ຊາວບ້ານໂຍກຍ້າຍຈາກເຂື່ອນ ເກີດເຫດ ຣົຖປິ້ນ
2020.03.18
ປະຊາຊົນບ້ານ ນໍ້າມຶດ 4 ຄອບຄົວ 23 ຄົນ ປະສົພອຸບັດຕິເຫດ ຣົຖປິ້ນ ໃນເວລາຂົນຍ້າຍເຄື່ອງ ຂອງຈາກບ້ານເດີມ ໄປບ້ານຈັດສັນ ຫ້ວຍຫອຍ ຂອງໂຄງການເຂື່ອນໄຟຟ້ານໍ້າເທິນ 1 ທີ່ເມືອງວຽງທອງແຂວງບໍຣິຄໍາໄຊ ເຮັດໃຫ້ມີຜູ້ ເສັຽຊີວິດ 6 ຄົນ ແລະບາດເຈັບອີກ 17 ຄົນ ໃນມື້ວັນທີ່ 11 ມີນານີ້.
ເຈົ້າໜ້າທີ່ ແຂວງບໍຣິຄໍາໄຊ ກ່າວວ່າ ບໍຣິສັດເຂື່ອນໄຟຟ້ານໍ້າເທິນ 1 ຕ້ອງຮັບຜິດຊອບ ຜູ້ເສັຽຊີວິດ ແລະຜູ້ໄດ້ຮັບບາດເຈັບ ທັງໝົດໃນ ຖານະເປັນເຈົ້າຂອງໂຄງການ, ດັ່ງເຈົ້າໜ້າທີ່ຫ້ອງວ່າການ ປົກຄອງແຂວງບໍຣິຄໍາໄຊ ທ່ານນື່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 17 ມີນາ ນີ້ວ່າ:
“ມັນຢູ່ຣົຖຂົນເຄື່ອງ ເຄື່ອງເຂົາຫັ້ນແຫຼະ ເອີ, ກໍໂຄງການຫັ້ນແລ້ວ ຄັນວ່າມີການຕາຍ ໂຄງການເປັນຜູ້ຮັບຜິດຊອບ ໝົດແລ້ວ ຫົນທາງ ມັນກໍຍາກແດ່ ຄັນບໍ່ແປງອີຫລີກະດາຍ ທາງອອກມາແຕ່ທາງທ່າເດື່ອນີ້ນ່າ ທາງພູເດ້ທາງແຄບແດ່ ໄທເຮົາກໍແກ່ຣົຖໜັກແດ່ ມັນກໍເປັນໄດ້.”
ທ່ານເວົ້າວ່າຜູ້ເສັຽຊີວິດ ໃນອຸບັດຕິເຫດເທື່ອນີ້ ທາງພີ່ນ້ອງຂອງຜູ້ເສັຽຊີວິດ ໄດ້ຈັດພິທີສົ່ງສະການທາງສາສນາແລ້ວ ສ່ວນຜູ້ທີ່ບາດເຈັບ ທັງໝົດ ຖືກສົ່ງໂຕໄປປິ່ນປົວ ຢູ່ໂຮງໝໍ ທີ່ນະຄອນຫລວງວຽງຈັນ.
ຈຸດທີ່ເກິດ ອຸບັດຕິເຫດ ແມ່ນຢູ່ຕອນເໜືອ ຂອງເຂດຈອມທອງ ຕາມທາງໝາຍເລກ 1 D ຣະຫວ່າງ ເມືອງບໍຣິຄັນ ແລະເມືອງວຽງທອງ ຊື່ງມີຄວາມຫຍຸ່ງຍາກ ໃນການສັນຈອນ ເພາະເປັນທາງດິນແດງ ພູສູງ ຄົດລ້ຽວ ແລະແຄບ, ເປັນທາງເສັ້ນທີ່ບໍຣິສັດ ເຂື່ອນໄຟຟ້ານໍ້າເທິນ 1 ເປັນຜູ້ກໍ່ສ້າງ.
ແຕ່ນີ້ ຮອດທ້າຍເດືອນ ເມສາ ທາງໂຄງການເຂື່ອນໄຟຟ້າ ນໍ້າເທິນ 1 ໃຫ້ປະຊາຊົນ ປະມານ 600 ຄອບຄົວ ທີ່ໄດ້ຮັບຜົນກະທົບນັ້ນ ໂຍກຍ້າຍໄປຢູ່ບ້ານຈັດສັນ ຫ້ວຍຫອຍ ທີ່ທາງໂຄງການສ້າງໃຫ້ ແລະໃຫ້ປະຊາຊົນ ເປັນຜູ້ຂົນເຄື່ອງຂອງ ໂຍກຍ້າຍເອົາເອງ.
ກ່ຽວກັບເຣື້ອງນີ້ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ໄປຫາບໍຣິສັດ ເຂື່ອນໄຟຟ້ານໍ້າເທິນ 1 ໃນຖານະເປັນເຈົ້າຂອງໂຄງການ ເພື່ອສອບຖາມ ຣາຍຣະອຽດ ກ່ຽວກັບ ຄວາມຮັບຜິດ ຊອບ ຕໍ່ອຸບັດຕິເຫດ ທີ່ເກີດຂຶ້ນຄັ້ງນີ້, ແຕ່ບໍ່ສາມາດ ຕິດຕໍ່ໄດ້.