ລາວ ໄດ້ທຶນປົກປ້ອງ ປ່າ

ໄຊຍາ
2018.03.06
F-Forest-Fund ຄນະເຈົ້າໜ້າທີ່ທາງການລາວ ຮັບມອບທຶນ ຈາກກອງທຶນ ປົກປັກຮັກສາ ສີ່ງແວດລ້ອມ
ຮູປພາບອຸປຖັມໂດຍ: ນັກຂ່າວ EPF

ກອງທຶນປົກປັກຮັກສາສິ່ງແວດລ້ອມ ວາງແຜນຂຶ້ນງົບປະມານ ກວ່າ 188 ຕື້ກີບ ຫລື 22 ລ້ານໂດລາສະຫະລັດ  ເພື່ອ ການປົກປັກຮັກສາ ສິ່ງແວດລ້ອມ ໃນ 7 ແຂວງຂອງລາວ. ກອງທຶນແນໃສ່ ບັນດາແຂວງທີຍັງມີແຫຼ່ງ ທັມມະຊາດທີ່ສົມບູນ ແລະເປັນທີ່ຢູ່ ອາສັຍຂອງສັດປ່າ ເຊັ່ນ ແຂວງຫົວພັນ , ຫຼວງພຣະບາງ , ຄຳມວ່ນ , ຫຼວງນໍ້າທາ , ສວັນນະເຂດ , ຊຽງຂວາງ ແລະ ບໍ່ແກ້ວ.

ສ່ວນການຈັດຕັ້ງປະຕິບັດໂຄງການ ຈະເລີ້ມຕັ້ງແຕ່ປີ 2018 ນີ້ ຈົນເຖິງປີ 2023, ເພື່ອສຸມໃສ່ການປົກປ້ອງພື້ນທີ່ ແລະຍົກລະດັບມາຕການ ການປ້ອງກັນ ແຫຼ່ງແມ່ນໍ້າທີ່ສຳຄັນ ແລະ ປ້ອງກັນປ່າໄມ້ ໃນ 7 ແຂວງເປົ້າໝາຍ, ນັກວິຊາການ ຜູ້ປະສານງານ ໂຄງການໄດ້ໃຫ້ສຳພາດ ຕໍ່ ວິທຍຸເອເຊັຍເສຣີ ກຽ່ວກັບການໃຊ້ງົບປະມານ ຂອງໂຄງການນີ້ວ່າ:

"ພວກເຮົາຈະໃຫ້ແຕ່ລະໂຄງການເຂົາເຈົ້າວາງ Indicator ໄວ້ເນາະ ບັນລຸລະກາແຜນວຽກຕ່າງໆ ວ່າໃຫ້ບັນລຸແນວໃດ ໃຊ້ຈ່າຍ ງົບປະມານ ແນວໃດ ແຕ່ວ່າເລື່ອງແຜນປີຕ່າງໆ ຂອງງົບປະມານ ກໍ່ຕ້ອງໄດ້ຂໍອະນຸມັດ ເຫັນດີຈາກເບື້ອງພວກເຮົານໍາ ແຕ່ສ່ວນເອົາເງິນຂອງທະນາຄານ ໂລກ ຕ້ອງໄດ້ໄປຜ່ານການເຫັນດີ ທະນາຄານໂລກ ຮ່ວມນຳ ເຮົາຈະມີ ຄູ່ມືການຈັດຕັ້ງ ປະຕິບັດໂຄງການ ຈະມີເວົ້າເລື່ອງ ຂໍ້ແນະນໍາວິຊາ ການທົ່ວໄປບໍ ການຈັດຕັ້ງ Project management ແລະບໍຣິຫານໂຄງການບໍ ການປະເມີນຜົນ ມີເລື່ອງບັນຊີການເງິນ ມີເລື່ອງນະໂຍບາຍ ກອບການເກີດຜົນກະທົບ ທາງດ້ານສັງຄົມ ແລະ ສີ່ງແວດລ້ອມ ເອກກະສານເລົ່ານີ້ ມັນຈະເປັນເຄື່ອງມື ເພື່ອເປັນແນວທາງ ໃນການຈັດຕັ້ງ ປະຕິບັດ ກິຈກັມ ສຳລັບໂຄງການ."

ໂຄງການຈະເອົາໃຈໃສ່ ປົກປັກຮັກສາປ່າໄມ້ ນໍ້າອິນ-ພູຫີນເຫຼັກໄຟ ແບບມີສ່ວນຮ່ວມ ຂອງຊຸມຊົນຢູ່ແຂວງຄຳມ່ວນ. ຄຸ້ມຄອງປ່າສງວນ ແຫ່ງຊາດ ພູສະບົດ-ປຸ່ງຈອງ ແຂວງຊຽງຂວາງ, ຄຸ້ມຄອງປ່າ ພູພືງ-ພູຜາທູນ ແລະ ຕາດກວາງຊີ ແຂວງ ຫຼວງພຣະບາງ,

ຄຸ້ມຄອງປ່າສງວນແຫ່ງຊາດ ນໍ້າຊໍາ ແຂວງຫົວພັນ, ປົກປັກຮັກສາ ອ່າງຮັບນໍ້າ ນໍ້າຫາດ ແຂວງບໍ່ແກ້ວ, ຈັດສັນການນໍາໃຊ້ ທີ່ດິນຂັ້ນບ້ານ ກຸ່ມບ້ານ ເມືອງປາກທາ ແຂວງບໍ່ແກ້ວ, ໂຄງການສຶກສາຄຸ້ມຄອງ ຊັພຍາກອນນໍ້າ ແບບປະສົມປະສານ ໃນເຂດອ່າງ ຮັບນໍ້າ ເຊທ່າມວກ ແຂວງສວັນນະເຂດ ແລະໂຄງການຈັດສັນທີ່ດິນ ຂັ້ນບ້ານ ເມືອງສິງ ແຂວງຫຼວງນໍ້າທາ.

ພິທີເຊັນສັນຍາມອບທຶນ ປົກປັກຮັກສິ່ງແວດລ້ອມ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນທ້າຍເດືອນ ກຸມພາ 2018 ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.