ເຂົ້ານາແຊງປີນີ້ພາດເປົ້າ

ໄມຊູລີ
2019.02.12
F-Lao-farmer ຊາວນາລາວ
RFA/LX

ການປູກເຂົ້ານາແຊງ ຢູ່ແຂວງຄໍາມ່ວນ ໃນປີ 2019 ນີ້, ບໍ່ປະສົບຜົນສໍາເຣັດຕາມເປົ້າໝາຍ, ທາງແຂວງວາງເປົ້າໝາຍໄວ້ວ່າຈະໃຫ້ ປະຊາຊົນ ຜູ້ປູກເຂົ້າໃຫ້ໄດ້ ໃນເນື້ອທີ່ 10 ພັນເຮັກຕາ, ແຕ່ທົ່ວແຂວງ ປູກໄດ້ພຽງແຕ່ 7 ພັນເຮັກຕາ ເທົ່ານັ້ນ, ຍ້ອນວ່າ ຜູ້ປູກເຂົ້າ ນາແຊງ ໜ້ອຍລົງ, ເນື່ອງຈາກຄ່ານໍ້າ, ຄ່າໄຟ, ແລະຄ່າແຮງງານສູງຂຶ້ນ, ຊາວນາຈຶ່ງຫັນໄປເຮັດອາຊີບແນວອື່ນ. ດັ່ງເຈົ້າໜ້າທີ່ຜແນກ ກະສິກັມ ແຂວງຄໍາມ່ວນ, ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ກຸມພາ ນີ້ວ່າ:

“ປີນີ້ແລ້ວ 7,115 ກໍຫລຸດປະມານ 635 ເຮັກຕາ ເນາະ, ເຫດຜົນກໍຍ້ອນວ່າ, ຄ່າກະແສໄຟບໍ, ຄ່າຄອງຊີບບໍ, ຂອງຫຍັງມັນກໍສູງເນາະ, ປະຊາຊົນກໍຫັນປູກພືດແນວອື່ນ, ບາດນີ້ຄ່າແຮງງານກໍສູງເນາະ, ເປັນ 50 ພັນແລ້ວ.”  

ທ່ານວ່າ, ການປູກເຂົ້ານາແຊງຢູ່ແຂວງຄໍາມ່ວນ ກໍຫລຸດລົງເລື້ອຍໆ, ໃນປີ 2018 ທາງການແຂວງ ໄດ້ກໍານົດໃຫ້ປູກເຂົ້ານາແຊງ ໃຫ້ໄດ້ ໃນເນື້ອທີ່ 10 ພັນເຮັກຕາ, ແຕ່ປູກໄດ້ພຽງ 7,750 ເຮັກຕ່າ. ສໍາລັບປີນີ້ ກໍວາງເປົ້າໝາຍຄືເກົ່າ, ແຕ່ປູກໄດ້ພຽງແຕ່ 7,200 ປາຍເຮັກຕາ ຫລຸດລົງ, ຍ້ອນຄ່າຈ້າງແຮງງານ ຢູ່ແຂວງປັຈຈຸບັນ ສູງຂຶ້ນ ເປັນມື້ລະ 60 ພັນກິບ ຈາກແຕ່ກ່ອນ 30-40 ພັນກິບ ຕໍ່ມື້ເທົ່ານັ້ນ.

ທ່ານກ່າວຕື່ມວ່າ, ຫລັງຈາກປະຊາຊົນ ໃນແຂວງທີ່ເຄີຍປູກເຂົ້າ ເຣີ່ມໄດ້ກໍາໄລ ບໍ່ຄຸ້ມຄ່າກັບຕົ້ນທຶນ, ຄ່າພັນເຂົ້າ, ແລະຄ່າແຮງງານທີ່ເສັຽ ໄປນັ້ນ, ປະຊາຊົນຈໍານວນນຶ່ງ ກໍໃຫ້ຄົນວຽດນາມ ແລະຄົນຕ່າງປະເທດ ສັມປະທານດິນເຂົາເຈົ້າ ເພື່ອສ້າງໂຮງງານ ສ່ວນອີກຈໍານວນນຶ່ງ ກໍຫັນມາປູກພືດອື່ນແທນ, ທີ່ສ້າງຣາຍໄດ້ ຢ່າງກຸ້ມຄ່າເປັນຕົ້ນ; ປູກສາລີຫວານ.

ນອກຈາກນີ້ ກໍຍັງມີບັນຫາ ຊົລປະທານເປ່ເພອີກ, ທີ່ເຮັດໃຫ້ຊາວນາ ບໍ່ສາມາດປູກເຂົ້ານາແຊງໄດ້:

“ບາງໂຄງການ ກໍຢ່າງທີ່ເວົ້າແຫລະ, ກໍບໍ່ໄດ້ເຮັດ, ທາງເມືອງເພິ່ນກໍຣາຍງານເນາະ, ບາງໂຄງການຫັ້ນນະ, ຈັກເປ່ເພເນາະ, ກໍສົມມຸດວ່າ ໃນເນື້ອທີ່ 10-20 ເຮັກຕາ ແນວນັ້ນ ແນວນີ້ ຫັ້ນນະ.”

ຊາວນາເຣີ່ມ ປູກເຂົ້ານາແຊງ ໃນເດືອນທັນວາ, ແລະເກັບກ່ຽວຜົນຜລິດ ໃນເດືອນເມສາ ຫາ ເດືອນພຶສພາ ຂອງທຸກປີ, ຜ່ານມາຣັຖບານ ກໍານົດໃຫ້ ແຂວງສະຫວັນນະເຂດ ແຂວງຄໍາມ່ວນ ແລະ ແຂວງຈໍາປາສັກ ປູກເຂົ້ານາແຊງ ເພື່ອ ສົ່ງຂາຍໄປຈີນ ໂດຍຕັ້ງເປົ້າໝາຍ ໃຫ້ 10-30 ພັນເຮັກຕາ, ແຕ່ຫລາຍປີມານີ້ ແຂວງຄໍາມ່ວນ ບໍ່ສາມາດ ເຮັດໄດ້ຕາມເປົ້າໝາຍ ເທື່ອ.

ສ່ວນແຂວງອື່ນໆທົ່ວປະເທດ ເປັນຕົ້ນ; ແຂວງສະຫວັນນະເຂດ, ຫລວງພຣະບາງ, ວຽງຈັນ ແລະ ບໍຣິຄໍາໄຊ ປີນີ້ ກໍຄືກັນ ຮວມກັນແລ້ວ, ສາມາດເຮັດໄດ້ ພຽງແຕ່ 70 ສ່ວນຮ້ອຍ ຂອງເນື້ອທີ່ ແຜນການ 1 ແສນເຮັກຕາ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.