ບ້ານຈັດສັນເຂື່ອນນໍ້າທາ 1 ບໍ່ມີນໍ້າໃຊ້

ໄຊຍາ
2019.12.02
F-Namtha1 ເຂດບ້ານຈັດສັນ ຂອງປະຊາຊົນ ທີ່ ຖືກໂຍກຍ້າຍອອກຈາກ ໂຄງການເຂື່ອນນໍ້າທາ 1
ຮູບພາບຈາກ : ນັກຂ່າວພົລເມືອງ

ປະຊາຊົນ ຢູ່ໃນເຂດບ້ານຈັດສັນ ເຂື່ອນນໍ້າທາ 1 ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ມາຊ່ອຍເຫຼືອນໍ້າກິນ ນໍ້າໃຊ້ ສາເຫດມາຈາກຫ້ວຍນໍ້າ ໃນເຂດບ້ານຈັດສັນ ບົກແຫ້ງຢ່າງໜັກ ເຊິ່ງເຮັດໃຫ້ເຄື່ອງຈັກ ຂອງທາງໂຄງການເຂື່ອນນໍ້າທາ 1 ບໍ່ສາມາດດູດນໍ້າ ຂຶ້ນມາໃຫ້ປະຊາຊົນ ໄດ້ໃຊ້ຄືດັ່ງຜ່ານມາ. ດັ່ງປະຊາຊົນຜູ້ໄດ້ຮັບ ຜົລກະທົບ ໄດ້ໃຫ້ສຳພາດຕໍ່ ນັກຂ່າວ RFA ໃນວັນທີ 29 ພຶສຈິກາ ນີ້ວ່າ:

"ໂອ້! ຢາກຂໍເຣື່ອງນໍ້າ ຢູ່ພີ້ກາບໍ່ມີຫຍັງ ພີີ້ບ້ານໃໝ່ນີ້ນ່າເຣື່ອງນໍ້ານີ້ແຫຼະ ນໍ້າຫ້ວຍນ້ອຍແຖວແຄມບ້ານ ແຄມເຮືອນນີ້ແຫຼະ ບໍ່ມີແລ້ວນໍ້າ ນໍ້າກິນນໍ້າໃຊ້ ບໍ່ມີນໍ້າໃຫຍ່ກໍໝົດແລ້ວ ສອງເດືອນສາມເດືອນ ໂອ້, ນໍ້າໃຊ້ບໍ່ມີແລ້ວ ນີ້ຈະໃຫ້ບໍຣິສັດແສງເພັດ ຊ່ອຍເຫຼືອ, ກໍດຽວນີ້ ໝົດກຳນົດເພິ່ນ ໂອໝົດແລ້ວໝົດແຕ່ປີກາຍພຸ້ນ ແລ້ວປີນີ້ບໍ່ມີແລ້ວ."

ທ່ານ ໄດ້ກ່າວຕື່ມວ່າ ປະຊາຊົນ 100 ປາຍຄອບຄົວ ຢູ່ບ້ານຕາເວັນ ບ້ານຫ້ວຍດາວ ແລະ ບ້ານຫາດເຕົ້າ ທີ່ໄດ້ໂຍກຍ້າຍມາຢູ່ເຂດຈັດສັນ ຂອງເຂື່ອນນໍ້າທາ 1 ນັ້ນບໍ່ມີນໍ້າໃຊ້ ມາຕັ້ງແຕ່ເດືອນສິງຫາ ຂອງປີນີິ້ ແລະ ຊາວບ້ານທີ່ໄດ້ຮັບຜົລກະທົບ ກໍໄດ້ ຮຽກຮ້ອງພາກສ່ວນກ່ຽວ ຂ້ອງລົງມາແກ້ໄຂ ຊ່ອຍເຫຼືອເມື່ອເດືອນກັນຍາ ທີ່ຜ່ານມາ ແຕ່ຍັງບໍ່ໄດ້ຮັບການແກ້ໄຂ ແຕ່ຢ່າງໃດ.

ໃນຂນະທີ່ ບໍຣິສັດ ແສງເພັດ ທີ່ຮັບຜິດຊອບວຽກງານກໍ່ສ້າງ ໂຄງຮ່າງພື້ນຖານ ໃນບ້ານຈັດສັນ ກໍບໍ່ສາມາດຊ່ອຍຫຍັງໄດ້ ຍ້ອນວ່າໝົດ ສັນຍາ ໃນໂຄງການແຕ່ປີກາຍ. ຕໍ່ກັບບັນຫາດັ່ງກ່າວ ຜແນກກະສິກັມ ແລະປ່າໄມ້ ແຂວງຫຼວງນໍ້າທາ ໄດ້ແນະນຳວ່າ ໃຫ້ປະຊາຊົນຂຽນ ໃບຄຳຮ້ອງສເນີບັນຫາ ໄປຍັງທາງເມືອງນາແລ.

"ກໍອັນນັ້ນກໍຕ້ອງໄປຕາມຂັ້ນຕອນເນາະ ເຮັດເອກກະສານ ສເນີບັນຫາເຖິງຂັ້ນເມືອງຫັ້ນ ໃຫ້ເມືອງເພິ່ນລົງມາເກັບກຳຂໍ້ມູນ ໃຫ້ເມືອງເພິ່ນ ໄດ້ແກ້ໄຂ ຖ້າເມືອງເພິ່ນແກ້ໄຂບໍ່ໄດ້ແລ້ວ ເພິ່ນກໍຈະມີຂະບວນການຕໍ່ໄປ ເມືອງຈະສເນີຂືຶ້ນມາຫາ ຂັ້ນຕອນແຂວງ."

ເຂື່ອນໄຟຟ້ານໍ້າທາ 1 ແມ່ນໂຄງການຮ່ວມທຶນ ຣະຫວ່າງ ບໍຣິສັດ ຕາຂ່າຍໄຟຟ້າພາກໃຕ້ສາກົລ ຈຳກັດ ຈາກ ສປ ຈີນ ກັບຣັຖວິສາຫະກິດ ໄຟຟ້າລາວ ໃນຮູບແບບ BOT ມູນຄ່າການລົງຶນ 447 ລ້ານໂດລາ ສະຫະຣັຖ ມີກຳລັງຜລິດ 168 ເມກາວັດ ແລະ ໄດ້ເຣີ້ມ ຜລິດໄຟຟ້າ ມາແຕ່ທ້າຍປີ 2018.

ອີງຕາມການຣາຍງານຂອງ ສື່ມວນຊົນທ້ອງຖິ່ນນັ້ນ ມີປະຊາຊົນໄດ້ຮັບຜົລກະທົບ ທັງໝົດ 37 ບ້ານ ທີ່ຂຶ້ນກັບເມືອງຜາອຸດົມ ແຂວງບໍ່ແກ້ວ ແລະເມືອງນາແລແຂວງຫຼວງນໍ້າທາ ປະກອບມີ 1,735 ຄອບຄົວຮວມ 10,500 ປາຍຄົນທີ່ໄດ້ໂຍກຍ້າຍໄປຢູ່ 11 ຈຸດ ຂອງບ້ານຈັດສັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.