ອ່າງເກັບນໍ້າສວນກ້ວຍແຕກ ເສັຽຊີວິດ 4 ຄົນ
2018.10.30
ອ່າງເກັບນໍ້າໃນສວນກ້ວຍ ຂອງ ບໍຣິສັດ KP ເຈົ້າຂອງເປັນຄົນຈີນ ຢູ່ບ້ານທົ່ງພຽງມີໄຊ ເມືອງນານ ແຂວງຫຼວງພຣະບາງ ແຕກກະທັນຫັນ ຄາດວ່າເປັນຍ້ອນ ການກໍ່ສ້າງບໍ່ໄດ້ມາຕຖານ ເຮັດໃຫ້ຄົນງານລາວ ໃນສວນກ້ວຍເສັຽຊີວິດຄາທີ່ 4 ຄົນ ແລະບາດເຈັບ ອີກ 6 ຄົນ.
ປັດຈຸບັນ ເຈົ້າໜ້າທີ່ເມືອງນານ ໄດ້ຕັ້ງຄນະສືບສວນຂຶ້ນ ເພື່ອຄົ້ນຫາສາເຫດ ກໍຣະນີດັ່ງກ່າວທີ່ເກີດຂຶ້ນ ໃນວັນທີ 26 ເດືອນຕຸລາ ຜ່ານມາ. ດັ່ງເຈົ້າໜ້າທີ່ ຄນະກວດສອບກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 30 ຕຸລາ ນີ້ວ່າ:
"ໂອ້ຍ້ອນວ່າສາເຫດນີ້ ມັນເປັນການກໍ່ສ້າງໃໝ່ ເປັນການຜິດພາດທາງເຕັກນິກ ຂອງກໍ່ສ້າງຫັ້ນ ກໍ່ສ້າງປະມານວັນນຶ່ງ ສອງວັນ ແລ້ວຈຶ່ງ ປ່ອຍນໍ້າໃສ່ ແລະກໍເປັນອ່າງ ທີ່ວ່າໃຫຍ່ແດ່ ປະມານສາມຄູນສາມແມັດ ນີ້ແຫຼະ ກະແມ່ນຄວາມຮັບຜິດຊອບ ຂອງຈີນ ຫັ້ນແຫຼະ."
ທ່າວກ່າວຕື່ມວ່າໃນເບື້ອງຕົ້ນ ບໍຣິສັດ ດັ່ງກ່າວໄດ້ຈ່າຍເງິນຄ່າຊົດເຊີຍ ແກ່ຄອບຄົວຂອງຜູ້ເສັຍຊີວິດ ຄອບຄົວລະ 15 ລ້ານກີບ ແລະ ຈະຈ່າຍຄ່າປີ່ນປົວ ໃຫ້ແກ່ຄົນງານ ທີ່ໄດ້ຮັບບາດເຈັບສາຫັດ ເຊິ່ງກຳລັງນອນປີ່ນປົວຢູ່ໂຮງໝໍ ເມືອງນານ. ຕໍ່ກໍຣະນີນີ້ ທາງຄນະຂັ້ນເມືອງ ຈະດຳເນີນການສອບສວນ ເຈົ້າຂອງບໍຣິສັດຕື່ມ ຖ້າພົບວ່າເຈົ້າຂອງ ບໍຣິສັດຕັ້ງໃຈ ເຮັດອ່າງເກັບນໍ້າ ບໍ່ໄດ້ມາຕຖານແທ້ ກໍ່ຈະດຳເນີນຄະດີ ທາງກົດໝາຍຕໍ່ໄປ.
ພາຍຫຼັງເກີດເຫດການດັ່ງກ່າວ ທາງເຈົ້າໜ້າໄດ້ແຕ່ງຕັ້ງ ຄນະຮັບຜິດຊອບລົງກວດກາ ອ່າງເກັບນໍ້າໃນສວນກ້ວຍ ຂອງຈີນ ທຸກແຫ່ງ ພາຍໃນເມືອງນານ ເພື່ອກວດກາມາຕຖານ ອ່າງເກັບນໍ້າ ປ້ອງກັນບໍ່ໃຫ້ເກີດເຫດການ ຕໍ່ຄົນງານອີກ.
ອີງຕາມການຣາຍງານ ຂອງເຈົ້າໜ້າທີ່ ບໍຣິສັດ KP ຍັງເຫຼືອສັນຍາ ສັມປະທານປູກກ້ວຍ ຢູ່ເຂດບ້ານ ທົ່ງພຽງມີໄຊ ເມືອງນານ ແຂວງຫຼວງພຣະບາງພຽງ 1 ປີ. ປັດຈຸບັນສ່ວນກ້ວຍຈີນ ຢູ່ເມືອງນານຍັງເຫຼືອເນື້ອທີ່ຮວມກັນ ປະມານ 700 ປາຍເຮັກຕ້າ.