ຊ້າງປ່າທຳລາຍຜົລປູກ ຫຼາຍບ້ານ

ກ້ອງວົງຈອນປິດ ທີ່ດ່ານຊາຍແດນ ເຂົ້າ-ອອກ ລາວ,ຈີນ ໄດ້ເກັບຮູບພາບຊ້າງປ່າ ເຂດສີບສອງປັນນາ ທີ່ແຂວງຢູນານ ຍ່າງຂ້າມ ເຂດແດນຈີນເຂົ້າມາລາວ
ກ້ອງວົງຈອນປິດ ທີ່ດ່ານຊາຍແດນ ເຂົ້າ-ອອກ ລາວ,ຈີນ ໄດ້ເກັບຮູບພາບຊ້າງປ່າ ເຂດສີບສອງປັນນາ ທີ່ແຂວງຢູນານ ຍ່າງຂ້າມ ເຂດແດນຈີນເຂົ້າມາລາວ (Screen captured Xishuangbanna,video)

0:00 / 0:00

ປະຊາຊົນ ບ້ານສວນຢາ ບ້ານຫາດຍາວ ບ້ານນໍ້າຫຼ້າ ເມືອງຫຼວງນໍ້າ ແຂວງຫຼວງນໍ້າທາ ໄດ້ຮັບຜົລກະທົບຢ່າງໜັກ ຈາກຊ້າງປ່າທີ່ເຂົ້າມາ ທຳລາຍຜົລປູກ, ເຊັ່ນເຂົ້າສາລີ ແລະຕົ້ນຢາງພາລາ ທີ່ປູກໃໝ່ ເປັນຈຳນວນຫຼວງຫຼາຍເສັຽຫາຍໝົດ ແຕ່ຍັງບໍ່ມີພາກສ່ວນໃດເຂົ້າມາແກ້ໄຂ ບັນຫາ ດັ່ງກ່າວ. ອີງຕາມປະຊາຊົນ ທີ່ບອກກ່າວນັ້ນປີນີ້ ຝູງຊ້າງແມ່ນມາຫຼາຍກວ່າ ສອງປີຜ່ານມາ ພ້ອມທັງ ຝູງຊ້າງດັ່ງກ່າວ ໄດ້ເຂົ້າມາ ປັກຫຼັກ ອາສັຍໃນເຂດບ້ານ ບ້ານສວນຢາ ບ້ານຫາດຍາວ ແລະ ບ້ານນໍ້າຫຼ້າ ເຊີ່ງປະຊາຊົນເອງ ກໍບໍ່ສາມາດ ເຮັດຫຍັງບໍ່ໄດ້ ມີແຕ່ລໍຖ້າ ທາງການ ເຂົ້າມາຊ່ອຍເຫຼືອ.

ປະຊາຊົນທີ່ອາສັຍຢູ່ໃນເຂດ ດັ່ງກ່າວ ໄດ້ໃຫ້ສັມພາດ ຕໍ່ວິທຍຸ ເອເຊັຽ ເສຣີ ດັ່ງຕໍ່ໄປນີ້ວ່າ ...