ທາງການຊ່ອຍປົວແປງຈິດໃຈ ເດັກນ້ອຍ ກໍ່າພ້າ

ມະນີຈັນ
2018.08.02
F-Flood-victims ເດັກນ້ອຍທີ່ທາງການ ໄດ້ຊ່ອຍເຫຼືອ ແລະ ນໍາເຂົ້າມາອາສັຍຢູ່ ໃນສູນບັນເທົາທຸກຊົ່ວຄາວ ເມືອງສນາມໄຊ ແຂວງອັດຕະປື
RFA/LX

ພາຍຫລັງເກີດເຫດພັຍພິບັດ ສັນເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ນໍ້າຖ້ວມ ເມືອງສນາມໄຊ ແຂວງອັດຕະປື ເຮັດໃຫ້ເດັກນ້ອຍຫຼາຍຄົນ ເປັນກໍ່າພ້າກໍ່າພອຍ ແລະ ມີສະພາບຈິດໃຈຢ້ານສັ່ນ ສະເທືອນ ເຈົ້າໜ້າທີ່ ສາທາຣະນະສຸກ ແຂວງອັດຕະປື ສົມທົບກັບຈິຕແພດ ຈາກ ປະເທດໄທ ໄດ້ໄປໂອ້ລົມ ແລະ ປະເມີນສະພາບຈິດໃຈ ຂອງພວກເຂົາເຈົ້າ ຊຶ່ງໃນເບື້ອງຕົ້ນ ຍັງບໍ່ສາມາດຄັດແຍກ ເພື່ອມາປິ່ນປົວໄດ້. ຕາມຄໍາເວົ້າຂອງຫົວໜ້າ ຫ້ອງການສາທາຣະນະສຸກ ແຂວງອັດຕະປື ໃນມື້ວັນທີ 2 ສິງຫານີ້ ວ່າ:

"ຄັດແຍກອອກໄປ ຕອນທີ່ຈິດໃຈເຂົາຍັງບອບຊໍ້າຢູ່ແລ້ວເນາະ ເຂົາກໍຕ້ອງການຄວາມອົບອຸ່ນ ສະນັ້ນເດັກນ້ອຍ ບໍ່ຫລາຍກໍຍາດຂະເຈົ້າເອງ ເອື້ອຍນ້ອງຂະເຈົ້າເອງ ສາມາດໃຫ້ຄວາມອົບອຸ່ນ ທາງດ້ານຈິດໃຈ ສ່ວນນຶ່ງຊີ້ນະ ຄັນເຮົາລະໄປເອົາອອກຕອນນີ້ຫັ້ນ ກະແຫ່ງສິເພີ່ມຕື່ມອີກ ແຕ່ວ່າເຣື່ອງວ່າອະນາຄົດຕໍ່ໜ້າ ເພິ່ນກໍຈະໄດ້ແຍກ ຈະໄດ້ໃຫ້ເຂົາໄດ້ຮໍ່າໄດ້ຮຽນ ອີ່ຫຍັງຕ່າງໆ ເຣື່ອງການສຶກສາ."

ທ່ານກ່າວວ່າເຣື່ອງໂຮງຮຽນ ກໍມີແຜນການໄວ້ແລ້ວ ແຕ່ເປັນເຣື່ອງຕໍ່ໜ້າ ເພາະປັດຈຸບັນ ຕ້ອງປົວແປງສະພາບຈິດໃຈ ຂອງເດັກນ້ອຍໃຫ້ຢູ່ ໃນສະພາບດີກ່ອນ. ບາງເທື່ອພວກຂະເຈົ້າ ບໍ່ຮູ້ວ່າພໍ່ແມ່ໄປໃສ ເຣື່ອງແບບນີ້ ແພດ ແລະໝໍ ກໍຕ້ອງເອົາໃຈໃສ່ ອະທິບາຍ ໃຫ້ພວກຂະເຈົ້າ ເຂົ້າໃຈ.

ປັດຈຸບັນ ຍັງບໍ່ມີຣາຍລະອຽດ ເພາະຍັງບໍ່ທັນໄດ້ຄັດແຍກ ແລະຮວມໝົດທຸກສູນໄດ້ ວ່າມີເດັກນ້ອຍທັງໝົດເທົ່າໃດ ແລະມີຜູ້ທີ່ບໍ່ມີຍາດພີ່ນ້ອງ ເທົ່າໃດ ເພາະມີທັງເດັກນ້ອຍ ທີ່ພໍ່ແມ່ໄດ້ຖືກນໍ້າພັດໄປ ຂນະນີ້ກໍາລັງຈະແຍກ ເປັນກຸ່ມສະເພາະ. ບາງຄົນ ຢູ່ກັບອ້າຍກັບເອື້ອຍ, ບາງຄົນ ກໍຢູ່ນໍາປ້າ ນໍານ້າສາວ ແລະເດັກນ້ອຍຈໍານວນນີ້ ບໍ່ມີຍາດພີ່ນ້ອງເລີຍ ຊຶ່ງເຈົ້າໜ້າທີ່ ຕ້ອງໄດ້ເບິ່ງແຍງ ໄປກ່ອນ.

ທ່ານກ່າວຕື່ມວ່າ ສ່ວນຜູ້ປະສົບພັຍທີ່ຍັງບໍ່ສາມາດ ເຂົ້າເຖິງສູນທັງ 4 ສູນ ຢູ່ເມືອງສນາມໄຊໄດ້ນັ້ນ ເຈົ້າໜ້າທີ່ກໍໄດ້ພຍາຍາມ ໄປໃຫ້ເຖິງ ພວກຂະເຈົ້າ ໃນແຕ່ລະມື້ ບາງເຂດບໍ່ມີທາງ ຣົດກໍຕ້ອງ ໄດ້ໄປທາງເຮືອທາງເຮືອບິນ ກໍໄດ້ໄປຕັ້ງຈຸດບໍຣິການ ໃຫ້ຂະເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.