ຜົນເສັຽຫາຍເຂື່ອນນໍ້າເອົ້າ ທາງການ ກວດສອບ ຄືນອີກ
2019.03.25

ການສໍາຣວດຜົນເສັຍຫາຽ ຍ້ອນເຂື່ອນນໍ້າເອົ້າແຕກຢູ່ເມືອງທ່າໂທມ ແຂວງໄຊສົມບູນ ມີຄວາມຄຶບໜ້າພໍສົມຄວນຫຼັງຈາກ ຄນະກັມມະການ ຂັ້ນສູນກາງ ໄດ້ລົງພື້ນທີ່ສໍາຣວດ ຕັ້ງແຕ່ເດືອນກູມພາທີ່ຜ່ານມາ ແລະຈະດໍາເນີນໄປຈົນຮອດ ເດືອນພຶສພາ ປີນີ້, ດັ່ງເຈົ້າໜ້າທີ່ຫ້ອງການ ປົກຄອງເມືອງທ່າໂທມ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 25 ມີນາ ນີ້ວ່າ:
“ເພິ່ນກໍາລັງເຮັດໃໝ່ໝົດລະ ມີແຕ້ເກັບກໍາຂໍ້ມູນກ່ອນ ໂຕເລກໂຕຜາ ຄືນອີກບາດນຶ່ງ ແລ້ວເພິ່ນກໍສິເຮັດການແກ້ໄຂເລີຍ ລົງໄປຕາມແປດ ບ້ານຫັ້ນລະ ໄປເອົາຂໍ້ມູນຄືນໂຕທີ່ ມັນໄດ້ເກັບກໍາຜ່ານມາຫັ້ນ.”
ເຈົ້າໜ້າທີ່ກ່າວຕື່ມວ່າ ການລົງພື້ນທີ່ ສໍາຣວດເນື້ອທີ່ ເສັຍຫາຍ ຈາກເຂື່ອນ ນໍ້າເອົ້າແຕກ ຂອງຄນະກັມມະການ ຈາກຂັ້ນສູງກາງນັ້ນຍັງມີ ເຈົ້າໜ້າທີ່ ຈາກບໍຣິສັດ ບໍ່ທອງ ອິນເຕີ ກຣູບ ແລະເຈົ້າໜ້າທີ່ ຈາກເມືອງທ່າໂທມ ໄດ້ໃຫ້ຄວາມຮ່ວມມື ໃນການລົງ ພື້ນທີ່ ສໍາຣວດນໍາອີກ ເພື່ອຊຸກຍຸ້ ໃຫ້ການສໍາຣວດສໍາເຣັດ ຕາມແຜນ ເພື່ອທີ່ຈະເຮັດໃຫ້ມີ ການຊົດເຊີຍ ໄວຂຶ້ນ.
ທ່ານກ່າວວ່າຫຼັງຈາກປະຊາຊົນ ຜູ້ທີ່ຖືກຜົນກະທົບ ຮູ້ວ່າທາງຄນະ ຈາກສູນກາງໄດ້ລົງພື້ນທີ່ມາແກ້ໄຂບັນຫານີ້ ໂດຍກົງເຮັດໃຫ້ຊາວບ້ານ ຫລາຍຄອບຄົວ ກໍດີໃຈ ຍ້ອນມີຄວາມຫວັງວ່າ ຈະໄດ້ຄ່າຊົດເຊີຍ ພາຍໃນກາງປີນີ້, ຖ້າບໍ່ມີ ເຫດການຜິດພາດ.
ປັຈຈຸບັນເຫດ ເຂື່ອນນໍ້າເອົ້າແຕກ ຜ່ານມາເປັນເວລາ 1 ປີ ກັບ 6 ເດືອນແລ້ວ, ແຕ່ປະຊາຊົນ ເມືອງທ່າໂທມ ຍັງລໍຖ້າການຊົດເຊີຍຈາກ ບໍຣິສັດ ບໍ່ທອງ ອິນເຕີກກຣູບ ຢູ່ ຊື່ງມີທັງໝົດ 60 ຄອບຄົວ ແຕ່ລະຄອບຄົວໄດ້ຮັບຄວາມ ເດຶອດຮ້ອນຍ້ອນກອງຂິ້ຕົມ ຈາກເຂື່ອນນໍ້າເອົ້າ ແຕກ ໄຫລປົກໃສ່ດິນນາ ຂອງເຂົາເຈົ້າ ໂດຍຜູ້ໄດ້ຮັບຜົນກະທົບ ຕ້ອງການຄ່າຊົດເຊີຍ ເປັນເງິນ ພ້ອມທັງເຂົ້າສານ, ມາຮອດປັຈຈຸບັນນີ້ ເນື້ອທີ່ການເສັຍຫາຍກໍໄດ້ ຮັບການຟື້ນຟູແລ້ວ ແລະເນື້ອທີ່ສ່ວນນຶ່ງ ກໍສາມາດເຮັດການຜລິດໄດ້ ເປັນຕົ້ນ ປູກມັນຕົ້ນ ແລະ ສາລີ.