ເຂົ້ານາປີ ມ.ມະຫາໄຊ ຕາຍລຽບ

ສຸພັດຕາ
2018.08.09
F-Mahaxay ສະພາບນໍ້າຖ້ວມ ຢູ່ເມືອງມະຫາໄຊ ແຂວງຄໍາມ່ວນ
Screen captured : https://www.facebook.com/idsalapage/videos/1300139426796472/

ປັດຈຸບັນຣະດັບນໍ້າຢູ່ເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ຫຼຸດລົງ 2 ແມັດ 40 ແລ້ວ ຈາກຣະດັບນໍ້າສູງສຸດ 16 ແມັດປາຍ ທີ່ໄຫຼເຂົ້າຖ້ວມ ທົ່ງນາ ແລະເຮືອນຊານຂອງປະຊາຊົນ.

ພາຍຫຼັງທີ່ນໍ້າຫຼຸດລົງ ໃນບາງພື້ນທີ່ ເຮັດໃຫ້ເນື້ອທີ່ປູກເຂົ້ານາປີ ຂອງປະຊາຊົນ ທີ່ຖືກນໍ້າຖ້ວມເກືອບສອງອາທິດ ນັ້ນເສັຽຫາຍ ທັງໝົດ 2,442 ເຮັກຕາ ຕົ້ນເຂົ້າເນົ່າຕາຍ ແລະເສັຽຫາຍໝົດເກືອບ 100 ສ່ວນຮ້ອຍ. ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງເມືອງ ມະຫາໄຊ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 9 ສິງຫາ ນີ້ວ່າ:

“ໂອ້ ຫຼຸດລົງຫຼາຍແລ້ວ ຈາກຣະດັບນໍ້າສູງສຸດ ລົງຢູ່ 2 ແມັດ 40 ປາຍ ແຫຼະ ແຕ່ການເສັຍຫາຍ ຍັງຕີລາຄາຍັງບໍ່ທັນໄດ້ ນໍ້າຍັງບໍ່ຫວິດ ທົ່ງນາ ຫວິດແຕ່ບ້ານ ບ້ານໃດທີ່ມັນຢູ່ສູງແນ່ ຖືວ່າ ໂອ້.. ຕາຍເກືອບ 100 ສ່ວນຮ້ອຍແຫຼະ ເນົ່າໝົດ.”

ທ່ານກ່າວຕື່ມວ່າ ດຽວນີ້ຣະດັບນໍ້າທີ່ຖ້ວມນັ້ນ ໄດ້ຫຼຸດລົງຣະດັບນຶ່ງແລ້ວ ສ່ວນພື້ນທີ່ ທີ່ຕໍ່າ ນໍ້າຍັງມີຣະດັບສູງຢູ່ ປະມານ 5 ແມັດ ແລະ ພື້ນທີ່ສ່ວນຫຼາຍກໍເປັນທົ່ງນາ ສ່ວນພືດຜັກຂອງປະຊາຊົນ ແລະເນື້ອທີ່ເຮັດການຜລິດນັ້ນ ຍັງບໍ່ສາມາດສະຫຼຸບ ຄວາມເສັຽຫາຍໄດ້ວ່າ ໜ້ອຍຫຼາຍປານໃດ.

ກ່ຽວກັບນໍ້າຖ້ວມ ຢູ່ແຂວງຄຳມ່ວນນີ້ ຜແນກກະສິກັມແລະປ່າໄມ້ ກໍໄດ້ປະຊຸມຮ່ວມກັບເຈົ້າໜ້າທີ່ເມືອງ ທັງ 10 ເມືອງ ທີ່ຖືກນໍ້າຖ້ວມ ເພື່ອກຽມແຜນຊ່ອຍເຫຼືອປະຊາຊົນ ທີ່ຖືກຜົນກະທົບ.

ໃນເບື້ອງຕົ້ນ ແຂວງ ຈະມອບພັນເຂົ້າ, ແນວພັນພືດຜັກ ໃຫ້ກັບປະຊາຊົນໄປປູກທົດແທນ ເຂົ້ານາປີ ແລະ ພືດຜັກເນົ່າຕາຍນັ້ນ. ນອກຈາກນັ້ນເຈົ້າໜ້າທີ່ ຍັງໄດ້ກຽມການສັກຢາ ໃຫ້ສັດລ້ຽງທຸກຊນິດ ເພື່ອປ້ອງກັນພຍາດຕີນເປື່ອຍໃນສັດ ຮວມທັງ ຈະສ້ອມແປງ ລະບົບຊົລປະທານ ແລະເຄື່ອງຈັກຕ່າງໆ ທີ່ຖືກນໍ້າຖ້ວມ ເຮັດໃຫ້ເປ່ເພ ດັ່ງທີ່ທ່ານກ່າວວ່າ:

“ໄທເຮົາດຽວນີ້ກະມີແຕ່ກະລວມກັນ ກໍ່ຫາເລີກກັນ ກໍ່ມີແຕ່ເວົ້າວຽກກະສິກັມ ຖ້າໂຕໃດມັນນອນຢູ່ໃນໂຄງການ ທີ່ມີຊົລປະທານ ໄທເຮົາ ກໍຈະກະກຽມດ້ານແນວພັນ ເບິ່ງເລື່ອງຈັກສູບນໍ້າ ໂຕໃດທີ່ມັນເປ່ເພຫັ້ນ ດຽວນີ້ກຳລັງ ລາຍງານເຂົ້າມາຢູ່ ແຕ່ວ່າແຜນຕອບໂຕ້ນິ່ ໄທເຮົາ ກໍ່ຍັງບໍ່ທັນ ໄດ້ສັ່ງໄດ້ເນາະ ກໍ່ຂຶ້ນແຜນຍ່ອຍ ເວົ້າເລື່ອງສັກຢາສັດ ພາຍຫຼັງທີ່ນໍ້າຫຼຸດ ກໍ່ເບິ່ງດ້ານແນວພັນ ສິກຽມໃສ່ລະດູແລ້ງຫັ້ນ.”

ແຂວງຄຳມ່ວນ ມີເນື້ອທີ່ປູກເຂົ້ານາປີ ຂອງປະຊາຊົນໃນ 10 ເມືອງ ຮວມທັງໝົດ 28,600 ເຮັກຕາ ໃນນັ້ນ ເຂົ້ານາປີເສັຽຫາຍເກືອບ 3,000 ເຮັກຕາ ຕົົ້ນເຂົ້າເນົ່າເປື່ອຍເສັຽຫາຍໝົດ ຄາດວ່າ ຫຼັງຈາກທີ່ຣະດັບນໍ້າຫຼຸດລົງ ຈະມີເຂົ້ານາປີ ຂອງປະຊາຊົນ ໄດ້ຮັບຄວາມ ເສັຽຫາຍ ເພີ້ມຂຶ້ນອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.