ແຕ່ພາກກາງຂຶ້ນເໜືອ ໃຫ້ຣະວັງ ພະຍຸນັງກາ
2020.10.14
ພະຍຸໝູນເຂດຮ້ອນ ນັງກາ (Nangka) ກຽມເຄື່ອນເຂົ້າ ປະເທດລາວ ໂດຍສະເພາະ ພາກກາງຫາພາກເໜືອ ໃນຣະຫວ່າງ ວັນທີ 14-16 ຕຸລາ 2020. ໂດຍກົມອຸຕຸນິຍົມ ແຈ້ງເຕືອນ ປະຊາຊົນ ວ່າ ມີຝົນຕົກໜັກ, ລົມແຮງອາຈເຮັດໃຫ້ ຕົ້ນໄມ້ຫັກ, ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະນໍ້າຖ້ວມອັ່ງ. ຕໍ່ສະພາບການດັ່ງກ່າວ ປະຊາຊົນແຂວງອຸດົມໄຊ ໄດ້ກຽມຮັບມື ພະຍຸ ໄດ້ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 14 ຕຸລາ 20 ວ່າ: ຢາກໃຫ້ທາງບ້ານແຈ້ງເຕືອນກ່ອນ ພະຍຸຈະເຄື່ອນເຂົ້າມາ.
“ຕຼຽມເພາະວ່າ ຄັນຫາກມື້ໃດຝົນຕົກ ຂະເຈົ້າກໍຈະຕຼຽມເກັບເຄື່ອງ ຂຶ້ນບ່ອນສູງຫັ້ນແຫຼະ. ບ້ານເຂົາເຈົ້າ ຢູ່ທາງລຸ່ມຫັ້ນນ່າ ຝົນມານີ້ຂະເຈົ້າ ແຈ້ງເຕືອນມາກ່ອນ, ເພາະວ່າ ມັນຈະເປັນແຈ້ງການ ມາໃຫ້ນາຍບ້ານອ່ານໃສ່ ໂທຣະໂຄ່ງບ້ານ ໃຫ້ປະຊາຊົນເຝົ້າຣະວັງ.”
ສ່ວນຊາວບ້ານ ທີ່ແຂວງບໍ່ແກ້ວ ໄດ້ກ່າວວ່າ ໄດ້ຍິນປະກາດ ແຈ້ງເຕືອນ ຈາກທາງການ ຕອນນີ້ ຕົນໄດ້ຍ້າຍ ເຄື່ອງບາງສ່ວນໄວ້ແລ້ວ ເພື່ອປ້ອງກັນນໍ້າຖ້ວມກະທັນຫັນ.
“ເມື່ອໄດ້ຮູ້ຂ່າວ ທາງບ້ານກໍໄດ້ປະກາດ ໂທຣະໂຄ່ງ ແຈ້ງໃຫ້ເຂົາເຈົ້າ ຕຼຽມເກັບສິ່ງຂອງ ຕອນກາງຄືນມັນມາ ຈະບໍ່ຮູ້ທັມມະຊາດຕອນໃດ ມັນກໍບໍ່ຮູ້ ມັນກໍກຽມໄວ້ກ່ອນ ກໍຈະໄດ້ຕຼຽມແນວນັ້ນແຫຼະ.”
ສ່ວນຊາວບ້ານ ແຂວງວຽງຈັນ ກ່າວວ່າ ເຖິິງແມ່ນວ່າ ບ້ານຂອງຕົນ ຈະບໍ່ຖືກນໍ້າຖ້ວມຫຼາຍ ແຕ່ກໍຕ້ອງມີການເຝົ້າຣະວັງຢູ່.
“ມັນກໍຂຶ້ນຢູ່ ກັບແຖວບ້ານເຂົາ ເຄີຍມີບໍ່ແລ້ວກໍບ້ານຢູ່ຕິດນໍ້າບໍ່ແບບນີ້ ແບບວ່າ ຖ້ານໍ້າມັນຂຶ້ນ ມັນມີຄວາມສ່ຽງ ໄກ້ຈະສ່ຽງອິິຫຍັງແບບນີ້ ຈະເບິ່ງປະຣິມານນໍ້າຝົນ ກໍເຝົ້າຣະວັງ ຄືບ້ານເອື້ອຍ ບໍ່ຄ່ອຍຖ້ວມດອກນໍ້ານະ. ເຂົາກໍຈະບໍ່ຣະວັງ ຈະມີໜ່ວຍກູ້ໄພ ແລະກໍຈະມີ ເອກະສານ ຂອງຣັຖບານເຕືອນ.”
ໃນຂນະທີ່ ເຈົ້າໜ້າທີ່ ກົມອຸຕຸນິຍົມວິທຍາ ແລະ ອຸທົກກະສາດ ໄດ້ຢືນຢັນວ່າ ໄດ້ມີການອອກປະກາດ ແຈ້ງເຕືອນ ເຣື່ອງພະຍຸ ນັງກາ ໃຫ້ ປະຊາຊົນ ໄດ້ຮັບຊາບ ເພື່ອກກຽມຮັບມື ກັບຜົລເສັຍຫາຍ ທີ່ອາຈເກີດຂຶ້ນ ຈາກຜົລກະທົບ ຂອງພະຍຸໝູນ ເຂດຮ້ອນນັງກາ.
“ພວກເຮົາໄດ້ແຈ້ງ ຢູ່ເຂດພາກເໜືອ ຈະມີຝົນຕົກລົງມາ ອັບເດດຫຼ້າສຸດນີ້ ກໍອາກາດເຢັນຢູ່ ທາງຈີນ ຈະແຜ່ລົງມາປົກຄຸມ ຢູ່ນໍາເນາະ. ຈະເຮັດໃຫ້ ພະຍຸບໍ່ສາມາດ ທະວີຄວາມຮຸນແຮງຂຶ້ນໄດ້ ບໍ່ເຖິງດອກເພາະວ່າ ທາງພາກເໜືອນີ້ ຣະດັບນໍ້າ ຕາມແມ່ນໍ້າສາຂາ ຢູ່ໃນຣະດັບ ຕໍ່າຫຼາຍເອົາເປັນຫ່ວງເຣື່ອງ ດິນເຈື່ອນກັບລົມແຮງ.”
ໃນຕອນທ້າຍ ກົມອຸຕຸຢໍ້າເຕືອນວ່າ ພາກກາງ ເຊັ່ນ: ແຂວງບໍຣິຄຳໄຊ, ຄຳມ່ວນ ແລະ ພາກເໜືອ ກໍມີຫຼວງພຣະບາງ, ຊຳເໜືອ ແລະ ຊຽງຂວາງ ອາຈປະເຊີນ ກັບພັຍທັມມະຊາດ ເຊັ່ນ: ດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຂັງ ເປັນຕົ້ນ.