ຖນົນເປ່ເພໃນຫຼາຍແຂວງ ຢູ່ລາວ
2017.08.11
ປະຊາຊົນຢູ່ແຂວງພາກໃຕ້ ແລະພາກເໜືອ ບໍ່ສາມາດເດີນທາງ ເຂົ້າໄປຕົວເມືອງໄດ້ ຍ້ອນວ່າ ຖະໜົນຫົນທາງເປ່ເພ ຫລັງຈາກ ຝົນຕົກໜັກ ໃນຊ້ວງ ໄລຍະນີ້ ໃນຂນະທີ່ ທາງການບອກວ່າ ຈະເຂົ້າມາສ້ອມແປງ ໃຫ້ແຕ່ກໍຍັງ ບໍ່ທັນມີການລົງມື ຈົນມາເຖີງ ປັດຈຸບັນ. ດັ່ງເຈົ້າໜ້າທີ່ ເມືອງຊຽງເງິນ ທ່ານນຶ່ງ ກ່າວວ່າ:
"ຍາມນີ້ແຫລະຝົນຕົກ ຄືວ່າ ບ້ານອັນເຈີນຈະຫລວງ ບ້ານພູຂົ້ວ ຄັນຝົນຕົກແລ້ວໂອ້ ໄປມາຍາກອີ່ຫລີ ກໍເປັນຂີ້ຕົມ ເປັນບວກອີ່ຫຍັງຊິ ຣົດ ໃຫຍ່ໄປບໍ່ໄດ້ ລົດຈັກກໍຍັງຍາກ ໄດ້ຍ່າງເອົາ ກະເປັນແນວນີ້ມາ ແຕ່ກີ້ພຸ້ນ ເພາະວ່າ ກໍໄດ້ຍິນວ່າ ເພິ່ນຊິສຳຣວດ ຊິແປງທາງ ຊິເອົາທາງ ເອົາຫຍັງໄປ ແຕ່ວ່າ ກະດົນແລ້ວເດ້ ກໍໄດ້ຍິນ ກໍເຫັນຍັງຄືເກົ່າ".
ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ປະຊາຊົນ ບ້ານປາງດູ ບ້ານນາຄາມ ແລະ ບ້ານຫ້ວຍນ້ຳຄາມ ກໍລໍຖ້າເຈົ້າໜ້າທີ່ ກ່ຽວຂ້ອງ ລົງມາຊ່ວຍ ສ້ອມແປງ ເສັ້ນທາງ ແຕ່ດົນແລ້ວ:
"ຊ້ວງໄລຍະນີ້ ອັນທາງໃຫຍ່ ເຂົ້າໄປຫາບ້ານ ມັນມີປະມານ 10 ກິໂລແມັດ ກວ່ານີ້ແຫລະ ມັນເສັ້ນທາງ ດິນແດງ ເຂົາມາທະລຸ ໃຫ້ໄດ້ 3 ປີແລ້ວ ເຂົາເອົາແຫ່ ເອົາຫຍັງມາປູ ໄປດຽວນີ້ຝົນຕົກ ມັນກໍເປັນເຂດ ພູດອຍ ປາດນີ້ຝົນຕົກລົມແຮງ ມັນນ້ຳປ່ານີ້ ໄຫລເຊາະລົງ ມັນເປັນ ຮ່ອງ ເປັນຂຸມ ແລ້ວທີ່ນີ້ ກໍຍາມການເຈັບ ກໍຈະເອົາໄປໂຮງໝໍ ໄປສຸຂສາລາ ນີ້ກໍໄປບໍ່ໄດ້ ມັນເສັ້ນທາງ ມັນຫຍຸ້ງຍາກຫຼາຍ ແຈ້ງໃຫ້ເຂົາ ກໍມາສຳຣວດກວດກາເບິ່ງເຂົາກໍມາເທື່ອດຽວຫັ້ນແຫລະ ເທື່ອດຽວແລ້ວ ບາດນີ້ ບໍ່ມາເບິ່ງຈັກເທື່ອ ເລີຍ".
ນອກຈາກນີ້ປະຊາຊົນຢູ່ບ້ານໜາມໄຊ ແລະບ້ານໂນນແດງ ເມືອງມະຫາໄຊ ແຂວງຄຳມ່ວນ ກໍເວົ້າວ່າ ເຂົາເຈົ້າກໍປະສົບບັນຫາໃນເລື້ອງນີ້ ເຊັ່ນດຽວກັນ ແລະ ກໍເປັນບັນຫາ ທີ່ຍັງບໍ່ທັນໄດ້ ຮັບການແກ້ໄຂ ແລະ ກໍຍັງມີອີກຫຼາຍບ້ານ ຢູ່ເມືອງອາດສະພອນ ແຂວງສວັນນະເຂດ ກໍໄດ້ຮັບ ຜົນກະທົບ ຈາກເສັ້ນທາງເຊັ່ນດຽວກັນ.