ຄົນຂັບຣົດຂົນເສືອຕາຍ 3 ໂຕ ຖືກຈັບ

ໄຊຍາ
2018.06.11
F-Tiger-khammouan ເສືອສາມໂຕ ທີ່ຖືກຂ້າຕາຍ ຊຶ່ງທາງເຈົ້າໜ້າທີ່ກວດກາປ່າໄມ້ ແລະປກສ ແຂວງຄໍາມວ່ນ ຍຶດມາໄວ້ເປັນຫຼັກຖານ ແລະກຳລັງເລັ່ງສືບຫາ ຜູ້ຢູ່ເບື້ອງຫລັງ
ຮູບຈາກ ເຈົ້າໜ້າທີ່ທາງການ ເມືອງຍົມມະລາດ ແຂວງຄໍາມ່ວນ

ເຈົ້າໜ້າທີ່ກວດກາແຂວງຄຳມ່ວນ ຈັບ ທ້າວປໍວ້າງ ຫ້ວຍຢາງ ປະຊາຊົນບ້ານທົ່ງແປ ເມືອງຄຳເກີດ, ແຂວງບໍຣິຄຳໄຊ ທີ່ເປັນຜູ້ຮັບຈ້າງ ຂົນເສືອຕາຍ 3 ໂຕ ທີ່ຖືກຂ້າ ໂດຍການຈ້າງວານຂອງນາຍທຶນວຽດນາມ ທີ່ອາສັຍຢູ່ບ້ານຫຼັກຊາວ ເມືອງຄຳເກີດ ແຂວງບໍຣິຄຳໄຊ ທ້າວ ປໍວ້າງ ຖືກຈັບໄດ້ຢູ່ເມືອງຍົມມະລາດ ແຂວງຄຳມ່ວນ ໃນຂນະທີ່ກຳລັງ ຂົນຊາກເສືອ 3 ໂຕ ນັ້ນອອກໄປ ວຽດນາມ, ດັ່ງ ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຄຳມ່ວນ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 08 ມິຖຸນາ ນີ້ວ່າ:

“ທ້າວປໍວ່າງ ຫ້ວຍຢາງ ລະບໍ່ແມ່ນເຈົ້າຂອງເສືອເນາະ ລະເປັນກຳມະກອນ ຮັບຈ້າງຂົນເສືອຊື່ໆຫັ້ນນາ ໄທເຮົາກໍ່ໄດ້ດຳເນີນຄະດີ ແລ້ວກໍ ປະຕິບັດກົດໝາຍ ດຽວນີ້ຍັງສືບຕໍ່ ດຳເນີນຄະດີຢູ່ນ່າ ສະຫຼຸບບໍ່ທັນໄດ້ ເພາະວ່າມັນ ມັນຍັງບໍ່ທັນໄດ້ ອັນນັ້ນບໍ່ທັນໄດ້ ອອກມາວ່າແມ່ນ ຜູ້ໃດເປັນເຈົ້າຂອງ ອັນນັ້ນແທ້ ຢາກຮູ້ທີ່ມາຂອງເສືອແທ້ເນາະ.”

ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ສືບຮູ້ວ່າ ທ້າວປໍວ້າງ ເປັນຄົນຮັບຈ້າງຂົນເສືອ ອອກໄປວຽດນາມ ຕໍ່ເປັນຜູ້ທີ່ສອງ ໂດຍຮັບຊາກເສືອ 3 ໂຕ ທີ່ ຖືກຂ້າຈາກຄົນລາວອີກຜູ້ນຶ່ງຢູ່ ແຂວງບໍຣິຄຳໄຊ ຊຶ່ງຄາດວ່າຈະເປັນຄົນຂ້າເສືອທັງ 3 ໂຕນັ້ນຮ່ວມກັບ ນາຍທຶນວຽດນາມ ເຈົ້າໜ້າທີ່ ໄດ້ໄປ ກວດກາ ຢູ່ບ້ານຫຼັກຊາວ ເມືອງຄຳເກີດ ແຕ່ທັງສອງຄົນ ໄດ້ຫຼົບໜີ ຄາດວ່າ ໜ້າຈະຂ້າມໄປ ວຽດນາມແລ້ວ.

ໃນຂນະນີ້ເຈົ້າໜ້າທີ່ ຍັງບໍ່ສາມາດສລຸບຄະດີໄດ້ເທື່ອ ຍ້ອນວ່າຍັງບໍ່ຮູ້ແນ່ນອນ ວ່າແຫຼ່ງທີ່ມາຂອງຊາກເສືອ 3 ໂຕ ນັ້ນມາຈາກບ່ອນໃດແທ້ ແຕ່ສັນນິຖານໄວ້ສອງແຫ່ງ ຄືເປັນເສືອທີ່ມາຈາກຟາມ ຂອງເອກຊົນ ໃນເມືອງທ່າແຂກ ຫຼືຈະເປັນເສືອ ທີ່ຖືກລ້າມາຈາກເຂດ ປ່າສງວນ ແຫ່ງຊາດນາກາຍ-ນໍ້າເທີນ ເຂດປ່າເຊື່ອມຕໍ່ ແຂວງຄຳມ່ວນ ກັບແຂວງບໍຣິຄຳໄຊ.

ໃນປັດຈຸບັນຊາກເສືອ 3 ໂຕ ທີ່ເປັນຂອງກາງນັ້ນ ຍັງຖືກແຊ່ແຂງໄວ້ຫ້ອງເຢັນ ຢູ່ຜແນກກະສິກັມແລະປ່າໄມ້ ແຂວງຄຳມ່ວນ ເນື່ອງຈາກ ເຈົ້າໜ້າທີ່ ຍັງບໍ່ສາມາດ ສະຫຼຸບຄະດີໄດ້ ຈຶ່ງຍັງບໍ່ໄດ້ເຜົາ ທຳລາຍເທື່ອ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ກວດກາ ແຂວງຄຳມ່ວນ ຢືນຢັນວ່າຊາກເສືອ 3 ໂຕ ທີ່ຖືກຂ້າຕາຍນັ້ນ ເປັນການຂ້າເພື່ອລັກລອບ ສົ່ງໄປ ວຽດນາມແທ້ ໂດຍຈະເອົາຜ່ານດ່ານ ປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ບໍ່ມີເຈົ້າໜ້າທີ່ ກວດກາ.

ເສືອໂຄ່ງເປັນສັດປ່າສງວນ ທີ່ມີອະນຸສັນຍາ ຣະຫວ່າງປະເທດ ພາຍໃຕ້ອົງການໄຊ໋ເຕສ ຫ້າມລ້າແລະຊື້ຂາຍ ເປັນສິນຄ້າ ຊຶ່ງເປັນ ສັດປ່າສງວນ ຫາກພົບເຫັນ ຈະຖືວ່າມີຄວາມຜິດຕາມຣະບຽບກົດໝາຍ ຄຸ້ມຄອງສັດປ່າ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.