ວັນປູກຕົ້ນໄມ້ຂອງ ທາງການ ລາວ
2017.08.07

ໃນວັນປູກຕົ້ນໄມ້ສາກົນ ຫລື Arbor day ແຕ່ລະປີ ທາງການລາວ ຈະປຸກຣະດົມປະຊາຊົນ ໃຫ້ມີການປູກຕົ້ນໄມ້ ໃນທົ່ວປະເທດ ແຕ່ການ ປູກປ່າໃນລາວ ເພື່ອທົດແທນ ການທຳຮ້າຍປ່າໄມ້ ຈາກກຸ່ມ ຄ້າໄມ້ທ່ອນ ທີ່ຜິດກົດຫມາຍ ໃນລາວ ຂອງຣັຖບານ ໃນແຕ່ລະປີນັ້ນ ຍັງບໍ່ ບັນລຸ ເປົ້າຫມາຍ ທີ່ໄດ້ວາງໄວ້. ຍ້ອນສາເຫດຫລາຍປະການ ແລະ ນຶ່ງໃນນັ້ນແມ່ນ ຂາດການເອົາໃຈໃສ່ ໃນການບົວຣະບັດ ຮັກສາ.
ການປູກຕົ້ນໄມ້ໃນລາວ ໃນວັນປູກຕົ້ນໄມ້ສາກົນໃນປີນີ້ ຜູ້ນຳພັກຣັດແລະເຈົ້າຫນ້າທີ່ ຣະດັບສູງໃນລາວກໍຮ່ວມກັນປູກຕົ້ນໄມ້ ກັບຊາວຫນຸ່ມ ແລະປະຊາຊົນລາວ ໃນທົ່ວປະເທດ ເພື່ອຟື້ນຟູ ທັມມະຊາດປ່າໄມ້ ແລະພື້ນທີ່ສີຂຽວ ໃນລາວ ທີ່ຖືກທຳລາຍ ມາຫລາຍປີ.
ກະຊວງກະສິກຳແລະປ່າໄມ້ ກໍໄດ້ຈັດເບັ້ຽຕົ້ນໄມ້ ໃຫ້ປະຊາຊົນ ແລະບັນດາ ຜູ້ນຳປູກກວ່າ 7 ແສນຕົ້ນ ໃນເນື້ອທີ່ ປະມານ 300 ເຮັກຕາ ເພື່ອເປັນສັນຍາລັກ ໃນການປູກປ່າ ໃນລາວ. ຊຶ່ງການກະທຳ ດັ່ງກ່າວ ແມ່ນເພື່ອປຸກຣະດົມ ໃຫ້ປະຊາຊົນ ປູກປ່າ ໃນທົ່ວປະເທດ ໃນເປົ້າ ຫມາຍ ຂອງສະພາແຫ່ງຊາດ ແລະ ຣັຖບານລາວ ທີ່ຈະປູກປ່າ ໃຫ້ໄດ້ 5 ແສນເຮັກຕາ ຫລື ປະມານ 70% ຂອງປ່າ ໃນທົ່ວປະເທດ ໃນປີ 2020. ດັ່ງເຈົ້າຫນ້າທີ່ ປ່າໄມ້ ທ່ານນຶ່ງ ເວົ້າວ່າ:
"ຕົ້ນໄມ້ທີ່ປູກໃນມື້ນີ້ ມີທັງຫມົດ 154 ຕົ້ນ ມີທັງຕົ້ນໄມ້ປະດັບ ຕົ້ນໄມ້ກິນຫມາກ ມີຫລາຍຊນິດ ເຮັດໃຫ້ພື້ນທີ່ ຫໍພິທິພັນ ແຫ່ງຊາດ ນີ້ເຕັມໄປດ້ວຍ ຄວາມຮົ່ມເຢັນ ສົດຊື່ນ".
ປ່າໄມ້ໃນລາວໄດ້ຫລຸດລົງເຖິງ 60 ສ່ວນຮ້ອຍ ໃນຣະຍະສາມທົສວັດ ຜ່ານມາ ສາເຫດເກີດຈາກ ການລັກຕັດໄມ້ ຂອງກຸ່ມຄ້າໄມ້ ເຖື່ອນ ໃນລາວ, ການອະນຸມັດໂຄຕາ ໃຫ້ຕັດໄມ້ ໃນແຂວງຕ່າງໆ, ການຖາງປ່າເຮັດໄຮ່ ແລະ ໂຄງການພັທນາ ຂອງຣັຖບານ ດັ່ງການ ສ້າງ ເຂື່ອນໄຟຟ້າ ຂຸດຄົ້ນແຮ່ທາດ ແລະປູກ ຢາງພາລາ ຫລືຕົ້ນໄມ້ເສຖກິດ ປະເພດຕ່າງໆ.
ຣັຖບານລາວ ຮ່ວມກັບໂຄງການຕ່າງຊາດ ໄດ້ຮ່າງແຜນການປູກປ່າ ທົດແທນ ແຕ່ການກະທຳ ດ່ັງກ່າວ ເທົ່າເຖິງປັດຈຸບັນ ບໍ່ປະສົບ ຜົລ ສຳເຣັດເລີຍ ຍ້ອນຂາດ ຄວາມເອົາໃຈໃສ່ ຂາດຄວາມຮ່ວມມື ຈາກ ເຈົ້າຫນ້າທີ່ ທ້ອງຖິ່ນ ຮ່ວມດ້ວຍຂາດ ງົບປະມານ ແລະຂາດການ ບໍຣິຫານ ຈັດການ.
ເຈົ້າຫນ້າທີ່ປ່າໄມ້ທ່ານນຶ່ງເວົ້າວ່າ ຢ່າງນ້ອຍຈະໃຊ້ ເວລາເຖິງ 8 ປີ ຈື່ງຈະສາມາດເຮັດໃຫ້ປ່າໃມ້ ໃນລາວ ກັບຄືນມາ ເປັນແບບເກົ່າໄດ້ ຖ້າເຈົ້າຫນ້າທີ່ ກ່ຽວຂ້ອງ ແລະ ທຸກພາກສ່ວນ ໃນລາວ ໃຫ້ຄວາມຮ່ວມມື ຊຶ່ງກັນແລະກັນ.
ການທຳລາຍປ່າໄມ້ ລາຍໃຫຍ່ໃນລາວ ແມ່ນເກີດຈາກກຸ່ມຄ້າໄມ້ ທີ່ຜິດກົດຫມາຍ, ໂຄງການພັທນາ ຂອງຣັຖບານ, ການຖາງປ່າເຮັດໄຮ່ ແບບເລື່ອນລອຍ ຂອງຊົນເຜົ່າ ໂດຍສະເພາະ ໃນເຂດພາກເຫນືອ ແລະ ການປູກຕົ້ນໄມ້ ເສຖກິດ ໃນລາວ ດ່ັງຢາງພາລາ ສີ່ງດັ່ງກ່າວ ທັງຫມົດນີ້ ເຮັດໃຫ້ປ່າໄມ້ ໃນລາວ ສູນເສັຽໄປ ເຖິງ 60% ໃນທົສວັດຜ່ານມາ ທາງການລາວ ມີແຜນການເຮັດໃຫ້ ປ່າໄມ້ ກັບຄືນມາໃຫ້ໄດ້ 70 ສ່ວນຮ້ອຍ ໃນປີ 2020.
ດ່ັງນັ້ນວ່າງປີທີ່ຜ່ານ ເຈົ້າຫນ້າທີ່ ກ່ຽວຂ້ອງ ຈາກທຸກພາກສ່ວນ ໃນລາວ ດັ່ງຈາກ ກະຊວງ ກະສິກຳ ແລະປ່າໄມ້, ກະຊວງ ອຸດສາຫະກັມ ແລະການຄ້າ, ກະຊວງ ຊັພຍາກອນ ທັມມະຊາດ ແລະ ສີ່ງແວດລ້່ອມ ໄດ້ປະຊຸມ ປຶກສາຫາລືກັນ ກ່ຽວກັບ ການປູກປ່າ ທົດແທນ ໃນລາວ ແລະໄດ້ເລີ້ມ ດຳເນີນງານກັນ ແຕ່ນັ້ນມາ.
ຣັຖບານລາວໄດ້ເນັ້ນຫນັກ ໃນການພັທນາ ແບບຢືນຢົງ ໂດຍສະເພາະ ການປົກປ້ອງ ປ່າໄມ້ ແລະການປູກປ່າ ທົດແທນ ຊື່ງໃນບັນຫາ ດັ່ງກ່າວ ກໍໄດ້ ອະນຸມັດ ຄວາມຮັບຜິດຊອບ ໃຫ້ກະຊວງ ກະສິກຳ ແລະປ່າໄມ້ ເປັນຜູ້ ບໍຣິຫານຈັດການ.
ປ່າໄມ້ ໃນລາວ ມີ 3 ຊນິດຄື 1-ປ່າສງວນ ສອງ- ປ່າປົກປອ້ງ ແລະສາມ- ປ່າເສຖກິດ ຫລື ປ່າຜລິດຕະພັນ. ປ່າທັງສາມຊນິດນີ້ ໄດ້ຮັບ ຜົລກະທົບ ຈາກ ການລັກຕັດໄມ້ທ່ອນ ໂຄງການພັທນາ ຂອງຣັຖບານ ການ ບໍຣິຫານ ຈັດການ ທີ່ຂາດມາຕຖານ ແລະການໃຫ້ ສຳປະທານ ພື້ນທີ່ ຂອງຣັຖບານ ປາສຈາກ ການສຳຣວດ ແລະ ສຶກສາ ຄົ້ນຄວ້າ ຮ່ວມທັງການ ຖາງປ່າ ເຮັດໄຮ່ ແບບເລື່ອນລອຍ ຂອງ ຊົນເຜົ່າ ໃນລາວ. ດັ່ງເຈົ້າຫນ້າທີ່ລາວ ທ່ານນຶ່ງ ເວົ້າວ່າ:
"ພວກເຮົາກໍຢາກມີແນວ ທີ່ສົ່ງເສີມໃຫ້ ປະຊາຊົນ ໃນຂອບເຂດນັ້ນ ມີສ່ວນຮ່ວມ ໃນການ ປູກໄມ້ ການສົ່ງເສີມ ປະຊາຊົນ ເຣື້ອງ ການປູກ ແລະ ຟື້ນຟູ ນີ້ລະ ທັງຊິເປັນໄມ້ ເປັນເຄື່ອງປ່າ ຂອງດົງ ກໍຢາກໄດ້ ໂຄງການ ໃຫຍ່ໆເຂົ້າມາ ຊ່ອຍເຫລືອ ບາງເທື່ອ ເຂົາອາດຊິ ເປັນ ຣະບົບດີ".
ອິງຕາມການສຳຣວດປ່າໄມ້ ໃນປີ 2012 ປ່າໄມ້ ທີ່ອຸດົມສົມບູນ ໃນລາວ ໄດ້ຫລຸດລົງ ປີລະ 1.4%, ໃນປັດຈຸບັນ ພື້ນທີ່ ປ່າໄມ້ ໃນລາວ ມີຢູ່ປະມານ 9.55 ລ້ານເຮັກຕາ ແລະພື້ນທີ່ປ່າໄມ້ ທີ່ປູກໃຫມ່ ມີຢູ່ປະມານ 2.23 ລ້ານເຮັກຕາ. ແຕ່ປ່າໄມ້ ທີ່ປູກໃຫມ່ ສ່ວນໃຫຍ່ ຈະບໍ່ຢັ້ງຢືນ ເພາະຂາດ ຄວາມເອົາໃຈໃສ່ ແລະປ່າໄມ້ ເກົ່າກໍຫລຸດລົງ ໃນແຕ່ລະມື້ ຍ້ອນກຸ່ມຄ້າໄມ້.
ຕົ້ນໄມ້ທີ່ມີຄ່າໃນລາວ ສູນຫາຍໄປ ຢ່າງຫນ້າເປັນຫວ່ງ ແລະລາຍໄດ້ ຈາກຂາຍໄມ້ ຂອງ ຣັຖບານລາວ ກໍຫລຸດຫນ້ອຍລົງ ສີ່ງແວດລ້ອມ ແລະ ສັດສາວາສີ່ງ ກໍໄດ້ ຮັບຜົລກະທົບ ຕາມໆກັນ. ປ່າໄມ້ ເປັນທີ່ມາ ຂອງຄວາມຊຸມຊື່ນ ແລະ ແຫຼ່ງນ້ຳທັມຊາດ.
ນັກວິຊາການທ່ານນຶ່ງ ຜູ້ທີ່ບໍ່ປະສົງ ອອກຊື່ເວົ້າວ່າ ເຖິງແມ່ນວ່າ ຣັຖບານລາວ ມີກົດຫມາຍ ປົກປ້ອງປ່າໄມ້ ແລະ ສີ່ງແວດລ້ອມ ຫລາຍປານໃດ ກໍຕາມ ແຕ່ກົດຫມາຍ ດັ່ງກ່າວ ບໍ່ສາມາດ ບັງຄັບໃຊ້ໄດ້ ຍ້ອນການ ສໍ້ຣາສ ບັງຫລວງ ຊື້ຈ້າງຈອບອອຍ ຂອງ ເຈົ້າຫນ້າທີ່ຣັຖ ບາງຄົນ ຈາກກຸ່ມຄ້າໄມ້ ເຖື່ອນໃນລາວ.
ໂຮງງານປຸງແຕ່ງໄມ້ ເປັນແຫລ່ງ ທີ່ມາຂອງການທຳຮ້າຍ ປ່າໄມ້ ໃນລາວ ຍ້ອນຈ້າງຊາວບ້ານ ແລະ ປະຊາຊົນ ທ້ອງຖີ່ນ ເຂົ້າໄປລັກ ຕັດໄມ້ ໃນປ່າສງວນ ໃນລາວ ມາປຸງແຕ່ງ ຫລື ມາປ້ອນ ໂຮງງານ ຂອງຕົນ.
ສາເຫດທີ່ເຮັດໃຫ້ການປູກປ່າ ທົດແທນ ໃນລາວ ບໍ່ໄດ້ຜົລ ນອກຈາກ ຂາດຄວາມ ເອົາໃຈໃສ່ ຂອງຫນ່ວຍງານ ທີ່ກ່ຽວຂ້ອງ ແລະ ເຈົ້າຫນ້າທີ່ ທ້ອງຖີ່ນ ແລ້ວ ກໍຍັງຂາດ ແຫລ່ງນ້ຳ ທັມມະຊາດ ໃນການປູກປ່າ ຂາດການ ປົກປອ້ງປ່າ ປ່າຍັງຖືກ ທຳລາຍ ຫລາຍຢູ່.
ທ່ານວ່າ ກຸ່ມທີ່ທຳລາຍປ່າໄມ້ ໃນລາວ ລາຍໃຫຍ່ ທີ່ຜ່ານມາ ກຸ່ມທະຫານ ຍ້ອນຕັດໄມ້ ເພື່ອຫາເງິນ ມາບຳຣູງ ກອງທັບ ເພາະຂາດ ງົບປະມານ. ກຸ່ມທີສອງ ແມ່ນ ກຸ່ມຄ້າໄມ້, ກຸ່ມຄ້າໄມ້ ຈະຊື້ຈ້າງຈອບອອຍ ໃຫ້ສີນບົນ ແກ່ ເຈົ້າຫນ້າທີ່ຣັຖ ໃນແຂວງຕ່າງໆ ໃນການເຂົ້າມາ ຕັດໄມ້ ໃນລາວ ກຸ່ມດ່ັງກ່າວ ສ່ວນໃຫຍ່ ມີ ສວ່ນພົວພັນ ກັບ ເຈົ້າຫນ້າທີ່ ຣະດັບສູງ ຂອງລາວ ບາງຄົນ.
ກຸ່ມທີສາມ ທີ່ທຳລາຍ ປ່າໄມ້ ໃນລາວ ກໍແມ່ນກຸ່ມ ນັກລົງທຶນ ໃນໂຄງການພັທນາ ຕ່າງໆ ຂອງຣັຖບານ ໃນນັ້ນ ຮ່ວມດ້ວຍ ໂຄງການສ້າງ ເຂື່ອນ ໄຟຟ້າ ເພາະນ້ຳ ຈະຖ້ວມ ໃນຫລາຍພື້ນທີ່ ບ່ອນທີ່ ມີປ່າໄມ້ ປົກຫຸ້ມຢູ່ ໃນການສ້າງເຂື່ອນ ແຕ່ລະ ເຂື່ອນ ໃນລາວ ປ່າໄມ້ ຈະຖືກທຳລາຍ ຢ່າງມະຫາສານ ແລະ ໂຄງການ ປູກຕົ້ນໄມ້ ເສຖກິດ ດັ່ງຢາງພາລາ ໃນ ທົ່ວປະເທດ.
ນອກຈາກນັ້ນ ກໍແມ່ນການ ໃຫ້ໂຄຕາ ການຕັດໄມ້ ເພື່ອການພັທນາ ໃນແຕ່ລະແຂວງ ທີ່ບໍ່ມີ ການປູກຕົ້ນໄມ້ ທົດແທນ ດ່ັງການ ສ້າງຖນົນ ຫົນທາງ ຫລາຍລາຍ ກໍຕັດເກີນໂຄຕາ ທີ່ ກຳນົດໃຫ້. ການປູກປ່າ ທົດແທນ ບໍ່ໄດ້ຜົລ ຍ້ອນຫລາຍສາເຫດ ທີ່ໄດ້ກ່າວມາ ຂ້າງເທີງນີ້.
ນັກວິຊາການທ່ານນັ້ນ ກ່າວເພີ້ມວ່າ ການປູກປ່າ ຫລື ປູກຕົ້ນໄມ້ ທົດແທນ ໃນລາວ ຖ້າຢາກໃຫ້ໄດ້ຜົລ ທາງການລາວ ຄວນໃຫ້ ບໍຮິສັດ ຕ່າງຊາດ ປູກແລ້ວ ແບ່ງຜົລປະໂຍດ ຣະຫວ່າງກັນ ດັ່ງທີ່ຫລາຍ ປະເທດ ຂະເຈົ້າ ກະທຳກັນ.
ຊັພຍາກອນ ປ່າໄມ້ ສ້າງລາຍຮັບ ໃຫ້ ຍອດຜົລຜລິດ ຮ່ວມຫລື GDP ຂອງປະເທດ ຣະຫວ່າງ 3-4% ແຕ່ລະປີ ການທຳລາຍປ່າ ນອກຈາກ ການທຳລາຍ ທັມມະຊາດ ແລະ ສີ່ງແວດລ້ອມແລ້ວ ຍັງເປັນການ ທຳລາຍ ລາຍໄດ້ ຂອງຊາວນາ ນຳອີກ.