ເຂື່ອນນໍ້າເອົ້າແກ່ຍາວ ການລົງ ສໍາຣວດ

ຈໍາປາທອງ
2017.11.08
F-Nam-Ao ເຂື່ອນນໍ້າເອົ້າທີ່ແຕກ ເມື່ອເດືອນກັນຍາ ວັນທີ 11 2017
Screen captured

ມາເຖິງປັດຈຸບັນ ເຈົ້າໜ້າທີ່ບໍຣິສັດບໍ່ທອງ ອິນເຕີ ກຣຸປ ທີ່ກໍ່ສ້າງເຂື່ອນໄຟຟ້ານໍ້າເອົ້າ ຢູ່ເມືອງຜາໄຊແຂວງຊຽງຂວາງ ທີ່ໄດ້ແຕກໄປນັ້ນຍັງ ບໍ່ທັນສົ່ງ ນັກວິຊາການ ຂອງຕົນອອກໄປສໍາຣວດ ຄວາມເສັຽຫາຍ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ນັ້ນເທື່ອ ເຖິງແມ່ນວ່າ ທາງ ບໍຣິສັດ ເຄີຍຮັບປາກວ່າ ຈະສົ່ງທິມງານໄປສໍາຣວດ ໃນມື້ວັນທີ 30 ຕຸລາ 2017 ນັ້ນກໍຕາມ, ດັ່ງເຈົ້າໜ້າທີ່ ຫ້ອງການເມືອງທ່າໂທມ ເວົ້າໃນມື້ວັນທີ 7 ພຶສຈິກາ ນີ້ວ່າ:

"ຍັງເທື່ອ ຍັງບໍ່ທັນລົງມາ ເພີ່ນສິລົງມາວັນທີ 30 ເດືອນ 10 ຍັງບໍ່ເຫັນລົງມາ ພວກເຮົາມີບົດບັນທຶກຮ່ວມແຂວງຊຽງຂວາງແລ້ວ ໃຫ້ພວກ ນັ້ນລົງມາ ຄັນຖ້າປະຕິບັດ ຕາມບົດບັນທຶກ ໄທເຮົາກະສິເວົ້າ ສູ່ຂະບວນການ ສເນີຂັ້ນເທິງແລ້ວລະ".

ທ່ານກ່າວຕື່ມວ່າກ່ອນໜ້ານີ້ ທາງບໍຣິສັດຊີ້ແຈງວ່າ ຂະເຈົ້າບໍ່ຍອມຮັບຜິດຊອບ ຕໍ່ຄວາມເສັຽຫາຍບາງບ່ອນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນ ນໍ້າເອົ້າແຕກ. ດັ່ງນັ້ນທາງການ ຈຶ່ງໃຫ້ຂະເຈົ້າ ລົງມາສໍາຣວດ ພື້ນທີ່ຕົວຈິງ ແລະຄິດໄລ່ມູນຄ່າ ຄວາມເສັຍຫາຍ ດ້ວຍຕົວເອງ. ຂະນະນີ້ ທາງການເມືອງທ່າໂທມ ຍັງລໍຖ້າ ພວກເຂົາມາສໍາຣວດຢູ່. ຖ້າກາຍເດືອນນີ້ໄປຍັງບໍ່ມາ ທາງເມືອງກໍຈະສົ່ງ ຜົລການສໍາຣວດຂອງຕົນ ໃຫ້ ທາງແຂວງໄຊສົມບູນ ແລະແຂວງຊຽງຂວາງ ເພື່ອຄິດໄລ່ຄວາມເສັຽຫາຍ ທີ່ວ່ານັ້ນ ໃຫ້ທາງ ບໍຣິສັດເປັນຜູ້ຊົດເຊີຍ.

ຜົລສະຫລຸບຄວາມເສັຍຫາຍທັງໝົດນັ້ນ ຂະນະນີ້ເຈົ້າໜ້າທີ່ທາງການ ກໍາລັງຮວບຮວມຢູ່ ແລະເມື່ອບໍ່ດົນມານີ້ ກະຊວງພລັງງານ ແລະບໍ່ແຮ່ ໄດ້ອອກຄໍາສັ່ງໃຫ້ ບໍຣິສັດບໍ່ທອງ ອິນເຕີ ກຣຸປ ໂຈະການກໍ່ສ້າງ ແລະສ້ອມແປງ ເຂື່ອນໄຟຟ້ານໍ້າເອົ້າ ໄປຈົນກວ່າ ທາງບໍຣິສັດ ຈະສໍາຣະ ຄ່າຊົດເຊີຍ ຄວາມເສັຍຫາຍ ໃຫ້ປະຊາຊົນນັ້ນແລ້ວ ເຖິງແມ່ນມີແຜນ ວ່າຈະເປີດໃຊ້ເຂື່ອນ ໃນຕົ້ນປີ 2018 ທີ່ຈະມາເຖິງນີ້ ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.