ເດັກນ້ອຍຍິງໃນເຂດ ຊົນບົດ

ອຸ່ນແກ້ວ ສຸກສະຫວັນ
2017.02.01
F-LP ແຂວງຫຼວງພຣະບາງ
RFA/Jeff Hirschberg

ໃນຊຸມປີ ທີ່ຜ່ານມາ ມີເດັກນ້ອຍຍິງ ຈຳນວນນຶ່ງ ມັກໄປແຕ່ງງານ ກັບຄົນຈີນ ໃນຂນະທີ່ ເຂົາເຈົ້າເຫຼົ່ານັ້ນ ກໍຍັງຢູ່ໃນ ວັຍຮຽນ. ສະເພາະ ແຕ່ ໃນປີ 2015-16 ມີນັກຮຽນຍິງ ປະມານ 20 ຄົນ ທີ່ ໄປແຕ່ງງານ ກັບຄົນຈີນ, ດັ່ງ ປະຊາຊົນ ເມືອງຊຽງເງິນ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 31 ມົກກະຣາ ນີ້ວ່າ:

"ປະມານ 20 ກວ່າຄົນ ເທົ່າທີ່ຮູ້ ແຕ່ວ່າກໍໜ້າ ຈະຫຼາຍກວ່ານັ້ນ ກໍສ່ວນຫຼາຍແມ່ນ ສະພາບ ທາງດ້ານການເງິນ ທາງຄອບຄົວ ຂະເຈົ້າ ຫັ້ນແຫຼະ ບໍ່ພຽງພໍ ຄວາມຮູ້ເທົ້າ ບໍ່ເຖິງການ ຂອງພໍ່ແມ່ ຂະເຈົ້າແດ່".

ທ່ານກ່າວຕໍ່ອີກວ່າ ບັນຫາເດັກນ້ອຍຍິງ ທີ່ໄປເອົາຜົວ ຄົນຈີນນັ້ນ ມີມາດົນແລ້ວ ສ່ວນໃຫຍ່ ມັກເກີດກັບ ເດັກນ້ອຍຍິງ ໃນເຂດຮ່າງໄກ ສອກຫລີກ ສ່ວນໃນເຂດ ເທສບານເມືອງ ນັ້ນ ກໍມີຢູ່ ແຕ່ບໍ່ຫຼາຍ ຊຶ່ງ ສາເຫດຫລັກໆ ມາຈາກ ຄວາມຮູ້ເທົ້າ ບໍ່ເຖິງການ ຂອງຄອບຄົວ ທີ່ຄິດວ່າ ເມື່ອລູກ ໄດ້ຜົວແລ້ວ ຈະສຸກສະບາຍ ບໍ່ຕ້ອງລຳບາກ ຄືພໍ່ແມ່.

ທ່ານອະທິບາຍ ຕື່ມອີກວ່າ ສຳລັບຊາວຈີນ ທີ່ມາເອົາເມັຽ ສ່ວນຫຼາຍ ແມ່ນມາຈາກ ປະເທດຈີນ ມາເຮັດວຽກ ເປັນກັມມະກອນ ຢູ່ສວນກ້ວຍ ຫລື ເປັນຄົນງານ ຢູ່ໂຄງການ ກໍ່ສ້າງຕ່າງໆ. ທ່ານວ່າຜ່ານມາ ບາງຄົນ ເອົາຜົວຈີນ ແລະ ເມື່ອກັບໄປ ປະເທດຈີນ ກັບຜົວ ກໍບໍ່ໄດ້ ຕິດຕໍ່ ຫາ ທາງບ້ານເລີຍ ໂດຍບໍ່ຮູ້ວ່າ ເປັນແນວໃດ, ດັ່ງ ທ່ານກ່າວວ່າ:

"ບາງຄົນ ກໍບໍ່ສົ່ງຂ່າວ ກັບມາເລີຍ ບໍ່ຮູ້ວ່າໄປແລ້ວ ເຂົາເຈົ້າ ຢູ່ສະພາບແບບໃດ ແຕ່ບາງຄົນ ກໍເຫັນກັບມາ ບ້ານຢູ່ ແລ້ວກໍເຫັນວ່າ ມາແລ້ວ ຜົວ ກໍບໍ່ມານຳ ບາງຄົນ ກໍແບບໄດ້ລູກ ຫັ້ນມາ ບາງຄົນ ກໍມາລ້າໆ ແລ້ວ ບໍ່ຢາກກັບໄປ ກໍບໍ່ໄປ".

ໃນທ້າຍປີ 2016 ທາງຂັ້ນເມືອງ ຂັ້ນແຂວງ ກໍໄດ້ອອກ ໂຄສະນາ ໃຫ້ຄວາມຮູ້ແກ່ ປະຊາຊົນ ກ່ຽວກັບ ການແຕ່ງງານ ກັບຄົນຈີນ ຊຶ່ງມີ ຄວາມສ່ຽງ ທີ່ຈະຕົກ ເປັນເຫຍື່ອ ຂອງການ ຄ້າມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.