ເສັ້ນທາງ 450 ປີ ເປ່ເພ ຕ້ອງການ ບູຣະນະ

ຈໍາປາທອງ
2018.01.26
F-450 ນີ້ເປັນຈຸດນຶ່ງຂອງຖນົນ 450 ປີ ທີ່ເປ່ເພ
RFA

ປັດຈຸບັນເສັ້ນທາງ 450 ປີ ຕອນແຕ່ຂົວມິຕພາບ ລາວ-ໄທ ຫາສະຖານີຣົດໂດຍສານໃຕ້ ຢູ່ນະຄອນຫລວງວຽງຈັນ ເປ່ເພ, ມີຂຸມກວ້າງຫຼາຍ ບ່ອນ ຍ້ອນສ້າງບໍ່ດີ ແລະມີຣົດບັນທຸກໜັກ ແລ່ນຫລາຍຢູ່ຕລອດ, ດັ່ງເຈົ້າໜ້າທີ່ ຜແນກສ້ອມແປງກົມຂົວທາງ ໄດ້ກ່າວເຖິງການສ້ອມແປງ ທາງນັ້ນ ໃນມື້ວັນທີ 26 ມົກກະຣາ ນີ້ວ່າ:

“ເອົາດິນອັດກ່ອນ ເບິ່ງກ່ອນຈັ່ງມາຂຶ້ນແຜນໃຫມ່ ມີແນວທາງໄປແຕ່ເງິນບໍ່ມີ ກໍ່ຄືເກົ່າຫຼັງຈາກນັ້ນແກ້ 5 ແກ້ 10 ຢູ່ສູ່ມື້ມັນກໍ່ບໍ່ມີແຕ່ບ່ອນດຽວ ເພຫຼາຍຢູ່ບ່ອນດຽວ ເງິນເຮົາມີໜ້ອຍ ແບ່ງຊ້າຍແບ່ງຂວາ ໄປສັ່ນສະ ກໍ່ຄ່ອຍໆແກ້ໄປ.”

ນອກຈາກເສັ້ນທາງຕອນດັ່ງກ່າວແລ້ວ, ເສັ້ນທາງເຊື່ຶອມຕໍ່ແຕ່ທາງ 450 ປີ ໄປຫາຫລັກ 21 ແລະໄປຫາສນາມກິລາຫລັກ 16 ບາງບ່ອນກໍ ເປ່ເພ ເຊັ່ນດຽວກັນ ດັ່ງທີ່ທ່ານກ່າວວ່າ:

“ຫຼັກ 16 ສະໝາມກິລານີ້ມີຈຸດນຶ່ງ ໜ່ອຍນຶ່ງແບບເບຕົ້ງອິຫຍັງຂຸອອກ ກະມີແປງມີສ້ອມແປງ ແຕ່ກີ້ພຸ້ນ ລະປີກາຍພຸ້ນລະ ທີ່ແລ້ວ.”

ເສັ້ນທາງດັ່ງກ່າວນັ້ນ ເປັນເສັ້ນທາງທີ່ຢູ່ໃນໂຄງການພັທນາ ເສັ້ນທາງວົງແຫວນ ຮອບນອກ ເພື່ອເຊື່ອມຕໍ່ຣະຫວ່າງຖນົນ ເລກທີ 13 ໃຕ້ ແລະຖນົນເລກທີ 11 ຢູ່ເຂດເມືອງຫາດຊາຍຟອງ ຊຶ່ງເປັນເສັ້ນທາງຜ່ານເຂດ ອຸດສາຫະກັມໂນນທອງ ແລະເຂດ ອຸດສາຫະກັມໄຊເສດຖາ ແລະເປັນເສັ້ນທາງ ທີ່ມີການຂົນຫິນ ຂົນຊາຍ ຈາກເມືອງຫາດຊາຍຟອງ ເຂົ້າໄປຮັບໃຊ້ໂຄງການ ກໍ່ສ້າງຕ່າງໆ ໃນນະຄອນຫລວງວຽງຈັນ.

ເສັ້ນທາງສາຍນີ້ ເປັນທາງເບຕົງເສີມເຫລັກ, ຍາວ 19 ກິໂລແມັດປາຍ, ກວ້າງ 18 ແມັດ, ເປັນທາງ 4 ຊ່ອງຣົດແລ່ນ, ມູນຄ່າການກໍ່ສ້າງ ປະມານ 80 ລ້ານໂດລາ ສະຫະຣັຖ, ບໍຣິສັດ ສະຫະກໍ່ສ້າງຄົບວົງຈອນຈໍາກັດ ເປັນຜູ້ກໍ່ສ້າງເມື່ອປີ 2012.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.