ຂ.ຫຼວງນ້ຳທາພາດເປົ້າຟື້ນຟູ ປ່າ

ສິດນີ
2016.05.15
F-Luangnamtha ແຂວງຫຼວງນໍ້າທາ
Citizen journalist

ເຈົ້າຫນ້າທີ່ ປ່າໄມ້ ຢູ່ແຂວງ ຫຼວງນ້ຳທາ ເວົ້າວ່າ ການຟື້ນຟູ ປ່າຜລິດ ຍັງບໍ່ໄດ້ຜົລ ຕາມທີ່ ທາງການລາວ ຄາດໄວ້ ຍ້ອນຂາດ  ງົປມານ ແລະ ບຸຄລາກອນ ແລະ ໂຄງການ ໃຫຍ່ໆ ເຂົ້າມາ ສນັບສນູນ, ຕອນນີ້ ຍັງຢູ່ ໃນຂັ້ນຕອນ ເລີ້ມຕົ້ນ ເທົ່ານັ້ນ. ດັ່ງ ທ່ານກ່າວຕໍ່ ເອເຊັຽເສຣີ ໃນຕອນນຶ່ງວ່າ:

"ປີນີ້ 1200 ຣັຖບານ ຕັ້ງເປົ້າໃວ້ ພວກເຮົາເຮັດ ຍັງບໍ່ໄດ້ ເພາະມັນ ຂາດທຶນ ຕອນນີ້ ພວກເຮົາ ຍັງເຮັດ ບໍ່ປະສົບ ຜົລສຳເຣັດ ເທື່ອ ເພາະວ່າ ພວກເຮົາຍັງ ມີຫຼາຍແນວ ຄືນຶ່ງ ພວກເຮົາຍັງ ຈັດສັນບ່ອນ ທີ່ ຈະປູກນັ້ນ ຍັງບໍ່ທັນແລ້ວ ເທື່ອ".

ທ່ານກ່າວ ຕື່ມວ່າ ໃນຣະຍະ 3 ປີ ຜ່ານມາ ທາງການ ມີພຽງແຕ່ ຮິບໂຮມ ຂໍ້ມູນ ຈາກ ການສຳຣວດ ເພື່ອຕຽມການ ປູກ ເທົ່ານັ້ນ ແຕ່ຍັງບໍ່ທັນ ມີການປູກ ເທື່ອ. ບາງເຂດ ກໍປູກຍາກ ແລະໄມ້ ບາງຊນີດ ກໍປູກບໍ່ໄດ້ ທ່ານກ່າວ ເພີ້ມວ່າ:

"ພວກເຮົາກໍຢາກມີແນວ ທີ່ ສົ່ງເສີມໃຫ້ ປະຊາຊົນ ໃນຂອບເຂດນັ້ນ ມີສ່ວນຮ່ວມ ໃນການ ປູກໄມ້ ການສົ່ງເສີມ ປະຊາຊົນ ເຣື້ອງ ການປູກ ແລະ ຟື້ນຟູ ນີ້ລະ ທັງຊິເປັນໄມ້ ເປັນເຄື່ອງປ່າ ຂອງດົງ ກໍຢາກໄດ້ ໂຄງການ ໃຫຍ່ໆເຂົ້າມາ ຊ່ອຍເຫລືອ ບາງເທື່ອ ເຂົາອາດຊິເປັນ ຣະບົບດີ".

ການຟຶ້ນຟູປ່າຜລິດ ໃນລາວ ໃນແຕ່ລະແຂວງ ສ່ວນຫຼາຍ ບໍ່ສຳເຣັດ ຕາມເປົ້າໝາຍ ເນື່ອງຈາກ ຂາດທຸກຢ່າງ ດັ່ງທີ່ກ່າວມາ ຂ້າງເທິງນັ້ນ ປ່າຜລິດ ປ່າສງວນ ແລະ ປ່າ ປົກປ້ອງ ໃນລາວ ຖືກກຸ່ມ ລັກຕັດໄມ້ ເຂົ້າມາຕັດ ດ້ວຍການ ສົມຮູ້ຮ່ວມຄິດ ກັບ ເຈົ້າຫນ້າທີ່ ທ້ອງຖິ່ນ ຜູ້ທີ່ມີ ເສັ໊ນສາຍ ກັບຜູ້ມີ ອຳນາດ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.