ພື້ນທີ່ປູກຝັງເຊື່ອມຄຸນ ຈາກການ ປູກມັນຕົ້ນ

ອຸ່ນແກ້ວ ສຸກສະຫວັນ
2019.02.20
f-cassava ມັນຕົ້ນ ທີ່ປູກຢູ່ພາກໃຕ້ ຂອງລາວ
ຮູບພາບຈາກ: ນັກຂ່າວພົລເມືອງ

ເນື້ອທີ່ປູກຝັງ ຢູ່ເມືອງເລົ່າງາມ ແຂວງສາຣະວັນ ປະມານ 9 ພັນເຮັກຕາ, ເລີ່ມເຊື່ອມຄຸນນະພາບ ຫຼັງຈາກປະຊາຊົນປູກມັນຕົ້ນມາເປັນ ເວລາຫລາຍປີ.

ເນື້ອທີ່ຫຼາຍແຫ່ງບໍ່ສາມາດໃຊ້ປູກພືດຊນິດອື່ນໄດ້, ດັ່ງເຈົ້າຫນ້າທີ່ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງສາຣະວັນ ໄດ້ກ່າວ ໃນວັນທີ 19 ກຸມພາ ວ່າ:

"ດຽວນີ້ກໍປະມານ 80% ແຫຼະ, ດິນຄວາມສົມບູນໃຫມ່ໆ, ໃສ່ຫຍັງຕອນໃຫມ່ນີ້, ກໍຫົວໃຫຍ່ແຫຼະເນາະ, ມາດຽວນີ້ມັນກໍຫົວນ້ອຍລົງ, ວິຊາການຢູ່ເມືອງ ກໍລົງຣະດົມ ສົ່ງເສີມຫັ້ນແຫລະ ກໍໃຫ້ປູກ ພືດຫມູນວຽນ ໄປນຳຫັ້ນແຫລະ."

ທ່ານກ່າວຕື່ມວ່າ ຊາວກະສິກອນເມືອງເລົ່າງາມ, ປູກມັນຕົ້ນຂາຍແຕ່ປີ 2004 ແລະເຂົາເຈົ້າເຫັນວ່າ ຣາຄາດີ, ກິໂລລະ 500-600 ກີບ, ໂດຍມີພໍ່ຄ້າຈາກໄທ, ຈີນ, ແລະວຽດນາມ ເຂົ້າມາສັ່ງຊື້ ເປັນປະຈຳ, ສະນັ້ນຊາວກະສິກອນສ່ວນຫລາຍ ຈຶ່ງພາກັນປູກມັນຕົ້ນ.

ເປັນເວລາ 2 ປີຜ່ານມາ, ທາງການແຂວງ ໄດ້ສົ່ງເສີມຊາວກະສິກອນ ປູກພືດຫມູນວຽນຊນິດອື່ນທົດແທນ ແຕ່ເຂົາເຈົ້າກໍຍັງປູກມັນຕົ້ນ ຕາມເຄີຍ ເພາະມີຕລາດແລະໄດ້ຣາຄາດີ. ດັ່ງເຈົ້າຫນ້າທີ່ ທ້ອງຖິ່ນອີກທ່ານນື່ງເວົ້າວ່າ:

"ຕລາດມັນດີກໍປູກເນາະ, ພືດອື່ນມັນຣາຄາລົງ, ມັນຕົ້ນມັນຣາຄາດີ, ເວົ້າເຣື້ອງປະຊາຊົນນີ້, ຖ້າວ່າມີຕລາດມີຣາຄາແລ້ວ, ເຂົາກໍແລ່ນນຳ ແລ່ນນຳເລີຍ, ແຕ່ອັນນີ້ມັນຂ້ອນຂ້າງດີຫລາຍ, ແຕ່ຊ່ວງນີ້ກໍຢາກຫລຸດແລ້ວ."

ຢ່າງໃດກໍຕາມ, ການຂາຍມັນຕົ້ນຈະສ້າງລາຍໄດ້ໃຫ້ແກ່ຊາວກະສິກອນ ຢູ່ເມືອງເລົ່າງາມ, ຫລາຍກ່ວາ 200 ຕື້ກີບຕໍ່ປີ ແລະມີການສົ່ງອອກ ປະມານ 2 ແສນໂຕນ, ແຕ່ ການຟື້ນຟູດິນໃຫ້ສົມບູນ ຄືເກົ່າ ຕ້ອງການງົບປະມານຫລາຍ ແລະ ໃຊ້ເວລາຫລາຍປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.