ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຈຳນວນ 1,122 ຄົນຢູ່ເມືອງສນາມໄຊ ແຂວງອັດຕະປື ທີ່ໄປອາສັຍຢູ່ເຂດບ້ານຕ່າງໆ ໃນຣະຍະນໍ້າຖ້ວມທຳອິດນັ້ນ ໄດ້ມາຣາຍງານໂຕ ກັບທາງການເມືອງສນາມໄຊ ຄົບໝົດແລ້ວ ແຕ່ຜູ້ທີ່ ຫາຍສາບສູນ 96 ຄົນ ຍັງຊອກຫາບໍ່ເຫັນເທື່ອ. ຕາມຄຳເວົ້າຂອງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງສນາມໄຊ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 27 ສິງຫາ ນີ້:
“ຄືວ່າບໍ່ມີແລ້ວໄດ໋ ຂະເຈົ້າມາໝົດແລ້ວໄດ໋ ເຈົ້າເພາະວ່າ ໝົດຄວາມສາມາດແລ້ວເນາະ ໃນການ... ແລ້ວກໍ່ຖືວ່າເພິ່ນກໍສິເລີ້ມຢຸດຫັ້ນແຫຼະ ແມ່ນແຫຼະຕາມແຜນເພີ່ນ ໂຈະການຄົ້ນຫາ ແລ້ວເພີ່ນສິຫັນເອົາກຳລັງທະຫານ ມາເຮັດເຮືອນພັກຊົ່ວຄາວ ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ໃນຣະຍະ 2 ສັປດາມານີ້ ມີປະຊາຊົນທີ່ໄປພັກເຊົາຢູ່ເຂດບ້ານອື່ນ ແຂວງອື່ນ ມາຣາຍງານໂຕແລ້ວ. ພວກເຂົາເຈົ້າໄປ ພັກເຊົາຢູ່ ເຮືອນຍາດພີ່ນ້ອງ ຢູ່ບ້ານປາຍນໍ້າເຊກອງ ແລະເຂດເມືອງປາກຊ່ອງ ແຂວງຈຳປາສັກ.
ສ່ວນການຊອກຫາຜູ້ຫາຍສາບສູນ 96 ຄົນນັ້ນ ຍັງຊອກບໍ່ເຫັນເທື່ອ ທີມກູ້ພັຍຂອງລາວ ແລະຕ່າງປະເທດ ໄດ້ໂຈະການຊອກຫາ ຜູ້ຫາຍສາບສູນ ມາແຕ່ວັນທີ 15 ສິງຫາ ແລ້ວ ເນື່ອງຈາກເຂດທີ່ຖືກຜົນກະທົບນັ້ນ ມີນໍ້າຖ້ວມສູງ ແລະມີຂີ້ຕົມຫຼາຍ ໂດຍສະເພາະ ໃນເຂດບ້ານທ່າຫີນ, ບ້ານໃໝ່ ແລະບ້ານຫີນລາດ ຍັງມີນໍ້າຖ້ວມສູງປະມານ 1 ແມັດຢູ່.
ມາຮອດປັດຈຸບັນ ຄນະເຈົ້າໜ້າທີ່ ຮັບຜິດຊອບແກ້ໄຂສະພາບສຸກເສີນ ແຂວງອັດຕະປືຣາຍງານວ່າ ທາງການລາວ ອາຈສັ່ງໃຫ້ທີມກູ້ພັຍ ຢຸດຊອກຫາ ຜູ້ຫາຍສາບສູນນັ້ນ ເພື່ອຈະນຳກຳລັງທະຫານ ມາສ້າງເຮືອນພັກຊົ່ວຄາວ ໃນອີກ 4 ຈຸດ ໃຫ້ທັນໃນທ້າຍປີນີ້ ແລະຟື້ນຟູ ເມືອງສນາມໄຊ ໃຫ້ກັບຄືນມາສູ່ສະພາບເກົ່າໂດຍໄວ.
ແຕ່ເຖິງຢ່າງໃດກໍຕາມ ທາງຄອບຄົວຂອງຜູ້ຫາຍສາບສູນ ໂດຍສະເພາະບ້ານຫີນລາດ ກໍຍັງຊອກຄົ້ນຫາ ຜູ້ຫາຍສາບສູນ 17 ຄົນນັ້ນຢູ່ ແລະຍັງລໍຖ້າໃຫ້ທາງການລາວ ເຂົ້າໄປຊອກຫາຕໍ່ໄປ ແລະຢາກໃຫ້ຊ່ອຍຊອກຫາ ຜູ້ຫາຍສາບສູນຢ່າງສຸດ ຄວາມສາມາດ.