໄດ້ຕາມເປົ້າໝາຍ 70%
2019.05.24
ປັດຈຸບັນ ຣັຖບານ ສປປລາວ ກໍາລັງເລັ່ງແກ້ໄຂ ບັນຫາປ່າໄມ້ ຫລຸດລົງ ໂດຍການປູກປ່າ ເພີ່ມຂຶ້ນ ເພື່ອໃຫ້ບັນລຸ ໄດ້ເປົ້າໝາຍ ປ່າປົກຫຸ້ມເນື້ອທີ່ 70% ຂອງປະເທດ ໃນປີ 2020, ໃນຂະນະທີ່ ເຈົ້າໜ້າທີ່ ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 24 ພຶສພາ ນີ້ວ່າ ການປູກປ່າ ໃຫ້ໄດ້ຕາມແຜນການ ທີ່ຣັຖບານ ຄາດໝາຍ ເອົາໄວ້ນັ້ນ ອາດຈະບໍ່ບັນລຸ ຜົນສໍາເຣັດໄດ້ ຍ້ອນວ່າ ວຽກງານ ໃນການປູກປ່າ ຕ້ອງໃຊ້ທຶນຮອນຫລາຍ ດັ່ງທີ່ທ່ານກ່າວວ່າ:
“ມັນມີບັນຫາ ເຣຶ່ອງການປູກ ມັນຕ້ອງໄດ້ໃຊ້ທຶນຫລາຍ ໄດ້ຮັກສາ ກວດກາ ລາຕເວນນໍ ດຽວນີ້ ກໍາລັງຮວມເອົາ 3 ປະເພດປ່າ ເຂົ້ານໍາກັນໝົດເດ ກະຊວງກະສິກໍາ ມັນອາດຫລາຍຂຶ້ນປ່າຜລິດນໍ ຢູ່ກົມຊັບທີ່ວ່າກໍາລັງສິມາເຂົ້າກັນຄືປ່າປ້ອງກັນ ແລະປ່າສະຫງວນ.”
ທ່ານເວົ້າວ່າ ໃນຣະຫວ່າງ ປີ 2016-2020 ງົບປະມານ ໃນການປູກປ່າ ຢູ່ປະເທດລາວ ມີປະມານ 30 ລ້ານໂດລາສະຫະຣັຖ. ໃນຈໍານວນເງິນ ດັ່ງກ່າວ ໄດ້ແບ່ງໄປໃຊ້ ໃນວຽກງານຟື້ນຟູ, ຮັກສາ ແລະ ກວດກາ ລາຕເວນນໍາດ້ວຍ. ແລະວ່າ ຈະຕ້ອງມີ ງົບປະມານ ຢູ່ປະມານ 50 ລ້ານໂດລາ ຈຶ່ງຈະເຮັດໃຫ້ ການປູກປ່າ ບັນລຸໄດ້ຕາມເປົ້າໝາຍ ທີ່ວ່ານັ້ນ.
ຂ່າວຣາຍງານວ່າ ປັດຈຸບັນ ລາວມີພື້ນທີ່ ປ່າໄມ້ປົກຫຸ້ມ ເນື້ອທີ່ ຂອງປະເທດ 44% ໂດຍທີ່ ແຂວງຜົ້ງສາລີ ມີພື້ນທີ່ປ່າ ໄມ້ປົກຫຸ້ມຫລາຍກວ່າໝູ່, ຮອງລົງມາ ກໍແມ່ນ ແຂວງຫລວງພຣະບາງ, ໄຊສົມບູນ, ຫົວພັນ ແລະ ອຸດົມໄຊ ຂະນະທີ່ ຢູ່ແຂວງພາກໃຕ້ ປ່າໄມ້ ຫລຸດລົງຫລາຍ, ໂດຍສະເພາະ, ແຂວງສວັນນະເຂດ, ຄໍາມ່ວນ, ເຊກອງ ແລະ ອັດຕະປື.
ແຕ່ອິງຕາມ ຂ່າວຂອງໜັງສືພິມ The Gardian ຂອງອັງກິດ ຣາຍງານວ່າ ເມື່ອປີ 2013 ປະເທດລາວ ມີປ່າໄມ້ປົກຄຸມ ປະມານ 24% ຂອງພື້ນທີ່ທັງໝົດ ຂອງປະເທດ. ໃນນັ້ນ ເປັນປ່າຕຶບດົງໜາ ພຽງ 4%.
ສາເຫດທີ່ເຮັດໃຫ້ ປ່າໄມ້ ໃນລາວຫລຸດລົງຫລາຍ ແມ່ນຍ້ອນທາງການ ສປປລາວ ອະນຸມັດ ໃຫ້ຕັດໄມ້ ຢ່າງຫລວງຫລາຍ ແລະ ມີທັງການຕັດໄມ້ເຖື່ອນ ທີ່ບໍ່ສາມາດ ຫ້າມປາມໄດ້, ໃຫ້ສັມປະທານ ສ້າງເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ປູກຢາງພາຣາ, ຕົ້ນວິກ ແລະ ອື່ນໆ ທີ່ມີ ການຕັດໄມ້ທໍາລາຍປ່າ ຢ່າງມະຫາສານ.
ເຈົ້າໜ້າທີ່ ຜແນກກະສິກໍາ ແລະ ປ່າໄມ້ ແຂວງເຊກອງ ເວົ້າວ່າ ປີ 2018 ທາງແຂວງ ບໍ່ສາມາດປູກປ່າໄດ້ ຕາມເປົ້າໝາຍ 870 ເຮັກຕາຣ໌ ຄືປູກໄດ້ແຕ່ 850 ເຮັກຕາຣ໌ ແລະ ໃນປີນີ້ ທາງແຂວງຄາດໝາຍ ເອົາໄວ້ວ່າ ຈະປູກປ່າ ໃຫ້ໄດ້ 2,700 ເຮັກຕາຣ໌ ແຕ່ງົບປະມານ ທີ່ຣັຖບານ ຈັດສັນ ໃຫ້ພຽງ 30 ລ້ານກີບ ເທົ່ານັ້ນ ດັ່ງທີ່ ທ່ານກ່າວວ່າ:
“ເຈົ້າປູກໄມ້ນີ້ໄດ້ 853 ເຮັກຕາຣ໌ ສະເພາະ ປູກຄາດຄະເນ 875 ເຮັກຕາຣ໌ ສ່ວນຫລາຍ ມັນກບໍຣິສັດ ເຂົາເຈົ້າ ມາລົງທຶນປູກໄມ້ເບາະ ແມ່ນຫຍັງ ເອົາຕົວເລກຕົວນັ້ນ ໃສ່ແນ່ ແຕ່ສະເພາະ ຣັຖແທ້ ມັນກໍບໍ່ຫລາຍດອກ.”
ກອງປະຊຸມ ຣັຖບານ ສປປລາວ ໃນມື້ວັນທີ 22 ແລະ 23 ພຶສພານີ້ ກໍໄດ້ເນັ້ນໜັກໃຫ້ ທຸກພາກສ່ວນ ທີ່ກ່ຽວຂ້ອງ, ໂດຍສະເພາະ, ກະຊວງກະສິກໍາ ແລະ ປ່າໄມ້ ເອົາໃຈໃສ່ ຄຸ້ມຄອງ, ຟື້ນຟູ ແລະ ປູກປ່າທົດແທນ ປ່າໄມ້ ທີ່ຖືກຕັດໄປ ເພື່ອໃຫ້ບັນລຸໄດ້ ຕາມແຜນການ ຄື ເຮັດໃຫ້ປ່າໄມ້ປົກຫຸ້ມ 70% ຂອງເນື້ອທີ່ ທົ່ວປະເທດ ໃນປີ 2020.