ນໍ້າທາມີມົລພິດຊາວບ້ານ ເດືອດຮ້ອນ
2019.01.03
ປັດຈຸບັນປະຊາຊົນ ປະມານຮ້ອຍຄອບຄົວ ຢູ່ບ້ານໃໝ່ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຮັບຄວາມເດືອດຮ້ອນ ຫຼາຍຍ້ອນວ່າ ໂຮງງານບົດຫີນ ຂອງນັກລົງທຶນລາວ ທີ່ດູດຊາຍຢູ່ແຄມນໍ້າທາ ເຮັດໃຫ້ນໍ້າມີສະພາບຂຸ່ນ ແລະນໍ້າປະປາກໍຂຸ່ນໄປນໍາ, ດັ່ງຊາວບ້ານຜູ້ນຶ່ງ ກ່າວຕໍໍ່ວິທຍຸເອເຊັຽເສຣີ ໃນວັນທີ 3 ມົກກະຣາ ນີ້ວ່າ:
“ດູດຊາຍແຫຼະທາງຕັ້ງຫັ້ນ ເຂົາປ່ອຍນໍ້າເສັຽລົງເດ່ ເທິງຂົວນໍ້າທາຫັ້ນເດ່ ນໍ້າເສັຍລົງນີ້ ສ່ວນຫຼາຍກະຈຸນໍ້າປາປາ ຫັ້ນແຫຼະ ນໍ້າເປື້ອນເດ່ະ ເຂົາສົ່ງນໍ້າເສັຽມັນຂຸ່ນລົງໄປຫັ້ນນະ.”
ຊາວບ້ານຜູ້ນີ້ກ່າວຕື່ມວ່າຫຼາຍຄອບຄົວ ໄດ້ຮັບຜົນກະທົບຈາກການປ່ອຍນໍ້າເສັຽມາເກືອບ 2 ເດືອນແລ້ວ ແຕ່ຍັງບໍ່ເຫັນພາກສ່ວນ ໃດມາ ແກ້ໄຂບັນຫານີ້ເທື່ອ ຍັງເຫັນໂຮງງານດັ່ງກ່າວ ປ່ອຍນໍ້າເສັຽລົງນໍ້າທາຢູ່ຄືເກົ່າ, ຖ້າຫາກທາງການ ບໍ່ລົງມາແກ້ໄຂ ຫຼາຍຄົນຢ້ານວ່າ ຜົນກະທົບແຫ່ງຈະເພີ້ມຂຶ້ນ ຊຶ່ງຈະສ້າງຜົນກະທົບ ແກ່ສຸຂພາບຂອງປະຊາຊົນ ໃນຣະຍະຍາວ.
ກ່ຽວກັບບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ທາງການແຂວງຫຼວງນໍ້າທາ ທ່ານນຶ່ງ ໃຫ້ຄຳຊີ້ແຈງວ່າ ປັດຈຸບັນ ຫຼາຍພາກສ່ວນໃນແຂວງຫຼວງນໍ້າທາ ກໍເວົ້າກັນຢູ່ ວ່າຈະໃຫ້ໜ່ວຍງານໃດ ລົງໄປແກ້ໄຂບັນຫາ ດັ່ງກ່າວ, ດັ່ງທີ່ທ່ານ ກ່າວວ່າ:
“ເປັນຄາລາຄາຊັງກັນເນາະ ວ່າຈະມອບໃຫ້ການກວດກາແຮ່ຊາຍ ຫຼືມອບໃຫ້ເມືອງ ເຂົາກະບໍ່ມອບເນາະ ເຮັດມາແລ້ວບອກວ່າໃຫ້ໂຍທາ ໄປຫັ້ນນະ ສິ່ງແວດລ້ອມແຂວງເປັນຜູ້ອະນຸມັດ.”
ທ່ານກ່າວຕື່ມວ່າ ນອກຈາກການດູດຊາຍຢູ່ເຂດນັ້ນແລ້ວ ຍັງມີນັກລົງທຶນລາຍອື່ນໆ ທັງຄົນລາວແລະຄົນຈີນ ເຮັດການດູດຊາຍຢູ່ແຄມນໍ້າທາ ອີກ 7 ແຫ່ງ ເປັນເຫດເຮັດໃຫ້ນໍ້າຂຸ່ນ ກາຍເປັນຜົນກະທົບ ທີ່ຫຼາຍພາກສ່ວນ ຈະຕ້ອງຫາລືຮ່ວມກັນ ເພື່ອແກ້ໄຂ ໃນໄລຍະຍາວ.