ມ.ໜອງບົກ ຂ.ຄໍາມ່ວນ ກວດຫ້າມ ນໍາເຂົ້າຊີ້ນໝູ

ສຸພັດຕາ
2019.07.15
ເຈົ້າໜ້າທີ່ ດ່ານສາກົນດາໄລ ຍຶດແລະທໍາລາຍ ເຄື່ອງໃນໝູ 350 ກິໂລ ທີ່ລັກລອບນໍາເຂົ້າ ຈາກ ວຽດນາມ
ຮູບພາບຈາກ: ນັກຂ່າວພົລເມືອງ

ປັດຈຸບັນ ຫ້ອງການກະສິກັມ ແລະປ່າໄມ້ ເມືອງໜອງບົກ ແຂວງຄໍາມ່ວນ ເຝົ້າຣະວັງພຍາດອະຫິວາ ໝູ ອາຟຣິກກັນ ຢ່າງເຂັ້ມງວດຂຶ້ນ ໂດຍຕັ້ງດ່ານກວດກາຫຼາຍຈຸດ ເພື່ອກວດກາຣົດຕ້ອງສົງສັຍ ທີ່ອາດຊຸກເຊື່ອງໝູ ຫຼືຊີ້ນໝູເຂົ້າມາ ພາຍໃນເມືອງ, ຊຶ່ງເມື່ອຕົ້ນເດືອນນີ້ ເຈົ້າໜ້າທີ່ໄດ້ກວດພົບ ການລັກລອບນໍາເຂົ້າຊີ້ນໝູ ມາໃນເມືອງຈໍານວນ 60 ກິໂລ, ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະປ່າໄມ້ ເມືອງໜອງບົກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ກໍຣະກະດາ ນີ້ວ່າ:

“ມື້ນີ້ກະຕັ້ງດ່ານແລ້ວກະຕິດຕາມຕລາດ ເພິ່ນຕັ້ງເປັນທີມ ສະເພາະກິດຂຶ້ນແນ່ຊ້ວງນີ້ຫັ້ນນະ ແບບວ່າຕິດຕາມແຕ່ລະບ້ານ ຟາມໝູຟາມຫຍັງ ເຂົາຫັ້ນນະ ຕາມສາຍທາງ ວ່າແມ່່ຄ້າ ມີຣົດເປົ້າໝາຍຫັ້ນນະ ບໍ່ແມ່ນກວດທຸກຄັນ.”

ທ່ານກ່າວວ່າ ທາງເຈົ້າໜ້າທີ່ ໄດ້ຕັ້ງດ່ານກວດກາໄປເລື້ອຍໆ ຈົນກວ່າຈະມີແຈ້ງການ ວ່າການແພ່ຣະບາດ ຂອງພຍາດອະຫິວາ ໝູ ອາຟຣິກກັນ ຢູ່ລາວນັ້ນ ໄດ້ສະຫງົບລົງແລ້ວ, ສໍາຫຼັບຊີ້ນໝູ ທີ່ກວດພົບກ່ອນໜ້ານັ້ນ ເປັນຊີ້ນໝູທີ່ມີຄົນ ຖິ້ມໄວ້ແຄມທາງ ເຈົ້າໜ້າທີ່ກໍໄດ້ ທໍາລາຍຊີ້ນໝູດັ່ງກ່າວນັ້ນຖິ້ມ ດ້ວຍວິທີຝັງດິນ ແລະ ຂນະນີ້ ກໍກໍາລັງຊອກຫາເຈົ້າຂອງຊີ້ນ ຈໍານວນດັ່ງກ່າວນັ້ນຢູ່.

ທ່ານກ່າວຕື່ມວ່າ ສະຖານະການ ຢູ່ເມືອງໜອງບົກ ໃນປັດຈຸບັນ ຍັງບໍ່ມີຂ່າວວ່າ ມີໝູຕິດເຊື້ອພຍາດອະຫິວາ ໝູອາຟຣິກກັນ ແຕ່ຢ່າງໃດ ແຕ່ເຈົ້າໜ້າທີ່ກໍໄດ້ສັ່ງຫ້າມ ປະຊາຊົນເຄື່ອນຍ້າຍໝູຢ່າງເດັດຂາດ ແລະຫ້າມຂ້າໝູໂດຍບໍ່ໄດ້ຮັບ ອະນຸຍາດຫາກຜູ້ໃດຝ່າຝືນ ຈະຖືກລົງໂທດ ຕາມຣະບຽບການ.

ມາຮອດປັດຈຸບັນ ການແພ່ຣະບາດ ຂອງພຍາດອະຫິວາ ໝູອາຟຣິກກັນ ຖືກກວດພົບ ຢູ່ 3 ແຂວງຂອງລາວ ເປັນຕົ້ນ ຢູ່ເມືອງຕຸ້ມລານ ແຂວງສາລະວັນ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ເມືອງທ່າປາງທອງ ແຂວງ ສະຫວັນນະເຂດ ໃນ 3 ເມືອງດັ່ງກ່າວ ມີໝູຕາຍ ຍ້ອນພຍາດນີ້ ຈໍານວນປະມານ 2,600 ໂຕ ມາເຖິງປັດຈຸບັນ ຍັງບໍ່ມີຣາຍງງານວ່າ ພົບໝູຕາຍເພີ້ມຕື່ມແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.