ໂຄງການປັບປຸງເສັ້ນທາງ 13 ໃຕ້ ເລີ່ມແລ້ວ
2021.03.12

ທາງການລາວ ເລີ່ມດໍາເນີນໂຄງການປັບປຸງ ແລະສ້ອມແປງທາງຫຼວງເລກທີ 13 ໃຕ້ຕາມສັນຍາທີ 1 ຕັ້ງແຕ່ກິໂລແມັດທີ 71 ຫາ ກິໂລແມັດທີ 111 ໄລຍະທາງ 40 ກິໂລແມັດ ໃນເຂດແຂວງບໍລິຄໍາໄຊ ຫລັງຈາກກົມຂົວທາງ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ເຊັນສັນຍາ ກັບຜູ້ຮັບເໝົາ ບໍຣິສັດຮ່ວມຮຸ້ນ Thang Long Joint Stock Corporation ແລະບໍຣິສັດ ສຸພາພອນ ກໍ່ສ້າງ ສໍາຣວດ-ອອກແບບ ແລະຂົວທາງຈໍາກັດຜູ້ດຽວ ເມື່ອວັນທີ 11 ມິນາ 2021 ນີ້, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງ ແຂວງບໍລິຄໍາໄຊ ຕໍ່ RFA ໃນມື້ວັນທີ 12 ມິນາ ນີ້. ທ່ານກ່າວຕອນນຶ່ງວ່າ:
“ຂະເຈົ້າກະເລີ່ມແລ້ວກໍ໋ ເລີ່ມພິທີເຊັນສັນຍາແລ້ວ ເລີ່ມລົງມືຈັດຕັ້ງປະຕິບັດແລ້ວ ເພິ່ນເຊັນສັນຍາມື້ວານນີ້ ໂຕຣາຍລະອຽດແທ້ ຂ້ອຍຍັງບໍ່ມີຂໍ້ມູນຣາຍລະອຽດ ແທ້ນະ ເພາະວ່າມັນ ເປັນແຜນຄຸ້ມຄອງ ຂຶ້ນກັບກະຊວງໂດຍກົງ.”
ກ່ຽວກັບເຣື່ອງນີ້ RFA ໄດ້ຕິດຕໍ່ໄປຫາກົມຂົວທາງ ກະຊວງໂຍທາທິການ ແລະຂົນສົ່ງ ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ກ່ຽວກັບໂຄງການ ດັ່ງກ່າວ ແຕ່ເຈົ້າໜ້າທີ່ຜູ້ຮັບຜິດຊອບ ຍັງບໍ່ສະດວກ ທີ່ຈະໃຫ້ສັມພາດ.
ຢ່າງໃດກໍຕາມ ອີງຕາມຂໍ້ມູນຂອງກະຊວງໂຍທາທິການ ແລະຂົນສົ່ງ, ໂຄງການປັບປຸງ ແລະສ້ອມແປງເສັ້ນທາງ ເລກທີ 13 ໃຕ້ ໃນຊ່ວງສັນຍາ ທີ 1 ນີ້ ແມ່ນໃຊ້ທຶນກູ້ຢືມ ຈາກ ທະນາຄານໂລກ ປະມານ 14 ລ້ານໂດລາ ສະຫະຣັຖ, ຈະໃຊ້ເວລາປັບປຸງ ສ້ອມແປງ 2 ປີ ໂດຍຈະຍົກຣະດັບ ຈຸດທີ່ນໍ້າຖ້ວມ ແລະຂຍາຍໜ້າທາງປູຢາງ ຈາກ 9 ແມັດ ເປັນ 12 ແມັດ.
ຜູ້ໃຊ້ຣົດທ່ານນຶ່ງ ທີ່ຮູ້ວ່າທາງການ ກໍາລັງປະຕິບັດ ໂຄງການ ປັບປຸງທາງຫຼວງ 13 ໃຕ້ ກໍເວ້າວ່າ ຕົນຮູ້ສຶກດີໃຈ ເພາະເຫັນວ່າ ທາງສາຍນີ້ຄວນໄດ້ຮັບ ການປັບປຸງ-ສ້ອມແປງ ຕັ້ງແຕ່ດົນແລ້ວ ຍ້ອນທາງມີສະພາບເປ່ເພ ຢູ່ຫລາຍຈຸດ ເຮັດໃຫ້ການເດີນທາງໄປມາ ຫຼ້າຊ້າແລະສ່ຽງຕໍ່ການ ທີ່ຈະເກີດອຸບັດຕິເຫດ:
“ທາງມັນເປ່ເພຫຼາຍເດ໋ ເຈົ້າ ມັນມີຄື້ນ ມັນແລ່ນໄປແບບວ່າ ບາງເທື່ອເຮົາແລ່ນໄວ ແລ່ນນັ້ນໄປ ມັນປັດຂຶ້ນແລ້ວ ຣົດເສັຽຫລັກ ຫັ້ນນະ ເຈົ້າ. ຢາກໃຫ້ປັບປຸງແລ້ວກະໃສ່ໄຟອີກ ໜ້ອຍນຶ່ງ. ທາງໃຕ້ກະໄດ້ ເພາະວ່າມັນບາງບ້ານ ມັນກະບໍ່ມີໄຟເນາະ ສະຖານທີ່ປ່ຽວໆ ມັນກະຕ້ອງມີໜ້ອຍນຶ່ງ ແສງສວ່າງຫັ້ນນະ.”
ຊາວລາວອີກທ່ານນຶ່ງ ທີ່ໃຊ້ເສັ້ນທາງ 13 ໃຕ້ ເປັນປະຈໍາເວົ້າວ່າ ກ່ອນໜ້ານີ້ ຕົນກໍເຄີຍເຫັນອຸບັດຕິເຫດ ເກີດຂຶ້ນຕາມເສັ້ນທາງ ສາຍນີ້ ຊຶ່ງສາເຫດນຶ່ງ ກໍຍ້ອນທາງເປ່ເພ. ດັ່ງນັ້ນຈຶ່ງ ຮູ້ສຶກດີໃຈ ທີ່ມີໂຄງການປັບປຸງ ແລະສ້ອມແປງທາງສາຍນີ້ ແລະຫວັງວ່າ ຈະສ້າງຄວາມປອດພັຍ ໃຫ້ແກ່ຜູ້ຂັບຂີ່ຍວດຍານພາຫະນະ ຫຼາຍຂຶ້ນ:
“ໂອ໋ ກະບໍ່ປານໃດ ສ່ວນໜ້ອຍ ແຕ່ວ່າກະດົນໆກະເຈີະເທື່ອນຶ່ງ ແຕ່ວ່າກະປອດພັຍ ກະໂອເຄ ກະຄ່ອຍໄປຄ່ອຍມາ ຣະມັດຣະວັງ ຫັ້ນແຫຼະ ປັບປຸງກະແລ່ນໄປຕາມສະບາຍ ຫັ້ນແຫຼະ ໄປມັນກະບໍ່ 100% ປະມານ 80-90% ນີ້ແຫຼະ ເຈົ້າ.”
ສໍາລັບຜູ້ໃຊ້ຣົດໄປມາຕາມເສັ້ນທາງ ເລກທີ 13 ເໜືອ ກໍເວົ້າວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ຂອງທາງການ ປັບປຸງເສັ້ນທາງ ໂດຍສະເພາະຕັ້ງແຕ່ ນະຄອນຫຼວງວຽງຈັນ ໄປຫາ ເມືອງວັງວຽງ ແຂວງວຽງຈັນ ທີ່ຈໍາເປັນຕ້ອງ ໄດ້ຮັບການແກ້ໄຂ ຢ່າງຮີບດ່ວນ ຢ້ອນເສັ້ນທາງ ມີສະພາບເປ່ເພຫຼາຍ ທັງເປັນຂຸມ ແລະ ມີຂີ້ຕົມ ໃນຣະດູຝົນ, ດັ່ງທີ່ທ່ານກ່າວວ່າ:
“ທາງເສັ້ນ 13 ເໜືອ ຫັ້ນເພຫຼາຍ ແຕ່ວ່າຮອດທາງດ່ວນແລ້ວ ມັນກະງ່າຍ ກະຢາກໃຫ້ມີການປັບປຸງຫັ້ນແຫຼະ ໄປແລ່ນຣົດຕູ້ໄປນີ້ມັນ ຫຍູ້ງຍາກຫຼາຍ ຫຍູ້ງຍາກນະ ທາງເພຫຼາຍ.”
ຜູ້ປະກອບການຣົດຕູ້ ນໍາທ່ຽວ ທ່ານນຶ່ງກໍເວົ້າຄືກັນວ່າ ການເດີນທາງຕາມເສັ້ນທາງ ເລກທີ 13 ນີ້ ມີຄວາມຫຍູ້ງຍາກແທ້ເນື່ອງຈາກ ຫຼາຍຈຸດເປັນຂຸມ, ຖ້າເປັນໄປໄດ້ ກໍຢາກໃຫ້ ທາງການ ໃຊ້ງົບປະມານສ້ອມແປງ ເພື່ອຄວາມສະດວກ ແລະຄວາມປອດພັຍ, ທ່ານກ່າວຕໍ່ RFA ໃນມື້ວັນທີ 12 ມິນາ ນີ້ວ່າ:
“ສະພາບ ຖືວ່າເສັຽຫາຍຢັບເຢີນເລີຍແຫຼະ ເຈົ້າ ຣົດນ້ອບຣົດຫຍັງເດີນທາງລໍາບາກເລີຍ ທາງຢາງລະມັນແຕກນໍ໋ ແລ້ວເປັນຂຸມ ບໍ່ໄດ້ຮັບການສ້ອມແຊມ ແລ້ວມັນທຽວຍາກ ເຈົ້າ. ຖ້າເປັນໄປໄດ້ນີ້ ຄວນປັບປຸງແຫຼະເຈົ້າ ມັນຈັ່ງແນ່ນອນແຫຼະ ເຣື່ອງຄວນປັບປຸງ ເຈົ້າ.”
ສໍາລັບໂຄງການປັບປຸງ ແລະ ສ້ອມແປງທາງຫຼວງ ເລກທີ 13 ຕັ້ງແຕ່ກິໂລແມັດ ທີ 71 ແຂວງບໍລິຄໍາໄຊ ໄປຫາ ກິໂລແມັດ ທີ 346 ແຂວງຄໍາມ່ວນ ມີຄວາມຍາວທັງໝົດ 275 ກິໂລແມັດ ນັ້ນແບ່ງອອກເປັນ 4 ຊ່ວງ ສັນຍາ ໂດຍໄດ້ຮັບການສນັບສນູນ ເງິນກູ້ດອກເບັ້ຽຕໍ່າ ຈາກ 3 ສະຖາບັນການເງິນ ຄື; ທະນາຄານໂລກ, ທະນາຄານລົງທຶນຢູໂຣບ ແລະ ທະນາຄານການລົງທຶນ ໂຄງຮ່າງພື້ນຖານເອເຊັຍ ຮວມທັງງົບປະມານ ຈາກກອງທຶນທາງຂອງລາວ ຮວມທັງໝົດປະມານ 157 ລ້ານໂດລາ ສະຫະຣັຖ, ມີເປົ້າໝາຍຍົກຣະດັບ ເສັ້ນທາງດັ່ງກ່າວ ໃຫ້ສາມາດປ້ອງກັນບັນຫາ ນໍ້າຖ້ວມເສັ້ນທາງ ແລະ ຂຍາຍໜ້າທາງໃຫ້ກວ້າງ ອອກຕື່ມ, ອີງຕາມຂໍ້ມູນຂອງກະຊວງໂຍທາທິການ ແລະຂົນສົ່ງຂອງລາວ.